ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປກສ ແຂວງໄຊຍະບູລີ ບຸກຈັບແກັງສະແກມເມີ ໄດ້ 50 ຄົນຢູ່ຮ້ານບັນເທີງ ໄນຄັບ ແລະ ເຮືອນພັກ ມີດາລາ ບ້ານສີມຸງຄຸນ ເມືອງໄຊຍະບູລີ

ໂດຍ kaling
· 3 ເດືອນ ກ່ອນອ່ານ 1 ນາທີ40 ຄັ້ງ
ປກສ ແຂວງໄຊຍະບູລີ ບຸກຈັບແກັງສະແກມເມີ ໄດ້ 50 ຄົນຢູ່ຮ້ານບັນເທີງ ໄນຄັບ ແລະ ເຮືອນພັກ ມີດາລາ ບ້ານສີມຸງຄຸນ ເມືອງໄຊຍະບູລີ
ADadvertisement
ADadvertisement
ADadvertisement

ປກສ ແຂວງໄຊຍະບູລີ ລາຍງານວ່າ: ວັນທີ 4 ກັນຍາ 2026 ເຈົ້າໜ້າທີ່ຫ້ອງຕຳຫລວດ ປກສ ແຂວງສົມທົບກັບເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ບຸກເຂົ້າກວດຄົ້ນ ມ້າງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ (ແກ້ງຄໍເຊັນເຕີ ຫລື ສະແກມເມີ) ທີ່ຮ້ານບັນເທີງ ໄນຄັບ ແລະ ເຮືອນພັກ ມີດາລາ ບ້ານສີມຸງຄຸນ ເມືອງໄຊຍະບູລີ ແຂວງໄຊຍະບູລີ.

ຜ່ານການກວດຄົ້ນ ສາມາດກັກໂຕເປົ້າໝາຍໄດ້ທັງໝົດ 50 ຄົນ, ຍິງ 20 ຄົນ. ໃນນີ້ ຄົນສັນຊາດໄທ 41 ຄົນ (ຍິງ 14 ຄົນ), ຄົນລາວ 9 ຄົນ (ຍິງ 6 ຄົນ) ແລະ ຍຶດເຄື່ອງຂອງກາງໄດ້:

• ປືນສັ້ນ 2 ກະບອກ ພ້ອມລູກປືນ 55 ລູກ,

ADadvertisement
ADadvertisement
ADadvertisement

• ຄອມພິວເຕີໂນດບຸກ 4 ໜ່ວຍ,

• ຄອມພິວເຕີຕັ້ງໂຕະ 2 ຊຸດ,

• ປິ່ນເຕີ 3 ເຄື່ອງ,

• ໝໍ້ເກບໄຟ 3 ໜ່ວຍ,

• ຫົວ Wi-Fi 4 ຫົວ

• ຊິມໂທລະສັບ 15 ຊິມ

• ໂທລະສັບມືຖື 103 ໜ່ວຍ,

• ໂຟນີ (Walkie-Talkie/ວິທະຍຸສື່ສານ) 4 ໜ່ວຍ,

ປະຈຸບັນ, ເຈົ້າໜ້າທີ່ກຳລັງດຳເນີນການສືບສວນ-ສອບສວນຜູ້ຖືກຫາ ເພື່ອຂະຫຍາຍຜົນຊອກຫາຫົວໂປ່ໂຕການ ແລະ ພັກພວກກຸ່ມແກ້ງ ມາຕາມຂັ້ນຕອນຂອງກົດໝາຍ.

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່