ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຍີ່ປຸ່ນປະກາດເຕືອນໄພສູງສຸດລະດັບ 5 ຫຼັງຝົນຕົກໜັກຖະຫຼົມອິຊິກາວະ-ໂທຍາມະ ຢ່າງຮຸນແຮງກະທົບ 180,000 ຄົນ

ໂດຍ Jenjila
· 3 ເດືອນ ກ່ອນອ່ານ 1 ນາທີ50 ຄັ້ງ
ຍີ່ປຸ່ນປະກາດເຕືອນໄພສູງສຸດລະດັບ 5 ຫຼັງຝົນຕົກໜັກຖະຫຼົມອິຊິກາວະ-ໂທຍາມະ ຢ່າງຮຸນແຮງກະທົບ 180,000 ຄົນ
ADadvertisement
ADadvertisement
ADadvertisement

ເຊົ້າວັນທີ 27 ສິງຫາ 2026 ຍີ່ປຸ່ນໄດ້ປະກາດຄຳເຕືອນພິເສດຝົນຕົກໜັກລະດັບ 5 ໃນແຂວງອິຊິກາວະ ແລະ ໂທຍາມະ ຫຼັງຈາກຝນຕົກຕໍ່ເນື່ອງຕັ້ງແຕ່ຄືນວັນທີ 26 ສິງຫາ ສົ່ງຜົນໃຫ້ບາງພື້ນທີ່ຂອງເມືອງຮາຄຸິ, ເມືອງຊິກະ ແລະ ເມືອງໂຮດັດສຶຊິມິຊຸ ຖືກຕັດຂາດ ຂະນະທີ່ແມ່ນ້ຳຢ່າງນ້ອຍ 3 ສາຍໃນອິຊິກາວະລົ້ນຕາຝັ່ງ. ປະຊາຊົນປະມານ 180,000 ຄົນ ຫຼື 77,000 ຄົວເຮືອນ ໄດ້ຮັບຄຳສັ່ງເຕືອນໃຫ້ຮັກສາຄວາມປອດໄພສຸກເສີນ ສ່ວນທີ່ເມືອງຮິມິ ແຂວງໂທຍາມະ ມີລາຍງານວ່າມີປະຊາຊົນຕິດຢູ່ພາຍໃນເຮືອນ ແລະ ລົດຍົນ ເຈົ້າໜ້າທີ່ກຳລັງເລັ່ງໃຫ້ການຊ່ວຍເຫຼືອ ເບື້ອງຕົ້ນຍັງບໍ່ມີລາຍງານຜູ້ໄດ້ຮັບບາດເຈັບ

ຍີ່ປຸ່ນປະກາດເຕືອນໄພສູງສຸດລະດັບ 5 ຫຼັງຝົນຕົກໜັກຖະຫຼົມອິຊິກາວະ-ໂທຍາມະ ຢ່າງຮຸນແຮງກະທົບ 180,000 ຄົນ

ສຳນັກງານອຸຕຸນິຍົມວິທະຍາຍີ່ປຸ່ນ ຮຽກຮ້ອງໃຫ້ປະຊາຊົນດຳເນີນການເພື່ອຮັກສາຊີວິດໃນທັນທີ ແລະ ເຄື່ອນຍ້າຍໄປສູ່ພື້ນທີ່ປອດໄພ ຫາກການເດີນທາງໄປສູ່ສູນອົບພະຍົບທີ່ກຳນົດໄວ້ມີຄວາມສ່ຽງ ໂດຍເຈົ້າໜ້າທີ່ລະບຸວ່າ ພື້ນທີ່ທີ່ໄດ້ຮັບການເຕືອນໄພມີຄວາມເປັນໄປໄດ້ຢ່າງຍິ່ງວ່າອາດເກີດໄພພິບັດຮຸນແຮງຈາກຝົນຕົກໜັກແລ້ວ ທັງນ້ຳໃນແມ່ນ້ຳລົ້ນຕາຝັ່ງເຂົ້າຖ້ວມພື້ນທີ່ ແລະ ນ້ຳຖ້ວມໃນພື້ນທີ່ລຸ່ມຕ່ຳ ຫຼື ບໍລິເວນເວນໃຕ້ດິນ

ຍີ່ປຸ່ນປະກາດເຕືອນໄພສູງສຸດລະດັບ 5 ຫຼັງຝົນຕົກໜັກຖະຫຼົມອິຊິກາວະ-ໂທຍາມະ ຢ່າງຮຸນແຮງກະທົບ 180,000 ຄົນ · ຮູບທີ 2

ເຈົ້າໜ້າທີ່ລະບຸວ່າ ສໍາລັບຜູ້ທີ່ບໍ່ສາມາດອົບພະຍົບອອກຈາກອາຄານໄດ້ຢ່າງປອດໄພ ເຈົ້າໜ້າທີ່ແນະນຳໃຫ້ຍ້າຍຂຶ້ນໄປຊັ້ນທີ່ສູງຂຶ້ນ ເພື່ອຫຼີກລ່ຽງກະແສນ້ຳ ແລະ ພື້ນທີ່ສ່ຽງໄພ ໂດຍຂໍໃຫ້ປະຊາຊົນຕິດຕາມປະກາດເຕືອນໄພ ແລະ ປະຕິບັດຕາມຄຳແນະນຳຂອງເຈົ້າໜ້າທີ່ຢ່າງເຂັ້ມງວດ

ADadvertisement
ADadvertisement
ADadvertisement
ຍີ່ປຸ່ນປະກາດເຕືອນໄພສູງສຸດລະດັບ 5 ຫຼັງຝົນຕົກໜັກຖະຫຼົມອິຊິກາວະ-ໂທຍາມະ ຢ່າງຮຸນແຮງກະທົບ 180,000 ຄົນ · ຮູບທີ 3

ທີ່ມາ: NHK

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 50 ຄັ້ງ
‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່