
ເມືອງໄຊຍະບູລີເລັ່ງທຳລາຍໝູ ພ້ອມເຕືອນຫ້ານກິນ ຊື້-ຂາຍ ໃນໄລຍະທີ່ມີເຊື້ອແຜ່ລະບາດ.
K
ໂດຍ kaling
· 3 ເດືອນ ກ່ອນອ່ານ 1 ນາທີ29 ຄັ້ງ
ຟັງຂ່າວນີ້1 ນາທີ · ສຽງ AI ຜູ້ຊາຍ
0:00 / 0:50

ໃນວັນທີ 13/09/2026 ຫນ່ວຍສະເພາະກິດຫ້ອງການກະສິກຳ ແຂວງໄຊຍະບູລີ ລົງທຳລາຍໝູທີ່ຕິດເຊື້ອພະຍາດ ພ້ອມເຕືອນໃຫ້ພໍ່ແມ່ປະຊາຊົນ ງົດກີນຊີ້ນຫມູກ່ອນເດີ້ ເນື່ອງຈາກວ່າ ຊ່ວງນີ້ຫມູຕິດພະຍາດລະບາດໜັກ ເຮັດໃຫ້ເກີດຄວາມເສຍຫາຍເປັນຈໍານວນຫຼວງຫຼາຍ ໃນແຕ່ລະຟາມຫລາຍໆຟາມໄດ້ຮັບຜົນກະທົບຢ່າງໜັກໜ່ວງ.

ເຊິ່ງອີງຕາມບົດລາຍຂອງພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງໄຊຍະບູລີ ໄດ້ລາຍງານວ່າ: ປັດຈຸບັນ ໄຊຍະບູລີ ພົບການລະບາດພະຍາດອະຫິວາໝູອາຟຣິກກາ ໃນ 6 ເມືອງ 38 ບ້ານ ໝູເສຍຊີວິດ 5,412 ໂຕ ແລະ ຖືກທຳລາຍຖິ້ມ 3,009 ໂຕ.
ຫ້ອງການກະສິກຳເມືອງໄຊຍະບູລີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ແບ່ງປັນແລ້ວ 0 ຄັ້ງຖືກໃຈ 0 ຄັ້ງ
mahaxan.com/16611
‹ ກັບໄປໝວດຂ່າວພາຍໃນ
ອ່ານຕໍ່













