ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ອິນຟລູເອນເຊີສາຍກິນໄວ 24 ປີ ເສຍຊີວິດ ຫຼັງເຄີຍມີພາວະ “ໂພແທດຊຽມໃນເລືອດຕ່ຳຮຸນແຮງ

ໂດຍ kaling
· 3 ເດືອນ ກ່ອນອ່ານ 2 ນາທີ44 ຄັ້ງ
ອິນຟລູເອນເຊີສາຍກິນໄວ 24 ປີ ເສຍຊີວິດ ຫຼັງເຄີຍມີພາວະ “ໂພແທດຊຽມໃນເລືອດຕ່ຳຮຸນແຮງ
ADadvertisement
ADadvertisement
ADadvertisement

ວັນທີ 4 ກັນຍາ, ຄອບຄົວຂອງ “ອິ່ງອິ່ງ ການຟ່ານອິ່ງ” ຫຼື ເສິນ ຈື້ອີ (Chen Ziyi), ອິນຟລູເອນເຊີສາຍກິນຊາວຈີນທີ່ມີຜູ້ຕິດຕາມຫຼາຍກວ່າ 1 ລ້ານຄົນ ໄດ້ປະກາດວ່າ ເທີໄດ້ເສຍຊີວິດແລ້ວໃນວັນທີ 17 ສິງຫາ 2569 (2026) ໃນຂະນະທີ່ມີອາຍຸພຽງ 24 ປີ.

ກ່ອນເສຍຊີວິດພຽງ 3 ວັນ, ນາງໄດ້ໂພສຄລິບຈາກໂຮງໝໍ ພ້ອມເປີດເຜີຍວ່າໄດ້ເຂົ້າຮັບການປິ່ນປົວຈາກພາວະໂພແທດຊຽມ (Potassium) ໃນເລືອດຕ່ຳ ໂດຍຄ່າຕ່ຳສຸດເຫຼືອພຽງ 2.3 ມິລລິໂມລ/ລິດ ເຊິ່ງຈັດຢູ່ນອກເກນປົກກະຕິ ແລະ ເຂົ້າຂັ້ນຮຸນແຮງ.

“ໂພແທດຊຽມ” ເປັນແຮ່ທາດສໍາຄັນທີ່ຊ່ວຍຄວບຄຸມການເຮັດວຽກຂອງກ້າມເນື້ອ, ເສັ້ນປະສາດ ແລະ ໂດຍສະເພາະ “ກ້າມເນື້ອຫົວໃຈ”. ຫາກລະດັບຫຼຸດຕ່ຳຫຼາຍ, ຫົວໃຈອາດເຕັ້ນຜິດຈັງຫວະ ແລະ ໃນກໍລະນີຮຸນແຮງອາດເຖິງຂັ້ນຫົວໃຈຢຸດເຕັ້ນໄດ້.

ADadvertisement
ADadvertisement
ADadvertisement

ສາເຫດຂອງພາວະໂພແທດຊຽມຕ່ຳ: ສາເຫດຕົ້ນຕໍບໍ່ແມ່ນພຽງແຕ່ “ກິນອາຫານໜ້ອຍ”, ແຕ່ເກີດຈາກການທີ່ຮ່າງກາຍສູນເສຍໂພແທດຊຽມຫຼາຍເກີນໄປ ເຊັ່ນ: ອາກຽນ ຫຼື ທ້ອງເສຍຢ່າງຕໍ່ເນື່ອງ, ເຫື່ອອອກຫຼາຍ, ການໃຊ້ຢາຍ່ຽວບາງຊະນິດ ຫຼື ມີຄວາມຜິດປົກກະຕິທີ່ເຮັດໃຫ້ໄຕຂັບໂພແທດຊຽມອອກຫຼາຍເກີນໄປ.

ໃນກໍລະນີຂອງ ອິ່ງອິ່ງ, ສື່ຈີນລາຍງານວ່າ ເທີເຄີຍເວົ້າເຖິງການເຮັດຄອນເທັນກິນໂຊຢ່າງໜັກ ແລະ ມີພຶດຕິກຳກະຕຸ້ນໃຫ້ອາກຽນ (ຊ້ວນຄໍ) ຫຼັງຮັບປະທານອາຫານເປັນເວລານານ. ແພດໄດ້ອະທິບາຍວ່າ ການອາກຽນຊ້ຳໆ ເຮັດໃຫ້ຮ່າງກາຍສູນເສຍນ້ຳ, ກົດໃນກະເພາະ ແລະ ແຮ່ທາດ ພ້ອມທັງສົ່ງຜົນໃຫ້ໄຕຂັບໂພແທດຊຽມອອກຫຼາຍຂຶ້ນຕື່ມ. ດັ່ງນັ້ນ, ເຖິງແມ່ນວ່າຈະກິນອາຫານເຂົ້າໄປເປັນຈຳນວນຫຼາຍ ກໍບໍ່ໄດ້ໝາຍຄວາມວ່າຮ່າງກາຍຈະໄດ້ຮັບສານອາຫານຄົບຖ້ວນ ຫາກກິນແລ້ວອາກຽນອອກກ່ອນທີ່ລະບົບທາງເດີນອາຫານຈະດູດຊຶມໄດ້ເຕັມທີ່.

ເທີເຄີຍເຂົ້າຮັບການປິ່ນປົວຈາກພາວະໂພແທດຊຽມຕ່ຳມາແລ້ວກ່ອນໜ້ານີ້ ແລະ ມີລາຍງານວ່າ ໃນການໄລຟ໌ສົດຂາຍໄຂ່ເຍ່ຽວມ້າບາງຄັ້ງ ເທີອາດກິນຫຼາຍເຖິງ 60–70 ຟອງຕໍ່ໜຶ່ງໄລຟ໌.

ອາການເຕືອນຂອງພາວະໂພແທດຊຽມຕ່ຳ:

  • ໄລຍະທຳອິດ: ອາດເບິ່ງຄືຄົນພັກຜ່ອນບໍ່ພໍ ເຊັ່ນ: ອ່ອນເພຍ, ບໍ່ມີແຮງ.
  • ໄລຍະຮຸນແຮງ: ກ້າມເນື້ອອ່ອນແຮງ, ຊາຕາມປາຍມືປາຍຕີນ, ໃຈສັ່ນ, ຫົວໃຈເຕັ້ນຜິດຈັງຫວະ ຫຼື ໝົດສະຕິ.

ແພດໄດ້ເຕືອນວ່າ ຫາກລະດັບໂພແທດຊຽມຕ່ຳຫຼາຍ ບໍ່ຄວນຄິດວ່າພຽງແຕ່ກິນກ້ວຍ ຫຼື ດື່ມເຄື່ອງດື່ມເກືອແຮ່ແລ້ວຈະພຽງພໍ ເພາະຜູ້ປ່ວຍບາງຄົນຈຳເປັນຕ້ອງໄດ້ຮັບໂພແທດຊຽມທາງຫຼອດເລືອດດຳ ແລະ ຕ້ອງໄດ້ຕິດຕາມການເຕັ້ນຂອງຫົວໃຈຢ່າງໃກ້ຊິດໃນໂຮງໝໍ.

ເຖິງແມ່ນວ່າຈະມີຜູ້ໃກ້ຊິດສະແດງຄວາມສົງໄສວ່າ ການເສຍຊີວິດຂອງເທີອາດກ່ຽວຂ້ອງກັບພາວະຫົວໃຈຢຸດເຕັ້ນຈາກໂພແທດຊຽມຕ່ຳ, ແຕ່ທາງຄອບຄົວ ແລະ ໂຮງໝໍກໍຍັງບໍ່ທັນໄດ້ຢືນຢັນສາເຫດການເສຍຊີວິດຢ່າງເປັນທາງການ. ເຫດການນີ້ຈຶ່ງເປັນອີກໜຶ່ງອຸທາຫອນເຕືອນໄພວ່າ ການກິນໂຊແບບສຸດໂຕ່ງ ໂດຍສະເພາະການກິນຫຼາຍແລ້ວກະຕຸ້ນໃຫ້ອາກຽນອອກຊ້ຳໆ ອາດສ້າງຄວາມເສຍຫາຍຢ່າງຮຸນແຮງຕໍ່ຮ່າງກາຍ ເຖິງແມ່ນວ່າພາຍນອກຈະເບິ່ງຄືພຽງ “ຄອນເທັນເພື່ອຄວາມບັນເທິງ” ກໍຕາມ.

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່