ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເມືອງຫຼວງນໍ້າທາ ໄດ້ຮັບຜົນກະທົບໜັກໜ່ວງ ຫຼາຍດ້ານຈາກໄພພິບັດນ້ຳຖ້ວມ

ໂດຍ kaling
· 3 ເດືອນ ກ່ອນອ່ານ 2 ນາທີ41 ຄັ້ງ
ເມືອງຫຼວງນໍ້າທາ ໄດ້ຮັບຜົນກະທົບໜັກໜ່ວງ ຫຼາຍດ້ານຈາກໄພພິບັດນ້ຳຖ້ວມ
ADadvertisement
ADadvertisement
ADadvertisement

ຈາກສະພາບໄພພິບັດນໍ້າຖ້ວມ ທີ່ເກີດຈາກຝົນຕົກໜັກຕິດຕໍ່ກັນຫຼາຍວັນ ເກີດຂຶ້ນໃນລະຫວ່າງວັນທີ 29-31 ສິງຫາ 2026 ຊຶ່ງໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງຕໍ່ພື້ນຖານໂຄງລ່າງ, ຊັບສິນຂອງລັດ ແລະ ປະຊາຊົນ ໃນ 5 ເມືອງ ຄື: ເມືອງຫຼວງນໍ້າທາ, ເມືອງສິງ, ເມືອງລອງ, ເມືອງວຽງພູຄາ ແລະ ເມືອງນາແລ ແຂວງຫຼວງນໍ້າທາ ກວມເອົາ 81 ບ້ານ (23.14% ຂອງບ້ານທັງໝົດ), ມີ 4,420 ຫຼັງຄາເຮືອນ, 24,849 ຄົນ ໄດ້ຮັບຜົນກະທົບ, ໃນນັ້ນ ຖືກຜົນກະທົບໜັກ 457 ຫຼັງຄາເຮືອນ ແລະ ເຮືອນໄຫຼ 12 ຫຼັງຄາເຮືອນ.

ເມືອງຫຼວງນໍ້າທາ ໄດ້ຮັບຜົນກະທົບໜັກໜ່ວງ ຫຼາຍດ້ານຈາກໄພພິບັດນ້ຳຖ້ວມ

ສໍາລັບ ເມືອງທີ່ໄດ້ຮັບຜົນກະທົບຫຼາຍກວ່າໝູ່ ແມ່ນເມືອງຫຼວງນໍ້າທາ ຊຶ່ງເປັນເມືອງເທດສະບານແຂວງ, ຄວາມເສຍຫາຍດ້ານພື້ນຖານໂຄງລ່າງ ແລະ ເສດຖະກິດ-ສັງຄົມ ໂດຍການປະເມີນໃນເບື້ອງຕົ້ນ:

ດ້ານຄົມມະນາຄົມ: ເສັ້ນທາງຫຼວງແຫ່ງຊາດ ເສຍຫາຍ 311.1 ກມ (ມູນຄ່າ 2,712.67 ຕື້ກວ່າກີບ), ທາງຫຼວງແຂວງ 573.8 ກມ (853.34 ຕື້ກວ່າກີບ), ທາງຫຼວງເມືອງ 134 ກມ (61.30 ຕື້ກວ່າກີບ), ທາງຕົວເມືອງ 20.60 ກມ (10.15 ຕື້ກວ່າກີບ), ທາງຊົນນະບົດ 364.37 ກມ (252.60 ຕື້ກວ່າກີບ) ແລະ ຂົວ ເສຍຫາຍ 33.27 ກມ (93.30 ຕື້ກວ່າກີບ), ສະໜາມບິນໄດ້ຮັບຜົນກະທົບ 1 ແຫ່ງ ມູນຄ່າເສຍຫາຍ 25 ຕື້ກວ່າກີບ, ນໍ້າປະປາ ແລະ ໄຟຟ້າ: ເສຍຫາຍ 5 ພື້ນທີ່ບໍລິການນໍ້າປະປາ 7 ໂຮງງານ (ມູນຄ່າ 1.69 ຕື້ກວ່າກີບ); ຕາຂ່າຍໄຟຟ້າ 22 ກວ ມູນຄ່າ 5.31 ຕື້ກວ່າກີບ, ຕາຂ່າຍ 0.4 ກວ ມູນຄ່າ 96.11 ລ້ານກວ່າກີບ, ໝໍ້ນັບໄຟຟ້າ 2 ຕື້ກວ່າກີບ ແລະ ເຂື່ອນໄຟຟ້ານໍ້າທາ3,ນໍ້າລອງ1, ນໍ້າຕະລານກໍ່ໄດ້ຮັບຜົນກະທົບ.

ADadvertisement
ADadvertisement
ADadvertisement
ເມືອງຫຼວງນໍ້າທາ ໄດ້ຮັບຜົນກະທົບໜັກໜ່ວງ ຫຼາຍດ້ານຈາກໄພພິບັດນ້ຳຖ້ວມ · ຮູບທີ 2

ດ້ານການສຶກສາ: ໂຮງຮຽນຖືກຜົນກະທົບ 29 ແຫ່ງ (ມັດທະຍົມສົມບູນ 7 ແຫ່ງ, ປະຖົມ 19 ແຫ່ງ, ອະນຸບານ 2 ແຫ່ງ ແລະ ສາງເຄື່ອງ 1 ແຫ່ງ) ມູນຄ່າເສຍຫາຍ 119.82 ຕື້ກວ່າກີບ, ມີນັກຮຽນ1,654 ຄົນ ແລະ ຄູ-ອາຈານ 76 ຄົນ ໄດ້ຮັບຜົນກະທົບ.

ດ້ານສາທາລະນະສຸກ: ໂຮງໝໍ 1 ແຫ່ງ, ສຸກສາລາ 3 ແຫ່ງ, ຕຶກສູນໂຄວິດ 1 ຫຼັງ ແລະ ລະບົບນໍ້າລິນເສຍຫາຍ 35 ແຫ່ງ (ມູນຄ່າ 11.19 ຕື້ກວ່າກີບ).

ກະສິກຳ ແລະ ອຸດສາຫະກຳ: ເນື້ອທີ່ນາມີຄວາມເສຍຫາຍ 108.9 ເຮັກຕາ, ເນື້ອທີ່ໄຮ່ 22 ເຮັກຕາ, ສວນອ້ອຍ 210 ເຮັກຕາ, ຢາງພາລາ 97 ເຮັກຕາ, ຊົນລະປະທານ 9 ແຫ່ງ ແລະ ໂຮງງານອຸດສາຫະກຳປຸງແຕ່ງ7ແຫ່ງ(ມູນຄ່າ47.11ຕື້ກວ່າກີບ).

ຂໍ້ມູນ: ຂ່າວສານແຂວງຫຼວງນໍ້າທາ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່