ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ອາເມລິກາ ສືບຕໍ່ສະໜັບສະໜູນ ສປປ ລາວໃນການກວດກູ້ລະເບີດບໍ່ທັນແຕກຈົນເຖິງເດືອນກັນຍາ 2027

ໂດຍ Jenjila
· 3 ເດືອນ ກ່ອນອ່ານ 1 ນາທີ51 ຄັ້ງ
ອາເມລິກາ ສືບຕໍ່ສະໜັບສະໜູນ ສປປ ລາວໃນການກວດກູ້ລະເບີດບໍ່ທັນແຕກຈົນເຖິງເດືອນກັນຍາ 2027
ADadvertisement
ADadvertisement
ADadvertisement

ສະຫະລັດອາເມລິກາ ຍັງຄົງມຸ່ງໝັ້ນໃນການຊ່ວຍເຫຼືອ ສປປ ລາວ ໃນການກຳຈັດລະເບີດບໍ່ທັນແຕກ ທີ່ເປັນອຸປະສັກຕໍ່ການພັດທະນາປະເທດ ພ້ອມທັງສົ່ງເສີມການເພິ່ງພາຕົນເອງ ແລະ ສະຖຽນລະພາບຂອງ ສປປ ລາວ ຢູ່ແຂວງສະຫວັນນະເຂດ.

ອາເມລິກາ ສືບຕໍ່ສະໜັບສະໜູນ ສປປ ລາວໃນການກວດກູ້ລະເບີດບໍ່ທັນແຕກຈົນເຖິງເດືອນກັນຍາ 2027

ທ່ານອຸປະທູດມິແຊລ ເອົ້າລໍ ໄດ້ເຂົ້າຮ່ວມພິທີເປີດໂຄງການໄລຍະໃໝ່ ສຳລັບການສຳຫຼວດ ແລະ ເກັບກູ້ລະເບີດບໍ່ທັນແຕກ ທີ່ໄດ້ຮັບທຶນສະໜັບສະໜູນຈາກສະຫະລັດອາເມລິກາ ແລະ ດຳເນີນງານໂດຍອົງການ The HALO Trust, ເຊິ່ງຈະສືບຕໍ່ດຳເນີນງານຈົນເຖິງເດືອນກັນຍາ ປີ 2027.

ອາເມລິກາ ສືບຕໍ່ສະໜັບສະໜູນ ສປປ ລາວໃນການກວດກູ້ລະເບີດບໍ່ທັນແຕກຈົນເຖິງເດືອນກັນຍາ 2027 · ຮູບທີ 2

ແຂວງສະຫວັນນະເຂດ ເປັນໜຶ່ງໃນບັນດາແຂວງທີ່ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກຫຼາຍທີ່ສຸດໃນລາວ ແລະ ໄດ້ຮັບສັດສ່ວນການຊ່ວຍເຫຼືອຈາກອາເມລິກາ ຫຼາຍທີ່ສຸດພາຍໃນປະເທດ, ລວມທັງການສະໜັບສະໜູນພະນັກງານຫຼາຍກວ່າ 1,000 ຄົນ ທີ່ໄດ້ຮັບທຶນຈາກອາເມລິກາເພື່ອດຳເນີນການເກັບກູ້ພື້ນທີ່ໄດ້ຮັບຜົນກະທົບລະເບີດບໍ່ທັນແຕກ.

ADadvertisement
ADadvertisement
ADadvertisement
ອາເມລິກາ ສືບຕໍ່ສະໜັບສະໜູນ ສປປ ລາວໃນການກວດກູ້ລະເບີດບໍ່ທັນແຕກຈົນເຖິງເດືອນກັນຍາ 2027 · ຮູບທີ 3

ການຊ່ວຍເຫຼືອນີ້ ຊ່ວຍສົ່ງເສີມການເພິ່ງພາຕົນເອງຂອງ ສປປ ລາວ, ປົກປ້ອງປະຊາຊົນໃນທ້ອງຖິ່ນ ແລະ ຊ່ວຍສ້າງເງື່ອນໄຂທີ່ປອດໄພຍິ່ງຂຶ້ນສຳລັບກິດຈະກຳທາງເສດຖະກິດ ເຊິ່ງເປັນປະໂຫຍດທັງຕໍ່ ສປປ ລາວ ແລະ ຕໍ່ທຸລະກິດ, ບຸກຄົນ ແລະ ປະຊາຊົນຄົນອາເມລິກາທີ່ດຳເນີນງານ ຫຼື ເດີນທາງພາຍໃນລາວ.

ອາເມລິກາ ສືບຕໍ່ສະໜັບສະໜູນ ສປປ ລາວໃນການກວດກູ້ລະເບີດບໍ່ທັນແຕກຈົນເຖິງເດືອນກັນຍາ 2027 · ຮູບທີ 4

ສະຫະລັດອາເມລິກາ ຍັງສືບຕໍ່ສະໜັບສະໜູນການດຳເນີນງານຂອງ The HALO Trust ແລະບັນດາອົງການກວດກູ້ອື່ນໆ ໃນ 9 ແຂວງທົ່ວ ສປປ ລາວ, ເພື່ອຮັບປະກັນວ່າຄວາມພະຍາ ຍາມເຫຼົ່ານີ້ ມີເປົ້າໝາຍທີ່ຊັດເຈນ, ມີຄວາມໂປ່ງໃສ ແລະ ສາມາດກວດສອບໄດ້, ພ້ອມທັງເປັນຜົນປະໂຫຍດຂອງທັງ ສປປ ລາວ ແລະ ສະຫະລັດອາເມລິກາ.

ທີ່ມາຂ່າວ: ສະຖານທູດ ອາເມຣິກາ ປະຈຳລາວ (U.S. Embassy Vientiane)

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 51 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່