ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເຈົ້າໜ້າທີ່ ຕັດນໍ້າຕັດໄຟ ອາຄານທີ່ກໍ່ສ້າງລະເມີດລະບຽບຜັງເມືອງ ຢູ່ແຄມຂອງ ພ້ອມທັງແຈ້ງໃຫ້ເຈົ້າຂອງ ຮື້ຖອນອອກ

ໂດຍ Jenjila
· 3 ເດືອນ ກ່ອນອ່ານ 1 ນາທີ43 ຄັ້ງ
ເຈົ້າໜ້າທີ່ ຕັດນໍ້າຕັດໄຟ ອາຄານທີ່ກໍ່ສ້າງລະເມີດລະບຽບຜັງເມືອງ ຢູ່ແຄມຂອງ ພ້ອມທັງແຈ້ງໃຫ້ເຈົ້າຂອງ ຮື້ຖອນອອກ
ADadvertisement
ADadvertisement
ADadvertisement

ໃນວັນທີ 3 ກັນຍາ 2026 ເຈົ້າໜ້າທີ່ສະເພາະກິດພະແນກ ໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ສົມທົບກັບອໍານາດການປົກຄອງເມືອງຫາດຊາຍຟອງ, ພະແນກການອ້ອມຂ້າງ ນວ, ເຈົ້າໜ້າທີ່ ປກສ, ລັດວິສາຫະກິດໄຟຟ້າລາວ, ລັດວິສາຫະກິດນໍ້າປະປາ ແລະ ອໍານາດການປົກຄອງບ້ານ ຖິ່ນເພຍ ລົງດໍາເນີນມາດຕະການຂັ້ນ 2 ໂດຍການຕັດລະບົບໄຟຟ້າ ແລະ ນໍ້າປະປາ ອາຄານ 2 ຊັ້ນ ທີ່ກໍ່ສ້າງກວມເຂດສະຫງວນແມ່ນໍ້າຂອງ ຢູ່ໃນເຂດ ບ້ານ ຖີ່ນເພຍ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.

ເຈົ້າໜ້າທີ່ ຕັດນໍ້າຕັດໄຟ ອາຄານທີ່ກໍ່ສ້າງລະເມີດລະບຽບຜັງເມືອງ ຢູ່ແຄມຂອງ ພ້ອມທັງແຈ້ງໃຫ້ເຈົ້າຂອງ ຮື້ຖອນອອກ

ທ່ານ ປອ. ສົມໃຈຫວັງ ເດດອຸດົມ ຮອງຫົວໜ້າພະແນກ ຍທຂ.ນວ ໄດ້ກ່າວວ່າ: ການລົງປະຕິບັດຄັ້ງນີ້ ໂດຍປະຕິບັດຕາມໜັງສືຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ສະບັບເລກທີ 2151/ຫວນວ ແຈ້ງໃຫ້ພວກເຮົາຄົ້ນຄວ່າ ຮ່ວມກັບອໍານາດການປົກຄອງເມືອງ ແລະ ພາກສ່ວນກ່ຽວຂ້ອງ ມາກວດກາຄວາມຖືກຕ້ອງ ພວກເຮົາໄດ້ດໍາເນີນການກວດກາ ກ່ຽວກັບທີ່ດິນ ແລະ ສິ່ງປຸກສ້າງໃນເປົ້າໝາຍກໍ່ເຫັນວ່າ ການປຸກສ້າງອາຄານບໍ່ມີໃບອະນຸຍາດຖືກຕ້ອງຕາມລະບຽບ ແລະ ນອກຈາກນັ້ນການປຸກສ້າງ ກວມເອົາເຂດສະຫງວນ ແຄມແມ່ນໍ້າຂອງ (ສະຫງວນ 35 ແມັດ) ພ້ອມນັ້ນຍັງມີລັກສະນະກວມເອົາເຂດດິນບຸກຄົນອື່ນ.

ເຈົ້າໜ້າທີ່ ຕັດນໍ້າຕັດໄຟ ອາຄານທີ່ກໍ່ສ້າງລະເມີດລະບຽບຜັງເມືອງ ຢູ່ແຄມຂອງ ພ້ອມທັງແຈ້ງໃຫ້ເຈົ້າຂອງ ຮື້ຖອນອອກ · ຮູບທີ 2

ສະນັ້ນ ພວກເຮົາຈຶ່ງຄົ້ນຄວ້າ ແລະ ເອກະພາບກັນ ໄດ້ໃຊ້ມາດຕະການ ແຈ້ງໃຫ້ເຈົ້າຂອງທີ່ດິນຜູ້ລະເມີດ ຮື້ຖອນເອງ. ມາເຖິງປັດຈຸບັນ ພວກເຮົາສືບຕໍ່ໃຊ້ມາດຕະການທີ 2 ໂດຍການຕັດນໍ້າ ຕັດໄຟ ຖ້າຫາກວ່າຍັງບໍ່ມີການທຸບມ້າງ ຫຼື ເຄື່ອນຍ້າຍສິ່ງປຸກສ້າງ ກໍຈະໄດ້ໃຊ້ມາດຕະການທີ 3 ໂດຍຈະຮ່ວມກັນ ກັບພາກສ່ວນກ່ຽວຂ້ອງລົງທຸບມ້າງກໍາແພງ ແລະ ສິ່ງປຸກສ້າງທີ່ລະເມີດໃນຄັ້ງນີ້.

ADadvertisement
ADadvertisement
ADadvertisement
ເຈົ້າໜ້າທີ່ ຕັດນໍ້າຕັດໄຟ ອາຄານທີ່ກໍ່ສ້າງລະເມີດລະບຽບຜັງເມືອງ ຢູ່ແຄມຂອງ ພ້ອມທັງແຈ້ງໃຫ້ເຈົ້າຂອງ ຮື້ຖອນອອກ · ຮູບທີ 3
ເຈົ້າໜ້າທີ່ ຕັດນໍ້າຕັດໄຟ ອາຄານທີ່ກໍ່ສ້າງລະເມີດລະບຽບຜັງເມືອງ ຢູ່ແຄມຂອງ ພ້ອມທັງແຈ້ງໃຫ້ເຈົ້າຂອງ ຮື້ຖອນອອກ · ຮູບທີ 4

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່