ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ມ.ລະຄອນເພັງ ຂ.ສາລະວັນ ອອກແຈ້ງການເຝົ້າລະວັງ ຄວບຄຸມປ້ອງກັນ ການແຜ່ລະບາດພະຍາດອະຫິວາໝູອາຟຣິກາ.

ໂດຍ Jenjila
· 2 ເດືອນ ກ່ອນອ່ານ 1 ນາທີ43 ຄັ້ງ
ມ.ລະຄອນເພັງ ຂ.ສາລະວັນ ອອກແຈ້ງການເຝົ້າລະວັງ ຄວບຄຸມປ້ອງກັນ ການແຜ່ລະບາດພະຍາດອະຫິວາໝູອາຟຣິກາ.
ADadvertisement
ADadvertisement
ADadvertisement

ອີງຕາມແຈ້ງການຂອງຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງລະຄອນເພັງ ລົງເມື່ອວັນທີ 16 ກັນຍາ 2026 ກ່ຽວກັບ ແຈ້ງການເຝົ້າລະວັງ ຄວບຄຸມປ້ອງກັນ ການແຜ່ລະບາດພະຍາດ ອະຫິວາໝູອາຟຣິກາ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງລະຄອນເພັງ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: ພະຍາດອະຫິວາ ໝູອາຟຣິກາ (ASF) ໄດ້ມີການລະບາດຢູ່ບາງບ້ານ ຂອງບາງເມືອງ, ຂອງແຂວງໄຊຍະບູລີ ເລີ້ມແຕ່ກາງເດືອນ ມິຖຸນາ 2026 ເປັນຕົ້ນມາ ແລະ ໄດ້ມີການລະບາດແຜ່ລາມ ກວມເອົາ 30 ບ້ານ ຂອງ 06 ເມືອງ ຂອງແຂວງໄຊຍະບູລີ.

ເພື່ອຮັບປະກັນບໍ່ໃຫ້ພະຍາດດັ່ງກ່າວແຜ່ລາມ ເຂົ້າມາພາຍໃນເມືອງລະຄອນເພັງ ໃຫ້ໜ່ວຍງານລ້ຽງສັດ ແລະ ການປະມົງ ກໍ່ຄືຄະນະຮັບຜິດຊອບສະເພາະຕາມຂໍ້ຕົກລົງ ເອົາໃຈໃສ່ ຜັນຂະຫຍາຍ ແຈ້ງການສະບັບນີ້ ໃຫ້ລົງເຖິງຄອບຄົວລ້ຽງໝູພັນຊີ້ນພາຍໃນເມືອງ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ພ້ອມກັນຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ ລະອຽດດັ່ງນີ້:

ADadvertisement
ADadvertisement
ADadvertisement

1. ຫ້າມນໍາເຂົ້າອາຫານ ປະເພດໝູແຊ່ງແຂງ, ຊີ້ນສ່ວນໝູເຂົ້າມາໃນເມືອງລະຄອນເພັງໂດຍເດັດຂາດ.

2. ລົງສ້າງບົດບັນທຶກ ແລະ ກວດກາ ເຂັ້ມງວດ ຊຸກຍູ້ຜູ້ປະກອບການຂ້າສັດຂາຍ-ຊີ້ນໃນທ້ອງຕະຫຼາດນັດ.

3. ຫ້າມຊື້ໝູເປັນໂຕນໍາເຂົ້າມາລ້ຽງ, ມາຂາຍລົງຕະຫຼາດ ແລະ ນໍາໃຊ້ໃນງານຕ່າງໆ ຕາມປະເພນີເດັດຂາດ.

4. ບໍ່ໃຫ້ຜູ້ປະກອບການຄອບຄົວລ້ຽງໝູ ນໍາເອົາໝູເຂົ້າມາລ້ຽງໃນຟາມ ຫຼື ໃນຄອບຄົວອີກ ເພື່ອບໍ່ໃຫ້ມີຄວາມສ່ຽງຕໍ່ການລົງທຶນ.

5. ໃຫ້ໜ່ວຍງານລ້ຽງສັດເຮັດຂໍ້ຕົກລົງ ຂອງຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ ແຕ່ງຕັ້ງຄະນະຮັບຜິດຊອບວຽກງານດັ່ງກ່າວສະເພາະ ເພື່ອເປັນບ່ອນອີກໃນການຈັດຕັ້ງປະຕິບັດ ການພົວພັນພາກສ່ວນທີ່ ກ່ຽວຂ້ອງ ເພື່ອຮ່ວມມືກັນຄວບຄຸມຢ່າງເຂັ້ມງວດ.

ມ.ລະຄອນເພັງ ຂ.ສາລະວັນ ອອກແຈ້ງການເຝົ້າລະວັງ ຄວບຄຸມປ້ອງກັນ ການແຜ່ລະບາດພະຍາດອະຫິວາໝູອາຟຣິກາ.
ມ.ລະຄອນເພັງ ຂ.ສາລະວັນ ອອກແຈ້ງການເຝົ້າລະວັງ ຄວບຄຸມປ້ອງກັນ ການແຜ່ລະບາດພະຍາດອະຫິວາໝູອາຟຣິກາ. · ຮູບທີ 2

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດແຈ້ງການ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່