ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປະທານປະເທດ ເດີນທາງເຖິງ ກາຊັກສະຖານ ເພື່ອດໍາເນີນການຢ້ຽມຢາມຢ່າງເປັນທາງການ

ໂດຍ Jenjila
· 3 ເດືອນ ກ່ອນອ່ານ 1 ນາທີ28 ຄັ້ງ
ປະທານປະເທດ ເດີນທາງເຖິງ ກາຊັກສະຖານ ເພື່ອດໍາເນີນການຢ້ຽມຢາມຢ່າງເປັນທາງການ
ADadvertisement
ADadvertisement
ADadvertisement
ປະທານປະເທດ ເດີນທາງເຖິງ ກາຊັກສະຖານ ເພື່ອດໍາເນີນການຢ້ຽມຢາມຢ່າງເປັນທາງການ

ໃນຕອນຄໍ່າຂອງວັນທີ 2 ກັນຍາ ຜ່ານມາ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຖິງ ນະຄອນຫຼວງອາສຕານາ ສາທາລະນະລັດ ກາຊັກສະຖານ ເພື່ອດໍາເນີນການຢ້ຽມຢາມ ສາທາລະນະລັດ ກາຊັກສະຖານ ຢ່າງເປັນທາງການ ໃນວັນທີ 3-4 ກັນຍາ 2026. ພິທີຕ້ອນຮັບດັ່ງກ່າວໄດ້ຈັດຂຶ້ນຢ່າງອົບອຸ່ນ ໂດຍ ທ່ານ ຊາສະລັນ ມາດີຢຽບ (ZhaslanMadiyev) ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງພັດທະນາດີຈີຕອນ ແລະ ປັນຍາປະດິດ ແຫ່ງ ສາທາລະນະລັດ ກາຊັກສະຖານ ພ້ອມດ້ວຍຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍ.

ປະທານປະເທດ ເດີນທາງເຖິງ ກາຊັກສະຖານ ເພື່ອດໍາເນີນການຢ້ຽມຢາມຢ່າງເປັນທາງການ · ຮູບທີ 2

ການຢ້ຽມຢາມຢ່າງເປັນທາງການໃນຄັ້ງນີ້ ແມ່ນເປັນການຕອບສະໜອງຕາມການເຊື້ອເຊີນຂອງພະນະທ່ານ ກາຊິມ-ໂຈມາດ ໂຕກາຢຽບ (H.E. Mr. Kassym-JomartTokayev) ປະທານາທິບໍດີ ແຫ່ງ ສາທາລະນະລັດ ກາຊັກສະຖານ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ໃຫ້ນັບມື້ນັບໄດ້ຮັບການເສີມຂະຫຍາຍ ແລະ ແໜ້ນແຟ້ນຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ.

ປະທານປະເທດ ເດີນທາງເຖິງ ກາຊັກສະຖານ ເພື່ອດໍາເນີນການຢ້ຽມຢາມຢ່າງເປັນທາງການ · ຮູບທີ 3
ປະທານປະເທດ ເດີນທາງເຖິງ ກາຊັກສະຖານ ເພື່ອດໍາເນີນການຢ້ຽມຢາມຢ່າງເປັນທາງການ · ຮູບທີ 4

(ຂ່າວ: ກຕທ)

ADadvertisement
ADadvertisement
ADadvertisement

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່