ພາຍຸຝົນຕົກໜັກ ເຮັດໃຫ້ດິນເຈື່ອນເສົາໄຟຟ້າແຮງກາງລົ້ມສົ່ງຜົນໄຟດັບໃຫ້ 8 ໝູ່ບ້ານຕັ້ງແຕ່ວັນທີ 12-14 ກັນຍາ 2026 ທີ່ເມືອງດາກຈຶງ ແຂວງເຊກອງ
Jenjila
ເຜີຍແຜ່: 15 ກັນຍາ 2026, 11:13
ປັບປຸງຫຼ້າສຸດ: 15 ກັນຍາ 2026, 11:13

ແຈ້ງສຸກເສີນເນື່ອງຈາກສະພາບອາກາດມີຝົນຕົກໜັກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ເກີດດິນເຈື່ອນ ແລະ ເສົາໄຟຟ້າແຮງກາງ (22 kV) ລົ້ມ ຈຳນວນ 1 ຕົ້ນ ບໍລິເວນແລວຕັງຕະລັງ ຕາແສງອາຢູນ, ສົ່ງຜົນໃຫ້ ໄຟດັບເປັນບໍລິເວນກວ້າງ (8 ໝູ່ບ້ານ, 229 ຫຼັງຄາເຮືອນ) ດັ່ງລາຍຊື່ລຸ່ມນີ້:
- ບ້ານ ດາກຈະບຸງ
- ບ້ານ ຕັງມີ
- ບ້ານ ດາກຊີນ
- ບ້ານ ດາກດາ
- ບ້ານ ສາງໃໝ່
- ບ້ານ ອາຢູນ
- ບ້ານ ຕັງເຢີຍ
- ບ້ານ ຕັງຕະລັງ





🛠️ ປະຈຸບັນ: ທີມງານວິຊາການ ແລະ ພະນັກງານກ່ຽວຂ້ອງ ກຳລັງເລັ່ງລົງມືສ້ອມແປງ ແລະ ກູ້ລະບົບຕາຂ່າຍໄຟຟ້າຢ່າງຮີບດ່ວນ ເພື່ອໃຫ້ສາມາດກັບມາຈ່າຍໄຟໄດ້ເປັນປົກກະຕິໂດຍໄວ.
ແບ່ງປັນ:
‹ ກັບໄປໝວດຂ່າວພາຍໃນ





