ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເຈົ້າໜ້າທີ່ກວດຄົ້ນພັດຕະຄານເຟື່ອງຟ້າ ພົບບ່ອນຫລິ້ນການພະນັນຜິດກົດໝາຍ ຈັບຕົວ 2 ຄົນ

ໂດຍ Jenjila
· 3 ເດືອນ ກ່ອນອ່ານ 1 ນາທີ36 ຄັ້ງ
ເຈົ້າໜ້າທີ່ກວດຄົ້ນພັດຕະຄານເຟື່ອງຟ້າ ພົບບ່ອນຫລິ້ນການພະນັນຜິດກົດໝາຍ ຈັບຕົວ 2 ຄົນ
ADadvertisement
ADadvertisement
ADadvertisement

ເຈົ້າໜ້າທີ່ສະເພາະກິດ ກະຊວງປ້ອງກັນຄວາມສະຫງົບ (ປກສ) ເປີດປະຕິບັດການບຸກກວດລ້າງບ່ອນພະນັນຜິດກົດໝາຍຂະໜາດໃຫຍ່ ເຊິ່ງລັກລອບເປີດຊ້ອນໂຕນຢູ່ພັດທາຄານແຫ່ງໜຶ່ງ ຢູ່ເມືອງສີສັດຕະນາກ, ສາມາດກັກຕົວຜູ້ຖືກຫາໄດ້ 2 ຄົນ ແລະ ຍຶດອຸປະກອນການຫຼິ້ນພະນັນໄດ້ຈໍານວນຫຼາຍ.

ເຈົ້າໜ້າທີ່ກວດຄົ້ນພັດຕະຄານເຟື່ອງຟ້າ ພົບບ່ອນຫລິ້ນການພະນັນຜິດກົດໝາຍ ຈັບຕົວ 2 ຄົນ

ປະຕິບັດການດັ່ງກ່າວແມ່ນໃນວັນທີ 5 ກັນຍາ 2026, ໂດຍກຳລັງເຈົ້າໜ້າທີ່ສະເພາະກິດ ກະຊວງ ປກສ ໄດ້ເຂົ້າກວດຄົ້ນ ຢູ່ພັດທະຄານ ເຟື່ອງຟ້າ ບ້ານໂພນສີນວນ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ; ຜ່ານການກວດຄົ້ນ, ເຈົ້າໜ້າທີ່ສາມາດກັກຕົວຜູ້ຖືກຫາໄດ້ 2 ຄົນ ຄື: ຄົນລາວ 1 ຄົນ ແລະ ຄົນເກົາຫຼີໃຕ້ 1 ຄົນ.

ເຈົ້າໜ້າທີ່ກວດຄົ້ນພັດຕະຄານເຟື່ອງຟ້າ ພົບບ່ອນຫລິ້ນການພະນັນຜິດກົດໝາຍ ຈັບຕົວ 2 ຄົນ · ຮູບທີ 2

ພ້ອມດຽວກັນນັ້ນ, ເຈົ້າໜ້າທີ່ຍັງສາມາດຍຶດຂອງກາງທີ່ໃຊ້ເຂົ້າໃນການຫຼິ້ນພະນັນໄດ້ຫຼາຍລາຍການ, ລວມມີ: ໂຕະສຳລັບຫຼິ້ນໄພ້ ປົກເກີ 40 ໂຕະຊິບ (Chip) ແລກປ່ຽນເງິນພະນັນ 7.840 ຊິບໄພ້ 976 ຊຸດ, ຄອມພິວເຕີຕັ້ງໂຕະ 6 ຊຸດ,

ADadvertisement
ADadvertisement
ADadvertisement

ໂຕະນ້ອຍ (ຮູບມົນ) 12 ຊຸດ, ຈໍ LED ຂະໜາດໃຫຍ່ 1 ຊຸດ

ເຈົ້າໜ້າທີ່ກວດຄົ້ນພັດຕະຄານເຟື່ອງຟ້າ ພົບບ່ອນຫລິ້ນການພະນັນຜິດກົດໝາຍ ຈັບຕົວ 2 ຄົນ · ຮູບທີ 3

ນອກຈາກອຸປະກອນດັ່ງກ່າວແລ້ວ, ເຈົ້າໜ້າທີ່ຍັງຕົກສະລຶງເມື່ອພົບເຫັນ ໃບອະນຸຍາດຜູ້ສ້າງຕັ້ງຫົວໜ່ວຍກິລາ ປະເພດປົກເກີ (ໝາກລຸກ) ເຊິ່ງລະບຸຊື່ ທ້າວ ແກ້ວອາລຸນ ແສ່ງດາລາ, ອາຍຸ 36 ປີ, ອາຊີບຄ້າຂາຍ, ຢູ່ບ້ານວັງຊາຍ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.

ເຈົ້າໜ້າທີ່ກວດຄົ້ນພັດຕະຄານເຟື່ອງຟ້າ ພົບບ່ອນຫລິ້ນການພະນັນຜິດກົດໝາຍ ຈັບຕົວ 2 ຄົນ · ຮູບທີ 4

ປັດຈຸບັນ, ເຈົ້າໜ້າທີ່ຕຳຫຼວດກຳລັງເລັ່ງດຳເນີນການສືບສວນ-ສອບສວນຂະຫຍາຍຜົນ ເພື່ອນຳຕົວຜູ້ກະທຳຜິດ ແລະ ຜູ້ຢູ່ເບື້ອງຫຼັງ ມາດຳເນີນຄະດີຕາມລະບຽບກົດໝາຍຢ່າງເຂັ້ມງວດ.

ເຈົ້າໜ້າທີ່ກວດຄົ້ນພັດຕະຄານເຟື່ອງຟ້າ ພົບບ່ອນຫລິ້ນການພະນັນຜິດກົດໝາຍ ຈັບຕົວ 2 ຄົນ · ຮູບທີ 5

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່