ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເຮລິຄອບເຕີ້ແພດມາເລເຊຍຕົກຢູ່ລັດຊາຣາວັກ ເຮັດໃຫ້ຜູ້ໂດຍສານທັງໝົດ 5 ຄົນເສຍຊີວິດ.

ໂດຍ kaling
· 3 ເດືອນ ກ່ອນອ່ານ 1 ນາທີ31 ຄັ້ງ
ເຮລິຄອບເຕີ້ແພດມາເລເຊຍຕົກຢູ່ລັດຊາຣາວັກ ເຮັດໃຫ້ຜູ້ໂດຍສານທັງໝົດ 5 ຄົນເສຍຊີວິດ.
ADadvertisement
ADadvertisement
ADadvertisement

ໃນວັນທີ 8 ກັນຍາ 2026, ເວລາປະມານ 15:40 ໂມງ ຕາມເວລາທ້ອງຖິ່ນ (14:40 ໂມງ ຕາມເວລາໄທ), ເຮລິຄອບເຕີ BO-105 ໄດ້ຕົກຢູ່ໃກ້ສະໜາມບິນ Long Lelang ໃນເມືອງ Marudi, ທາງພາກເໜືອຂອງລັດ Sarawak, ປະເທດມາເລເຊຍ.

ເຮລິຄອບເຕີລຳນີ້ກຳລັງປະຕິບັດພາລະກິດການບໍລິການທາງອາກາດທາງການແພດ, ໂດຍຂົນສົ່ງພະນັກງານແພດເພື່ອໃຫ້ບໍລິການໄປຍັງເຂດຫ່າງໄກສອກຫຼີກຂອງ Sarawak.

ຢູ່ເທິງເຮືອບິນລວມມີ5ຄົນ: ນັກບິນໜຶ່ງຄົນ ແລະ ເຈົ້າໜ້າທີ່ກະຊວງສາທາລະນະສຸກມາເລເຊຍສີ່ຄົນ – ທ່ານໝໍໜຶ່ງຄົນ, ຜູ້ຊ່ວຍແພດໜຶ່ງຄົນ ແລະ ພະຍາບານສອງຄົນ.

ADadvertisement
ADadvertisement
ADadvertisement

ເຮືອບິນໄດ້ເດີນທາງອອກຈາກເມືອງ ມີຣີ (Miri) ໂດຍມີພາລະກິດອອກຕັກບາດ-ໃຫ້ບໍລິການทางการແພດຕາມພື້ນທີ່ ບາໄລ (Ba’kelalan), ລອງຊິອຸດ (Long Siut) ແລະ ລອງເລເລັງ ກ່ອນຈະເກີດອຸບັດຕິເຫດຕົກຢູ່ໃກ້ກັບປາຍລັນເວຂອງສະໜາມບິນ ລອງເລເລັງ. ສະໜາມບິນແຫ່ງນີ້ຢູ່ຫ່າງຈາກເມືອງມີຣີ ປະມານ 310 ກິໂລແມັດ ເຊິ່ງເປັນສູນກາງການຄົມມະນາຄົມຂອງຊຸມຊົນຫ່າງໄກ ເຊັ່ນ ຊົນເຜົ່າເຄລາບິດ (Kelabit) ແລະ ເຜົ່າເພນັນ (Penan).

ຫຼັງເກີດເຫດ, ເຈົ້າໜ້າທີ່ກູ້ໄພໄດ້ເລ່ງເຂົ້າພື້ນທີ່ ແຕ່ການປະຕິບັດງານເປັນໄປດ້ວຍຄວາມຍາກລຳບາກ ເນື່ອງຈາກເປັນເຂດທຸລະກັນດານ ແລະ ມີໝອກຄວັນປົກຄຸມໜາແໜ້ນ. ຈົນຮອດເຊົ້າວັນທີ 9 ກັນຍາ, ທາງການມາເລເຊຍໄດ້ຢືນຢັນວ່າ ຜູ້ໂດຍສານ ແລະ ນັກບິນທັງ 5 ຄົນ ເສຍຊີວິດທັງໝົດ.

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່