ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງຕິດຕາມ-ກວດກາ ມ້າງກຸ່ມແກ້ງສະແກມເມີ ຢູ່ບ້ານຫລັກຫີນ ແລະ ບ້ານຫ້ວຍຫ້ອມ ເມືອງສີໂຄຕະບອງ

ໂດຍ kaling
· 3 ເດືອນ ກ່ອນອ່ານ 2 ນາທີ58 ຄັ້ງ
ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງຕິດຕາມ-ກວດກາ ມ້າງກຸ່ມແກ້ງສະແກມເມີ ຢູ່ບ້ານຫລັກຫີນ ແລະ ບ້ານຫ້ວຍຫ້ອມ ເມືອງສີໂຄຕະບອງ
ADadvertisement
ADadvertisement
ADadvertisement

ວັນທີ 26 ສິງຫາ 2026, ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດຖະມົນຕີກະຊວງ ປກສ ລົງເຄື່ອນໄຫວຕິດຕາມ-ກວດກາ ແລະ ຊີ້ນຳການປະຕິບັດໜ້າທີ່ວຽກງານຂອງເຈົ້າໜ້າທີ່ຄະນະສະເພາະກິດແກ້ໄຂອາຊະຍາກຳທາງອິນເຕີເນັດ, ການພະນັນອອນລາຍ ຂັ້ນກະຊວງ ປກສ ທີ່ໄດ້ລົງມ້າງກຸ່ມແກ້ງກໍ່ອາຊະຍາກຳດັ່ງກ່າວຢູ່ 2 ຈຸດເປົ້າໝາຍຄື: ຈຸດ ບ້ານຫລັກຫີນ ແລະ ຈຸດ ບ້ານຫ້ວຍຫ້ອມ ເມືອງສີໂຄຕະບອງ ນະຄອງຫລວງວຽງຈັນ.

ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງຕິດຕາມ-ກວດກາ ມ້າງກຸ່ມແກ້ງສະແກມເມີ ຢູ່ບ້ານຫລັກຫີນ ແລະ ບ້ານຫ້ວຍຫ້ອມ ເມືອງສີໂຄຕະບອງ

ການລົງຕິດຕາມ-ກວດກາຂອງທ່ານ ລັດຖະມົນຕີກະຊວງ ປກສ ໃນຄັ້ງນີ້ ແມ່ນພາຍຫລັງທີ່ເຈົ້າໜ້າທີ່ຄະນະສະເພາະກິດ ສົມທົບກັບເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໄດ້ລົງມ້າງ ແລະ ເຂົ້າກວດຄົ້ນຈຸດກໍ່ອາຊະຍາກຳທາງອິນເຕີເນັດທັງ 2 ຈຸດ ໄດ້ຢ່າງທັນການ, ເຊິ່ງສາມາດຈັບກຸມຕົວຜູ້ຕ້ອງຫາໄດ້ 2 ຄົນ ພ້ອມຢຶດເຄື່ອງຂອງກາງ: ໂນດບຸກ, ຊິມມືຖື, ບັອກຊິມ, ເຄື່ອງຮັບ-ສົ່ງສັນຍານອິນເຕີເນັດ, ໝໍ້ເກັບໄຟ ແລະ ອຸປະກອນອື່ນອີກຈຳນວນໜຶ່ງ.

ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງຕິດຕາມ-ກວດກາ ມ້າງກຸ່ມແກ້ງສະແກມເມີ ຢູ່ບ້ານຫລັກຫີນ ແລະ ບ້ານຫ້ວຍຫ້ອມ ເມືອງສີໂຄຕະບອງ · ຮູບທີ 2

ທ່ານ ລັດຖະມົນຕີ ກະຊວງ ປກສ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງເຈົ້າໜ້າທີ່ຄະນະສະເພາະກິດ ແລະ ເຈົ້າໜ້າທີ່ທຸກພາກສ່ວນ ທີ່ໄດ້ສຸມສະຕິປັນຍາ, ຄວາມພະຍາຍາມ ແລະ ຄວາມຮັບຜິດຊອບສູງ ເຂົ້າໃນການປະຕິບັດໜ້າທີ່ສືບຊອກຫາຂໍ້ມູນ, ເກັບກຳເປົ້າໝາຍ ຈົນສາມາດມ້າງກຸ່ມກໍ່ອາຊະຍາກຳດັ່ງກ່າວໄດ້ຢ່າງມີຜົນສຳເລັດ, ພ້ອມທັງໄດ້ເນັ້ນໃຫ້ເຈົ້າໜ້າທີ່ຄະນະສະເພາະກິດ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເອົາໃຈໃສ່ຄຸ້ມຄອງ ແລະ ຮັກສາເຄື່ອງຂອງກາງທັງໝົດທີ່ຢຶດມາໄດ້ໃຫ້ມີຄວາມປອດໄພ ແລະ ຖືກຕ້ອງຕາມລະບຽບການ ເພື່ອໃຊ້ເປັນຫລັກຖານໃນການດຳເນີນຄະດີຕາມຂັ້ນຕອນຂອງກົດ ໝາຍຢ່າງເຂັ້ມງວດ.

ADadvertisement
ADadvertisement
ADadvertisement
ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງຕິດຕາມ-ກວດກາ ມ້າງກຸ່ມແກ້ງສະແກມເມີ ຢູ່ບ້ານຫລັກຫີນ ແລະ ບ້ານຫ້ວຍຫ້ອມ ເມືອງສີໂຄຕະບອງ · ຮູບທີ 3

ພ້ອມດຽວກັນນີ້, ທ່ານ ຍັງໄດ້ຊີ້ນຳເຈົ້າໜ້າທີ່ຄະນະສະເພາະກິດ ແລະ ກຳລັງເຈົ້າໜ້າທີ່ທຸກພາກສ່ວນ ສືບຕໍ່ເພີ່ມຄວາມເອົາໃຈໃສ່, ເຄື່ອນໄຫວ ເກັບກຳຂໍ້ມູນ ແລະ ຊອກຫາກວາດລ້າງກຸ່ມກໍ່ອາຊະຍາກຳທາງອິນເຕີເນັດ, ພະນັນອອນລາຍ ແລະ ປະກົດການຫຍໍ້ທໍ້ຕ່າງໆ ທີ່ຍັງຫຼົບຊ່ອນຢູ່ ສປປ ລາວ ເພື່ອປົກປ້ອງຜົນປະໂຫຍດຂອງປະຊາຊົນ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ຮັບປະກັນໃຫ້ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມປອດໄພຢ່າງແທ້ຈິງ.

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 58 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່