ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ລາວ-ກາຊັກສະຖານ ຮັດແໜ້ນສາຍພົວພັນຮ່ວມມືສອງຝ່າຍຢ່າງຮອບດ້ານ

ໂດຍ Jenjila
· 3 ເດືອນ ກ່ອນອ່ານ 2 ນາທີ43 ຄັ້ງ
ລາວ-ກາຊັກສະຖານ ຮັດແໜ້ນສາຍພົວພັນຮ່ວມມືສອງຝ່າຍຢ່າງຮອບດ້ານ
ADadvertisement
ADadvertisement
ADadvertisement

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ກາຊຶມ-ໂຈມາດ ໂຕກາຢຽບ (H.E. Mr. Kassym- Jomart Tokayev), ປະທານາທິບໍດີ ແຫ່ງ ສາທາລະນະ ລັດ ກາຊັກສະຖານ, ພະນະທ່ານ ທອງລຸນ ສີສຸລິດ ປະ ທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເດີນທາງຢ້ຽມຢາມ ສາທາລະນະລັດ ກາຊັກສະຖານ ຢ່າງເປັນທາງການ ໃນວັນທີ 3-4 ກັນຍາ 2026.

ລາວ-ກາຊັກສະຖານ ຮັດແໜ້ນສາຍພົວພັນຮ່ວມມືສອງຝ່າຍຢ່າງຮອບດ້ານ

ໃນຕອນເຊົ້າຂອງວັນທີ 3 ກັນຍາ 2026 ທີ່ ທໍານຽບເອ ກະລາດ ແຫ່ງ ສ. ກາຊັກສະຖານ (Palace of Independence) ໄດ້ມີພິທີຕ້ອນຮັບຢ່າງເປັນທາງການ ຈັດຂຶ້ນຢ່າງຍິ່ງໃຫຍ່ ແລະ ສົມກຽດ ໃຫ້ແກ່ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໂດຍການຕ້ອນຮັບອັນອົບອຸ່ນຂອງ ພະນະທ່ານ ກາຊຶມ-ໂຈມາດ ໂຕກາຢຽບ, ປະທານາທິບໍດີ ແຫ່ງ ສ. ກາຊັກສະຖານ ພ້ອມດ້ວຍຄະນະ.

ລາວ-ກາຊັກສະຖານ ຮັດແໜ້ນສາຍພົວພັນຮ່ວມມືສອງຝ່າຍຢ່າງຮອບດ້ານ · ຮູບທີ 2

ພາຍຫຼັງສໍາເລັດການພົບປະສອງຝ່າຍ, ສອງປະມຸກລັດ ລາວ ແລະ ກາຊັກສະຖານ ໄດ້ຮັບຮອງເອົາ ຖະແຫຼງການຮ່ວມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ແລະ ສາທາລະນະລັດ ກາຊັກສະຖານ ພ້ອມທັງໄດ້ເປັນສັກຂີພິຍານໃນພິທີແລກປ່ຽນເອກະສານຮ່ວມມື ຈໍານວນ 4 ສະບັບ ຄື:

ADadvertisement
ADadvertisement
ADadvertisement

1). ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການປຶກສາຫາລືດ້ານການເມືອງ ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສ. ກາຊັກສະ ຖານ;

2). ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ອົງການໄອຍະການສູງສຸດ ແຫ່ງ ສ. ກາຊັກສະຖານ;

3). ບົດບັນ ທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືດ້ານຂໍ້ມູນຂ່າວ ສານ, ເຕັກໂນໂລຊີການສື່ສານ ແລະ ການບໍລິຫານລັດດ້ວຍລະບົບເອເລັກໂຕຣນິກ ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ແລະ ກະຊວງພັດ ທະນາດິຈີຕອນ ແລະ ປັນຍາປະດິດ ແຫ່ງ ສ. ກາຊັກສະ ຖານ;

4). ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການສ້າງຕັ້ງສາຍພົວພັນນະຄອນມິດຕະພາບ ລະຫວ່າງ ນະ ຄອນຫຼວງວຽງຈັນ ແລະ ນະຄອນຫຼວງ ອາສ໌ຕານາ.

ໃນໂອກາດເຄື່ອນໄຫວຢ້ຽມຢາມ ສ.ກາຊັກສະຖານ ຢ່າງເປັນທາງການ ໃນຄັ້ງນີ້, ພະນະທ່ານ ທອງລຸນ ສີສຸລິດ ຍັງໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ໂອຊາສ໌ ເບກເຕນອບ, ນາຍົກລັດຖະມົນຕີ ແຫ່ງ ສ.ກາຊັກສະຖານ (H.E. Mr. Olzhas Bektenov).

ລາວ-ກາຊັກສະຖານ ຮັດແໜ້ນສາຍພົວພັນຮ່ວມມືສອງຝ່າຍຢ່າງຮອບດ້ານ · ຮູບທີ 3

ນອກຈາກນີ້, ພະນະທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ຍັງໄດ້ໄປຢ້ຽມ ຢາມ ສູນການເງິນສາກົນ (AIFC), ສູນປັນຍາປະດິດສາກົນ (ICAI), ອົງການສົ່ງເສີມການສ້າງມາດຕະການເພື່ອຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ (CICA) ແລະ ຢ້ຽມຊົມສະຖານທີ່ທ່ອງທ່ຽວສໍາຄັນຂອງກາຊັກສະຖານ ຈໍານວນໜຶ່ງ ເປັນຕົ້ນແມ່ນ ພິພິຕະພັນແຫ່ງຊາດ ກາຊັກສະຖານ, ອານຸສອນສະຖານນັກຮົບ ແພນຟິລັອບ 28 (28 Panfilov Guardsmen), ພິພິຕະພັນສິນລະປະ ອານມາຕີ ແລະ ໂບດໂອໂຕດັອກຣັດເຊຍ (Ascension Cathedral Russian Orthodox).

ລາວ-ກາຊັກສະຖານ ຮັດແໜ້ນສາຍພົວພັນຮ່ວມມືສອງຝ່າຍຢ່າງຮອບດ້ານ · ຮູບທີ 4

ພິເສດ, ພະນະທ່ານ ທອງລຸນ ສີສຸລິດ ຍັງໄດ້ໄປຢ້ຽມຢາມມະຫາວິທະຍາໄລແຫ່ງຊາດ L.N. Gumilyov Eurasian, ພ້ອມທັງໄດ້ໃຫ້ກຽດຂຶ້ນກ່າວບັນ ຍາຍ ຕໍ່ຄູອາຈານ-ນັກສຶກສາ ແລະ ຍັງໄດ້ເປັນກຽດຮັບ ນາມມະຍົດ ສາສະດາຈານ ກິດຕິມະສັກ ຈາກມະຫາວິທະຍາໄລດັ່ງກ່າວ ອີກດ້ວຍ.

ລາວ-ກາຊັກສະຖານ ຮັດແໜ້ນສາຍພົວພັນຮ່ວມມືສອງຝ່າຍຢ່າງຮອບດ້ານ · ຮູບທີ 5
ລາວ-ກາຊັກສະຖານ ຮັດແໜ້ນສາຍພົວພັນຮ່ວມມືສອງຝ່າຍຢ່າງຮອບດ້ານ · ຮູບທີ 6
ລາວ-ກາຊັກສະຖານ ຮັດແໜ້ນສາຍພົວພັນຮ່ວມມືສອງຝ່າຍຢ່າງຮອບດ້ານ · ຮູບທີ 7
ລາວ-ກາຊັກສະຖານ ຮັດແໜ້ນສາຍພົວພັນຮ່ວມມືສອງຝ່າຍຢ່າງຮອບດ້ານ · ຮູບທີ 8

ທີ່ມາ: ກະຊວງການຕ່າງປະເທດ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່