ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເຫດຫິມະຖະລົ່ມເທິງພູຢູ່ປະເທດຣັດເຊຍ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 11 ຄົນ ແລະ ສູນຫາຍອີກ 6 ຄົນ

ໂດຍ Jenjila
· 3 ເດືອນ ກ່ອນອ່ານ 2 ນາທີ45 ຄັ້ງ
ເຫດຫິມະຖະລົ່ມເທິງພູຢູ່ປະເທດຣັດເຊຍ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 11 ຄົນ ແລະ ສູນຫາຍອີກ 6 ຄົນ
ADadvertisement
ADadvertisement
ADadvertisement
ເຫດຫິມະຖະລົ່ມເທິງພູຢູ່ປະເທດຣັດເຊຍ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 11 ຄົນ ແລະ ສູນຫາຍອີກ 6 ຄົນ

ເຈົ້າໜ້າທີ່ລະບຸວ່າ ນັກປີນພູ 10 ຄົນສາມາດຍ່າງລົງຈາກພື້ນທີ່ເກີດເຫດໄດ້ດ້ວຍຕົນເອງ ສ່ວນອີກ 6 ຄົນໄດ້ຮັບບາດເຈັບ ແລະ ຖືກນຳຕົວສົ່ງໂຮງໝໍເພື່ອຮັບການປິ່ນປົວ ຂະນະທີ່ຜູ້ເສຍຊີວິດ 11 ຄົນໄດ້ຮັບບາດເຈັບຮຸນແຮງຈົນບໍ່ສາມາດຊ່ວຍຊີວິດໄດ້.

ກຸ່ມນັກປີນພູດັ່ງກ່າວມີສະມາຊິກທັງໝົດ 33 ຄົນ ໂດຍຊ່ວງເວລາທີ່ເກີດເຫດ ມີນັກປີນພູ 15 ຄົນກຳລັງເດີນທາງຕາມເສັ້ນທາງເທິງພູ ກ່ອນຖືກຫິມະຖະລົ່ມລົງມາຈາກພູມີຊີຣ໌ກີ ເວລາປະມານ 17:00 ໂມງ ຂອງວັນທີ 6 ກັນຍາ. ເບື້ອງຕົ້ນມີລາຍງານຜູ້ເສຍຊີວິດ 2 ລາຍ ກ່ອນທີ່ຕົວເລກຈະເພີ່ມຂຶ້ນຢ່າງຕໍ່ເນື່ອງຫຼັງເຈົ້າໜ້າທີ່ເຂົ້າກວດສອບ ແລະ ຄົ້ນຫາຜູ້ປະສົບເຄາະຮ້າຍ.

ຫຼັງເກີດເຫດ ເຈົ້າໜ້າທີ່ຈາກໜ່ວຍຄົ້ນຫາ ແລະ ກູ້ໄພພູສູງເອລບຣຸສ ຂອງກະຊວງສະຖານະການສຸກເສີນຣັດເຊຍ ບໍລິເວນໜ່ວຍປະຕິບັດການຂອງສຳນັກງານກະຊວງສະຖານະການສຸກເສີນປະຈຳແຄວ້ນຄາບາດີໂນ-ບັລຄາເຣຍ ຖືກສົ່ງເຂົ້າພື້ນທີ່ເພື່ອດຳເນີນການຄົ້ນຫາ ແລະ ຊ່ວຍເຫຼືອ.

ADadvertisement
ADadvertisement
ADadvertisement

ປະຕິບັດການຄົ້ນຫາເປັນໄປຢ່າງຍາກລຳບາກ ເນື່ອງຈາກສະພາບພູມິປະເທດເປັນພູສູງຊັນ ລວມທັງຍັງມີຄວາມສ່ຽງທີ່ຈະເກີດຫິມະຖະລົ່ມຊ້ຳ ໂດຍທາງການໄດ້ເສີມກຳລັງເຈົ້າໜ້າທີ່ກູ້ໄພເປັນປະມານ 56 ຄົນ ເພື່ອເລ່ງຄົ້ນຫານັກປີນພູທີ່ຍັງສູນຫາຍ.

ທາງກະຊວງສະຖານະການສຸກເສີນລະບຸວ່າ ຖ້າສະພາບອາກາດເອື້ອອຳນວຍ ຈະສົ່ງເຮືອບິນຮົບ ຫຼື ເຮລີຄອບເຕີ Mi-8 ແລະ ເຮລີຄອບເຕີເຊີງພາານິດເຂົ້າຮ່ວມພາລະກິດທາງອາກາດ ເພື່ອສະໜັບສະໜູນການຄົ້ນຫາຜູ້ສູນຫາຍ.

ຄາຊເບກ ໂຄຄອບ ຜູ້ນຳແຄວ້ນຄາບາດີໂນ-ບັລຄາເຣຍ ເປີດເຜີຍວ່າ ປະຕິບັດການຄົ້ນຫາ ແລະ ກູ້ໄພຍັງຄົງດຳເນີນຕໍ່ໄປບໍລິເວນຕອນເທິງຂອງຮ່ອມພູເບເຊນກີ ພ້ອມສະແດງຄວາມເສຍໃຈຕໍ່ຄອບຄົວຂອງຜູ້ເສຍຊີວິດ ແລະ ຂໍໃຫ້ຜູ້ໄດ້ຮັບບາດເຈັບຟື້ນໂຕໂດຍໄວ.

ຂະນະດຽວກັນ, ຄະນະກຳມະການສອບສວນຂອງຣັດເຊຍໄດ້ເປີດການສອບສວນຄະດີອາຍາໃນຂໍ້ຫາປະໝາດ ເພື່ອຫາສາເຫດ ແລະ ກວດສອບວ່າມີການລະເລີຍມາດຕະການດ້ານຄວາມປອດໄພທີ່ກ່ຽວຂ້ອງກັບເຫດການຄັ້ງນີ້ຫຼືບໍ່; ຂະນະທີ່ສຳນັກງານອາຍາການແຄວ້ນຄາບາດີໂນ-ບັລຄາເຣຍ ໄດ້ເຂົ້າຄວບຄຸມການກວດສອບຂໍ້ເທັດຈິງ ແລະ ສາເຫດການເສຍຊີວິດຂອງນັກປີນພູ.

ເຈົ້າໜ້າທີ່ຍັງຄົງເດີນໜ້າຄົ້ນຫານັກປີນພູທັງ 6 ຄົນທີ່ສູນຫາຍ ໂດຍຍັງບໍ່ທັນມີການເປີດເຜີຍລາຍລະອຽດເພີ່ມເຕີມກ່ຽວກັບຊະຕາກຳຂອງພວກເຂົາ.

ທີ່ມາ: Interfax / vedomosti.ru

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່