ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ການນຳແຂວງບໍ່ແກ້ວ ມອບເງິນຊ່ວຍເຫລືອ 100 ລ້ານກີບ ໃຫ້ແຂວງອຸດົມໄຊ ທີ່ຖືກຜົນກະທົບຈາກໄພນ້ຳຖ້ວມ

ໂດຍ Jenjila
· 3 ເດືອນ ກ່ອນອ່ານ 1 ນາທີ40 ຄັ້ງ
ການນຳແຂວງບໍ່ແກ້ວ ມອບເງິນຊ່ວຍເຫລືອ 100 ລ້ານກີບ ໃຫ້ແຂວງອຸດົມໄຊ ທີ່ຖືກຜົນກະທົບຈາກໄພນ້ຳຖ້ວມ
ADadvertisement
ADadvertisement
ADadvertisement

ຂ່າວຈາກ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ການນຳແຂວງບໍ່ແກ້ວ ມອບເງິນຊ່ວຍເຫລືອ 100 ລ້ານກີບ ໃຫ້ແຂວງອຸດົມໄຊ ເພື່ອນຳໃຊ້ເຂົ້າໃນການຊ່ວຍເຫລືອ ແລະ ບັນເທົາຜົນກະທົບຈາກໄພນ້ຳຖ້ວມໃນເດືອນສິງຫາຜ່ານມາ ທີ່ເຮັດໃຫ້ປະຊາຊົນ, ຊັບສິນ ແລະ ພື້ນຖານໂຄງລ່າງບາງສ່ວນໄດ້ຮັບຜົນກະທົບເສຍຫາຍເປັນຈຳນວນຫລາຍ.

ການນຳແຂວງບໍ່ແກ້ວ ມອບເງິນຊ່ວຍເຫລືອ 100 ລ້ານກີບ ໃຫ້ແຂວງອຸດົມໄຊ ທີ່ຖືກຜົນກະທົບຈາກໄພນ້ຳຖ້ວມ

ພິທີມອບ-ຮັບເງິນຊ່ວຍເຫລືອດັ່ງກ່າວ ໄດ້ຈັດຂຶ້ນ ໃນວັນທີ 8 ກັນຍາ 2026 ທີ່ນະຄອນຫລວງວຽງຈັນ ຕາງໜ້າມອບໂດຍ ທ່ານ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ເລຂາພັກແຂວງ ປະທານສະພາປະຊາຊົນ ແຂວງບໍ່ແກ້ວ ແລະ ຕາງໜ້າຮັບໂດຍທ່ານ ບຸນຄົງ ຫລ້າຈຽມພອນ ເລຂາພັກແຂວງ ປະທານສະພາປະຊາຊົນ ແຂວງອຸດົມໄຊ.

ການມອບເງິນຊ່ວຍເຫລືອໃນຄັ້ງນີ້ ເປັນການສະແດງເຖິງນ້ຳໃຈ, ຄວາມສາມັກຄີ ແລະ ການເອື້ອອາທອນຊ່ວຍເຫລືອເຊິ່ງກັນ ແລະກັນ ລະຫວ່າງສອງແຂວງບໍ່ແກ້ວ-ອຸດົມໄຊ ໃນຍາມທີ່ປະຊາຊົນປະສົບຄວາມລຳບາກ ພ້ອມທັງເປັນການຮ່ວມແຮງຮ່ວມໃຈຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ພາຍຫລັງປະສົບໄພພິບັດ ໃຫ້ກັບເຂົ້າສູ່ສະພາບປົກກະຕິໂດຍໄວ.

ADadvertisement
ADadvertisement
ADadvertisement
ການນຳແຂວງບໍ່ແກ້ວ ມອບເງິນຊ່ວຍເຫລືອ 100 ລ້ານກີບ ໃຫ້ແຂວງອຸດົມໄຊ ທີ່ຖືກຜົນກະທົບຈາກໄພນ້ຳຖ້ວມ · ຮູບທີ 2

ໂອກາດນີ້, ທ່ານ ບຸນຄົງ ຫລ້າຈຽມພອນ ຕາງໜ້າໃຫ້ປະຊາຊົນບັນດາເຜົ່າແຂວງອຸດົມໄຊ ໄດ້ສະແດງຄວາມຂອບໃຈມາຍັງຄະນະນຳ ແລະ ປະຊາຊົນແຂວງບໍ່ແກ້ວ ທີ່ໄດ້ມີນ້ຳໃຈອັນດີງາມ ໃຫ້ການຊ່ວຍເຫລືອໃນຄັ້ງນີ້ ຊຶ່ງຈະເປັນກຳລັງໃຈສຳຄັນໃຫ້ແກ່ປະຊາຊົນຜູ້ປະສົບໄພ ແລະ ຈະນຳເງິນຊ່ວຍເຫລືອຄັ້ງນີ້ ໄປນຳໃຊ້ໃຫ້ເກີດປະໂຫຍດສູງສຸດ.

ການຮ່ວມສົ່ງຕໍ່ນ້ຳໃຈຊ່ວຍເຫລືອໃນຄັ້ງນີ້ ນັບເປັນອີກໜຶ່ງການສະແດງເຖິງຄວາມສາມັກຄີ ແລະ ຄວາມເອື້ອອາທອນຂອງພາກສ່ວນຕ່າງໆ ເພື່ອຮ່ວມກັນຝ່າຟັນຜົນກະທົບຈາກໄພທຳມະຊາດ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນໃຫ້ກັບຄືນສູ່ພາວະປົກກະຕິໂດຍໄວ.

ຂ່າວ: ຈ.ຈັນທະລິດ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່