ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ພາບຄວາມເສຍຫາຍ ຈາກໄພນ້ຳຖ້ວມຢູ່ 5 ບ້ານ ໃນເມືອງໄຊ ແຂວງອຸດົມໄຊ

ໂດຍ Jenjila
· 3 ເດືອນ ກ່ອນອ່ານ 1 ນາທີ42 ຄັ້ງ
ພາບຄວາມເສຍຫາຍ ຈາກໄພນ້ຳຖ້ວມຢູ່ 5 ບ້ານ ໃນເມືອງໄຊ ແຂວງອຸດົມໄຊ
ADadvertisement
ADadvertisement
ADadvertisement

ວັນທີ 31 ສິງຫາ 2026 ທ່ານ ສົມຈັນ ເທບພາລີ ຮອງເລຂາພັກເມືອງ,ປະທານຄະນະກຳມະການປົກຄອງເມືອງ ແລະ ທ່ານ ສຸລິວັດ ລັດຕະນະສິດທິ, ກຳມະການພັກເມືອງ ຫົວໜ້າຫ້ອງການກະສີກຳ ແລະ ສິງແວດລ້ອມເມືອງ ລົງຕິດຕາມຜົນກະທົບ ໄພນ້ຳຖ້ວມ ຢູ່ເຂດບ້ານບໍ່, ບ້ານແຟນ, ບ້ານກັດ, ບ້ານແສນລາດ ແລະ ບ້ານຫົວນ້ຳບາກ ເມືອງໄຊ ແຂວງອຸດົມໄຊ.

ພາບຄວາມເສຍຫາຍ ຈາກໄພນ້ຳຖ້ວມຢູ່ 5 ບ້ານ ໃນເມືອງໄຊ ແຂວງອຸດົມໄຊ

ຜ່ານການລົງຕິດຕາມຕົວຈິງພົບເຫັນຈຸດທີ່ຖືກນ້ຳຖ້ວນ, ນ້ຳປ່າໄຫຼຊູເຮັດໃຫ້ດິນເຈຶ່ອນຖົມເສັ້ນທາງ, ຂົວຂາດ, ສັນຈອນໄປມາບໍ່ໄດ້, ໄຟຟ້າຖືກຕັດຂາດ, ສັນຍານອິນເຕີເນັດບໍ່ໄດ້, ດິນຖົມເຮືອນ, ເຮືອນໄຫຼ, ນ້ຳທະລຸໃສ່ເຮືອນເປ່ເພ, ນາເຂົ້າຖືກນ້ຳຖ້ວມແລະດິນຖົມຕາກ້າ ນອກນັ້ນຍັງມີຊັບສິນຕ່າງໆຂອງປະຊາຊົນເສຍຫາຍຈຳນວນຫຼາຍ.

ພາບຄວາມເສຍຫາຍ ຈາກໄພນ້ຳຖ້ວມຢູ່ 5 ບ້ານ ໃນເມືອງໄຊ ແຂວງອຸດົມໄຊ · ຮູບທີ 2

ໂອກາດດັ່ງກ່າວ ປະທານຄະນະກຳມະການປົກຄອງເມືອງໄຊ ໄດ້ເນັ້ນໃຫ້ ພາກສ່ວນກ່ຽວຂ້ອງ ແລະ ອົງການປົກຄອງບ້ານ ນຳພາປະຊາຊົນ ສ້ອມແປງເສັ້ນທາງ ແລະ ສ້ອມແປງຂົວຂ້າມຊົ່ວຄາວ ພໍໄປມາໄດ້ ພ້ອມທັງລະດົມກຳລັງລົງຊ່ວຍເຫຼຶອປະຊາຊົນຜູ້ປະສົບໄພ, ເກັບກຳຂໍ້ມຸນຜົນເສຍຫາຍໃຫ້ຄົບຖ້ວນ ແລະ ເລັ່ງຟື້ນຟູໂຄງສ້າງພື້ນຖານ ເຊັ່ນ: ເສັ້ນທາງ, ໂຮງຮຽນ ແລະ ຈຸດສຳຄັນຕ່າງໆ ໃຫ້ສາມາດກັບຄືນມາໃຊ້ງານໄດ້ໂດຍໄວ.

ADadvertisement
ADadvertisement
ADadvertisement
ພາບຄວາມເສຍຫາຍ ຈາກໄພນ້ຳຖ້ວມຢູ່ 5 ບ້ານ ໃນເມືອງໄຊ ແຂວງອຸດົມໄຊ · ຮູບທີ 3

ປະຊາຊົນຜູ້ທີ່ຢູ່ໃນເຂດມີຄວາມສ່ຽງ ໃຫ້ເພິ່ມຄວາມລະມັດລະວັງ, ຕິດຕາມສະພາບນໍ້າ ແລະ ການແຈ້ງເຕືອນຈາກພາກລັດຢ່າງໃກ້ສິດເພຶ່ອຄວາມປອດໄພຕໍ່ຊີວິດ ແລະ ຊັບສິນ.

ພາບຄວາມເສຍຫາຍ ຈາກໄພນ້ຳຖ້ວມຢູ່ 5 ບ້ານ ໃນເມືອງໄຊ ແຂວງອຸດົມໄຊ · ຮູບທີ 4

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່