ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ນັກຂ່າວເລບານອນຖືກລະເບີດລົງໄລຍະປະຊິດ ຂະນະກຳລັງລາຍງານຂ່າວສົດ ໄດ້ຮັບບາດເຈັບ

ໂດຍ kaling
· 3 ເດືອນ ກ່ອນອ່ານ 2 ນາທີ30 ຄັ້ງ
ນັກຂ່າວເລບານອນຖືກລະເບີດລົງໄລຍະປະຊິດ ຂະນະກຳລັງລາຍງານຂ່າວສົດ ໄດ້ຮັບບາດເຈັບ
ADadvertisement
ADadvertisement
ADadvertisement

ເກີດເຫດສັ່ນສະເທືອນຂຶ້ນ ຂະນະທີ່ຜູ້ສື່ຂ່າວ ແລະ ຊ່າງພາບຂອງສະຖານີໂທລະພາບ ອັນ-ມານາ (Al-Manar) ໃນເລບານອນ ກຳລັງລາຍງານຂ່າວສົດກ່ຽວກັບເຫດການໂຈມຕີຂອງອິດສະຣາແອນ ແຕ່ກັບຖືກໂຈມຕີຊ້ຳໃນໄລຍະປະຊິດ ສົ່ງຜົນໃຫ້ທັງສອງຄົນໄດ້ຮັບບາດເຈັບຈາກສະເກັດລະເບີດ.

ເຫດການດັ່ງກ່າວເກີດຂຶ້ນຢູ່ເມືອງ ນາບາຕິເຍ (Nabatieh) ທາງຕອນໃຕ້ຂອງເລບານອນ ຂະນະທີ່ຜູ້ສື່ຂ່າວ ແລະ ຊ່າງພາບຂອງສະຖານີໂທລະພາບ ອັນ-ມານາ ເຊິ່ງຢູ່ພາຍໃຕ້ການຄວບຄຸມຂອງກຸ່ມຮິສໂບເລາະ (Hezbollah) ກຳລັງລາຍງານຂ່າວການໂຈມຕີຂອງອິດສະຣາແອນ.

ພາບທີ່ເຜີຍແຜ່ເທິງໂລກອອນໄລນ໌ ສະແດງໃຫ້ເຫັນຜູ້ສື່ຂ່າວກຳລັງລາຍງານຂ່າວສົດຢູ່ໃກ້ກັບມັດສະຍິດ ຮຸສເຊນິຍະ (Husseinyeh) ຢູ່ໃຈກາງເມືອງນາບາຕິເຍ ໃນເວລາປະມານ 20:00 ໂມງ ຂອງວັນອາທິດ ກ່ອນຈະເກີດການໂຈມຕີລະລອກທີສອງໃກ້ກັບຈຸດທີ່ເຂົາຢືນຢູ່ ເຮັດໃຫ້ຜູ້ສື່ຂ່າວໄດ້ຮັບບາດເຈັບຈາກສະເກັດລະເບີດບໍລິເວນຂາ ແລະ ແຂນ ສ່ວນຊ່າງພາບກໍໄດ້ຮັບບາດເຈັບເຊັ່ນກັນ. ທາງສະຖານີລະບຸວ່າ ທັງສອງຄົນມີອາການຊົງໂຕ ແລະ ກຳລັງຢູ່ລະຫວ່າງການຜ່າຕັດ.

ADadvertisement
ADadvertisement
ADadvertisement

ເຫດການນີ້ເກີດຂຶ້ນທ່າມກາງການໂຈມຕີທາງອາກາດຂອງອິດສະຣາແອນຫຼາຍລະລອກທົ່ວພື້ນທີ່ທາງຕອນໃຕ້ຂອງເລບານອນ ໂດຍກະຊວງສາທາລະນະສຸກເລບານອນລາຍງານວ່າ ມີຜູ້ເສຍຊີວິດຢ່າງໜ້ອຍ 10 ຄົນ ຮວມທັງແມ່ຍິງ ແລະ ເດັກນ້ອຍ ໂດຍ 8 ຄົນເສຍຊີວິດຈາກການໂຈມຕີອາຄານແຫ່ງໜຶ່ງຢູ່ເມືອງ ຄຟາ ຣຸມມານ (Kfar Roummane) ແລະ ມີເຈົ້າໜ້າທີ່ກູ້ໄພເສຍຊີວິດອີກ 1 ຄົນ ຈາກການໂຈມຕີໃສ່ລົດ.

ທາງດ້ານກອງທັບອິດສະຣາແອນລະບຸວ່າ ການໂຈມຕີດັ່ງກ່າວແມ່ນການໂຕ້ຕອບ ຫຼັງຈາກກຸ່ມຮິສໂບເລາະໄດ້ສົ່ງໂດຣນຕິດລະເບີດເຂົ້າໂຈມຕີກອງກຳລັງອິດສະຣາແອນ ພ້ອມທັງລະບຸວ່າ ໄດ້ໂຈມຕີສະມາຊິກຮິສໂບເລາະທີ່ຖືກກ່າວຫາວ່າລຳລຽງອາວຸດໃນພື້ນທີ່ເມືອງ ຄຟາ ຣຸມມານ ຂະນະທີ່ກຸ່ມຮິສໂບເລາະຍັງບໍ່ທັນໄດ້ອອກມາອ້າງໂຕວ່າເປັນຜູ້ກໍ່ເຫດໂຈມຕີດັ່ງກ່າວ.

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່