ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເຈົ້າໜ້າທີ່ຈະລາຈອນກຽມກຳລັງ 360 ກວ່າຄົນ ຢູ່ 120 ກວ່າຈຸດ ເພື່ອອຳນວຍຄວາມສະດວກໃຫ້ນ້ອງນັກຮຽນໃນມື້ເປີດສົກຮຽນໃໝ່

ໂດຍ Jenjila
· 3 ເດືອນ ກ່ອນອ່ານ 2 ນາທີ55 ຄັ້ງ
ເຈົ້າໜ້າທີ່ຈະລາຈອນກຽມກຳລັງ 360 ກວ່າຄົນ ຢູ່ 120 ກວ່າຈຸດ ເພື່ອອຳນວຍຄວາມສະດວກໃຫ້ນ້ອງນັກຮຽນໃນມື້ເປີດສົກຮຽນໃໝ່
ADadvertisement
ADadvertisement
ADadvertisement

ຈະລາຈອນກຽມກຳລັງ 360 ກວ່າຄົນ ຢູ່ 120 ກວ່າຈຸດ ເພື່ອອຳນວຍຄວາມສະດວກໃນມື້ເປີດສົກຮຽນໃໝ່

ເຈົ້າໜ້າທີ່ຈະລາຈອນກຽມກຳລັງ 360 ກວ່າຄົນ ຢູ່ 120 ກວ່າຈຸດ ເພື່ອອຳນວຍຄວາມສະດວກໃຫ້ນ້ອງນັກຮຽນໃນມື້ເປີດສົກຮຽນໃໝ່

ວັນທີ 28 ສິງຫາ 2026 ພະແນກຕຳຫລວດຈະລາຈອນ ແລະ ກອງຕຳຫລວດຈະລາຈອນ 9 ຕົວເມືອງ ປກສ ນະຄອນຫຼວງວຽງຈັນ ຈັດກອງປະຊຸມຜ່ານແຜນປ້ອງກັນເປີດສົກຮຽນໃໝ່, ໂດຍການເປັນປະທານຂອງ ທ່ານ ພັນໂທ ວິລະພົງ ສະເໜ່ຫາ ຮອງຫົວໜ້າຫ້ອງຕຳຫລວດພະແນກຕຳຫລວດຈະລາຈອນ ກອງບັນຊາການ ປກສ ນວ, ມີ ທ່ານ ພັທ ບຸນມີ ຫລວງບັນດິດ ຮອງຫົວໜ້າກົມຕຳຫລວດຈະລາຈອນ ກົມໃຫຍ່ຕຳຫລວດ ກະຊວງ ປກສ, ມີຫົວໜ້າ-ຮອງພະແນກຕຳຫລວດຈະລາຈອນ ນວ ແລະ ກອງຕຳຫລວດຈະລາຈອນ 9 ຕົວເມືອງເຂົ້າຮ່ວມ.

ເຈົ້າໜ້າທີ່ຈະລາຈອນກຽມກຳລັງ 360 ກວ່າຄົນ ຢູ່ 120 ກວ່າຈຸດ ເພື່ອອຳນວຍຄວາມສະດວກໃຫ້ນ້ອງນັກຮຽນໃນມື້ເປີດສົກຮຽນໃໝ່ · ຮູບທີ 2

ທ່ານ ພັນໂທ ເດດລືຊາ ໄຊຍະສານ ຮອງຫົວໜ້າພະແນກຕຳຫລວດຈະລາຈອນໄດ້ຜ່ານແຜນປ້ອງກັນວ່າ ພາຍໄດ້ຮັບການຊີ້ນໍາຈາກຫ້ອງຕໍາຫລວດ ປກສ ນະຄອນຫລວງວຽງຈັນ ແລະ ກົມຕໍາຫລວດຈະລາຈອນຈຶ່ງໄດ້ສ້າງແຜນບັນຈຸກຳລັງໃສ່ຕາມບັນ ດາສາຍທາງ ຈຸດ ໂຮງຮຽນຕ່າງໆ ເພື່ອຄວບຄຸມລະບາຍການສັນຈອນໃນທົ່ວນະຄອນຫລວງວຽງຈັນ ໃນນີ້, ມີຈຸດລະບາຍການສັນຈອນ 127 ຈຸດ, ມີ 69 ປ້ອມ ໂຮງຮຽນ 45 ແຫ່ງ ຕາມສາຍທາງ, ທາງແຍກ, ທາງວົງວຽນ ແລະ ອື່ນໆ

ADadvertisement
ADadvertisement
ADadvertisement

ສຳລັບແຜນບັນຈຸກຳລັງໃສ່ຕາມບັນດາສາຍທາງ, ຈຸດໂຮງຮຽນຕ່າງໆ, ເພື່ອຄວບຄຸມລະບາຍການສັນຈອນໃນທົ່ວນະຄອນຫຼວງວຽງຈັນ ໃນນີ້, ມີຈຸດລະບາຍການສັນຈອນ 127 ຈຸດ, ມີ 69 ປ້ອມ, ໂຮງຮຽນ 45 ແຫ່ງ, ຕາມສາຍທາງ, ທາງແຍກ, ທາງວົງວຽນ ແລະ ອື່ນໆ ນໍາໃຊ້ກໍາລັງ 366 ສະຫາຍ, ຊຶ່ງມີລາຍລະອຽດຄື: ຈຸດໂຄສະນາປະກອບ ມີ: 3 ຈຸດ (ໜ້າໂຮງ ຮຽນ ມສ ວຽງຈັນ, ໂຮງຮຽນ ສິນໄຊ ແລະ ໂຮງຮຽນລາວຫວຽດ, ກອງຕໍາຫຼວດທາງຫຼວງມີ 7 ຈຸດ, ກອງຕຳຫຼວດຈະລາຈອນເມືອງສີໂຄດ 12 ຈຸດ ,ກອງຕໍາຫຼວດຈະລາຈອນເມືອງຈັນທະບູລີ 27 ຈຸດ, ກອງຕໍາຫຼວດຈະລາຈອນເມືອງໄຊເຊດຖາ 9 ຈຸດ, ກອງຕໍາຫຼວດຈະລາຈອນ ເມືອງສີສັດຕະນາກມີ 37 ຈຸດ, ກອງຕໍາຫຼວດຈະລາຈອນເມືອງໄຊທານີ 15 ຈຸດ, ກອງຕຳຫຼວດຈະລາຈອນເມືອງຫາດຊາຍຟອງ6 ຈຸດ, ກອງຕໍາຫຼວດຈະລາຈອນເມືອງນາຊາຍທອງ 5 ຈຸດ, ກອງຕໍາຫຼວດຈະລາຈອນເມືອງສັງທອງ 3 ຈຸດ, ກອງຕໍາຫຼວດຈະລາຈອນເມືອງປາກງື່ມ 2 ຈຸດ.

ຂ່າວ: ຄວາມສະຫງົບ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 55 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່