ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປກສ ແຂວງຫລວງພະບາງ ຈັບຕົວຜູ້ຄ້າ ແລະ ຮັບສົ່ງຢາເສບຕິດ 3 ຄົນ ພ້ອມເສບຕິດທັງໝົດ 84,567 ເມັດ

ໂດຍ Jenjila
· 3 ເດືອນ ກ່ອນອ່ານ 2 ນາທີ38 ຄັ້ງ
ປກສ ແຂວງຫລວງພະບາງ ຈັບຕົວຜູ້ຄ້າ ແລະ ຮັບສົ່ງຢາເສບຕິດ 3 ຄົນ ພ້ອມເສບຕິດທັງໝົດ 84,567 ເມັດ
ADadvertisement
ADadvertisement
ADadvertisement

ໃນໄລຍະ ເດືອນສິງຫາ 2026 ຫ້ອງຕຳຫຼວດ ປກສ ແຂວງຫຼວງພະບາງ ສາມາດມ້າງຄະດີຢາເສບຕິດໄດ້ຈໍານວນ 3 ຄົນ ຄື :

ປກສ ແຂວງຫລວງພະບາງ ຈັບຕົວຜູ້ຄ້າ ແລະ ຮັບສົ່ງຢາເສບຕິດ 3 ຄົນ ພ້ອມເສບຕິດທັງໝົດ 84,567 ເມັດ

ຄົນທີ່ 1: ໃນຄັ້ງວັນທີ 24 ສິງຫາ 2026, ໄດ້ຮັບລາຍງານຈາກພົນລະເມືອງດີ ວ່າຈະມີການຂົນສົ່ງຢາເສບຕິດ (ຢາບ້າ) ມາແຕ່ກຸ່ມຊົ່ງຈ່າ ມາຫາຂອບເຂດບ້ານນ້ຳຖ້ວມໃຕ້ ເມືອງນ້ຳບາກ ແຂວງຫຼວງພະບາງ ດັ່ງນັ້ນ, ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງນ້ຳບາກ ແຂວງຫຼວງພະບາງ ໄດ້ສົມທົບກັນວາງແຜນບັນຈຸກຳລັງ ຕັ້ງດ່ານກວດພາຫະນະ ຂອບເຂດບ້ານນ້ຳຂານ ຕົກມາຮອດເວລາປະມານ16:00ໂມງຂອງວັນດຽວກັນ ໄດ້ມີເປົ້າໝາຍສົງໄສ 1 ຄົນຂັບຂີ່ລົດຈັກຍີ່ຫໍ້ ຮ່ອນດາ ເວບໄອ້ 125, ສີດຳບໍ່ມີປ້າຍທະບຽນ ຂັບຂີ່ມາຮອດຈຸດດ່ານກວດກາຂອງເຈົ້າໜ້າທີ່, ເຈົ້າໜ້າທີ່ຈື່ງໄດ້ສະແດງຕົວກັກລົດຄັນດັ່ງກ່າວ ພ້ອມທັງຂໍອານຸຍາດກວດຄົ້ນພາຫະນະ, ຜ່ານການກວດຄົ້ນພາຫະນະພົບເຫັນຂອງກາງຢາເສບຕິດ ຈຳນວນ 11 ແພັກ ກັບ 1 ມັດ, ເທົ່າກັບ 68,000 ເມັດ ນໍ້າໜັກ 6,8 ກິໂລກຼາມ, ໂທລະສັບ 2 ເຄື່ອງ, ຢູ່ນີເທວ ສີດຳ 1 ໜ່ວຍ, OPPO ສີດຳແດງ 1 ໜ່ວຍ, ທີ່ຊຸກເຊື່ອງໄວ້ໃນເບາະລົດຈັກ, ເຈົ້າໜ້າທີ່ຈື່ງທຳການກັກຕົວທ້າວ ໂພໄຊຢ່າງ (ຈື່ຢ່າງ)ເຈົ້າຂອງລົດເພື່ອມາທຳການສຶບສວນ-ສອບສວນ; ຜ່ານການສືບສວນ-ສອບສວນ ທ້າວ ໂພໄຊຢ່າງ (ຈື່ຢ່າງ) ໃຫ້ສາລະພາບວ່າ: ຢາບ້ າຈຳນວນ 11 ແພັກ ກັບ 1 ມັດ ເທົ່າກັບ 68,000 ເມັດ ນໍ້າໜັກ 6,8 ກິໂລກຼາມ ທີ່ເຈົ້້າໜ້າທີ່ ຍຶດໄດ້ຢູ່ພາຫະນະນັ້ນ ແມ່ນຢູ່ໃນການຄອບຄອງຂອງຜູ້ກ່ຽວແທ້, ຈຸດປະສົງແມ່ນຜູ້ກ່ຽວຮັບຂົນສົ່ງຢາບ້າ ເພື່ອເອົາຄ່າຈ້າງ. ສ່ວນທີ່ມາຂອງຢາບ້ານັ້ນ ເຈົ້າໜ້າທີ່ວິຊາສະເພາະພວມດຳເນີນການສືບສວນ-ສອບສວນ ຢ່າງລະອຽດເພື່ອຂະຫຍາຍຜົນ ແລະ ນຳຕົວກຸ່ມແກ້ງຄ້າ-ຂາຍ ຢາເສບຕິດຈຳນວນດັ່ງກ່າວ ມາດຳເນີນຄະດີຕາມກົດໝາຍ;

ຄົນທີ່2: ນາງເຊຍເຮີ ອາຍຸ 43 ປີ , ອາຊີບເຮັດສວນ, ຊົນເຜົ່າມົ້ງ ຢູ່ບ້ານພູລັງຈັງເມືອງພູຄູນ ຖືກເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງພູຄູນ ກັກຕົວໃນວັນທີ 18 ສິງຫາ 2026 ພ້ອມຂອງກາງຢາບ້າ 1 ແພັກ ກັບ 12 ຖົງນ້ອຍ ເທົ່າ 8,386 ເມັດ; ເງິນກີບ 7,650,000(ເຈັດລ້ານຫົກແສນຫ້າສີບພັນກີບ), ໂທລະສັບ 2 ເຄື່ອງ, ຍີຫໍ້ HONOR ສີຟ້າທະເລ 1 ໜ່ວຍ, OPPO ສີຟ້າທະເລ 1 ໜ່ວຍ.

ADadvertisement
ADadvertisement
ADadvertisement

ຄົນທີ່ 3: ທ້າວ ເກົ່າທໍ່ ອາຍຸ 46 ປີ, ຊົນເຜົ່າມົ້ງ ຢູ່ບ້ານນໍ້າຈ່າວ ເມືອງພູຄູນ ຖືກເຈົ້່າໜ້າທີ່ກອງບັນຊາການ ປກສ ເມືອງພູຄູນ ກັກຕົວໃນຄັ້ງວັນທີ 27 ສິງຫາ 2026, ພ້ອມຂອງກາງຢາບ້ າ 1 ແພັກ ກັບ 11 ຖົງນ້ອຍ ເທົ່າກັບ 8, 181 ເມັດ, ຝີ່ນ 2 ກ້ອນນ້ອຍ ນໍ້າໜັກ 0.17 ກຼາມ, ປືນແກັບ 1 ກະບອກ, ບໍ່ມີລູກ, ເງິນກີບ 4,440,000 (ສີ່ລ້ານສີ່ແສນສີ່ສີບພັນ) ໂທລະສັບໂນເກຍ 1 ໜ່ວຍ.

ປັດຈຸບັນ ຄະດີຢາເສບຕິດ ທັງ 3 ຄົນ ເຈົ້າໜ້າທີ່ພະແນກສະກັດກັ້ນ-ຕ້ານຢາເສບຕິດ ຫ້ອງຕຳຫຼວດ ປກສ ແຂວງຫຼວງພະບາງ ພວມດຳເນີນຕາມຂັ້ນຕອນຂອງລະບຽບກົດໝາຍ.

ຂ່າວ: ຮອ ນາງ ບຸນມີ ສີບຸນເຮືອງ

ພາບ: ຮອ ນາງ ມະໄລວັນ ລັດສະໝີ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່