ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ກອງບັນຊາການທະຫານເມືອງນໍ້າບາກ ນໍາກຳລັງລົງຊ່ວຍເຫຼືອກອບກູ້ໄພພິບັດນໍ້າຖ້ວມ

ໂດຍ kaling
· 3 ເດືອນ ກ່ອນອ່ານ 1 ນາທີ50 ຄັ້ງ
ກອງບັນຊາການທະຫານເມືອງນໍ້າບາກ ນໍາກຳລັງລົງຊ່ວຍເຫຼືອກອບກູ້ໄພພິບັດນໍ້າຖ້ວມ
ADadvertisement
ADadvertisement
ADadvertisement

ເນື່ອງຈາກຝົນຕົກໜັກຫຼາຍຊົ່ວໂມງຕິດຕໍ່ກັນ ເຮັດໃຫ້ແມ່ນໍ້າສາຍຕ່າງໆຍຶ່ງຂຶ້ນ, ໄຫຼ່ປ່ອງໃສ່ແມ່ນໍ້າບາກ, ເຮັດໃຫ້ເກີດມວນນໍ້າໄຫຼ່ພັດສຸເອົາວັດຖຸສິ່ງຂອງ, ສັດລ້ຽງ, ເຮືອນຊານບ້ານຊ່ອງ ແລະ ເນື້ອທີ່ທໍາການຜະລິດຂອງປະຊາຊົນຊາວເມືອງນໍ້າບາກ ແຂວງຫຼວງພະບາງ.

ກອງບັນຊາການທະຫານເມືອງນໍ້າບາກ ນໍາກຳລັງລົງຊ່ວຍເຫຼືອກອບກູ້ໄພພິບັດນໍ້າຖ້ວມ

ໃນວັນທີ 30 ສິງຫາຜ່ານມາ, ກອງບັນຊາການທະຫານເມືອງນໍ້າບາກ ຈຶ່ງໄດ້ນໍາກຳລັງລົງພື້ນທີ່ເພື່ອຊ່ວຍ ເຫຼືອກອບກູ້ໄພພິບັດນໍ້າຖ້ວມ ນໍາໂດຍສະຫາຍ ພັນໂທ ນິນລະພົບ ຈັນທະວີສຸກ ຄະນະປະຈໍາພັກເມືອງ ຫົວໜ້າການທະຫານ ກອງບັນຊາການທະຫານເມືອງນໍ້າບາກ ພ້ອມດ້ວຍກຳລັງຈໍານວນ 120 ສະຫາຍ, ໃນນີ້ໄດ້ຊ່ວຍເຫຼືອ ບ້ານຟ້າ, ບ້ານໂຄ້ງ, ບ້ານນໍ້າລາ ແລະ ບ້ານໂພນໄຊ ຊຶ່ງເປັນບ້ານທີ່ໄດ້ຮັບຜົນກະທົບຢ່າງໜັກ, ໃນນັ້ນແມ່ນໄດ້ເລັ່ງກຳລັງຂົນຍ້າຍວັດຖຸສິ່ງຂອງທີ່ຈຳເປັນ, ສັດລ້ຽງ, ຜູ້ເຖົ້າ ແລະ ເດັກນ້ອຍໄປຢູ່ເຂດພື້ນທີ່ປອດໄພ, ປັດຈຸບັນກຳລັງໄດ້ສົມທົບກັບແຕ່ລະພາກສ່ວນຍົກລະດັບການເຝົ້າລະວັງ ຕິດຕາມສະພາບຂອງນໍ້າຊຶ່ງຍັງມີແນວໂນ້ມທີ່ຈະເພີ່ມຂຶ້ນເລື້ອຍໆ ເນື່ອງຈາກຝົນຍັງສືບຕໍ່ຕົກໜັກຢ່າງຕໍ່ເນື່ອງ. ຂໍ້ມູນ: ສຸລິວັນ ຕິ໋ງພູທອງ

ADadvertisement
ADadvertisement
ADadvertisement
ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 50 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່