ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ເຂົ້າຮ່ວມພິທີເປີດງານວາງສະແດງສິນຄ້າ ອາຊຽນ-ຈີນ ຄັ້ງທີ 23

ໂດຍ Jenjila
· 2 ເດືອນ ກ່ອນອ່ານ 2 ນາທີ33 ຄັ້ງ
ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ເຂົ້າຮ່ວມພິທີເປີດງານວາງສະແດງສິນຄ້າ ອາຊຽນ-ຈີນ ຄັ້ງທີ 23
ADadvertisement
ADadvertisement
ADadvertisement

ວັນທີ 17 ກັນຍາ 2026 ທີ່ນະຄອນໜານໜິງ ສປ ຈີນ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການ, ພ້ອມດ້ວຍຄະນະຜູ້ແທນຂອງ ສປປ ລາວ ໄດ້ເຂົ້າຮ່ວມພິທີເປີດງານວາງສະແດງສິນຄ້າ ອາຊຽນ-ຈີນ ຄັ້ງທີ 23 (CAEXPO) ປະຈໍາປີ 2026, ໃຫ້ກຽດເປັນປະທານ ແລະ ກ່າວປາໄສເປີດງານໂດຍ ທ່ານ ຕິ່ງ ເຊສຽງ ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການ ຂອງ ສປ ຈີນ, ມີບັນດາຜູ້ນຳຂັ້ນສູງ ແລະ ຜູ້ແທນຈາກພາກລັດ, ພາກທຸລະກິດ ແລະ ພາກສ່ວນຕ່າງໆ ຂອງ ອາຊຽນ ແລະ ຈີນ ເຂົ້າຮ່ວມ.

ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ເຂົ້າຮ່ວມພິທີເປີດງານວາງສະແດງສິນຄ້າ ອາຊຽນ-ຈີນ ຄັ້ງທີ 23

ງານວາງສະແດງຄັ້ງນີ້, ຈັດຂຶ້ນພາຍໃຕ້ຄຳຂວັນ “ສົ່ງເສີມກາລະໂອກາດຂອງການຍົກລະດັບເຂດການຄ້າເສລີ ອາຊຽນ-ຈີນ 3.0 ເພື່ອຊີວິດທີ່ດີຂຶ້ນກວ່າເກົ່າ” ຊຶ່ງສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງ ອາຊຽນ ແລະ ຈີນ ໃນການສືບຕໍ່ຍົກລະດັບ ແລະ ເສີມສ້າງການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ໃຫ້ເກີດໝາກຜົນເປັນຮູບປະທຳຫລາຍຂຶ້ນ.

ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ເຂົ້າຮ່ວມພິທີເປີດງານວາງສະແດງສິນຄ້າ ອາຊຽນ-ຈີນ ຄັ້ງທີ 23 · ຮູບທີ 2

ໃນໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ກ່າວປາໄສ ໂດຍສະແດງຄວາມຍິນດີ ແລະ ຕີລາຄາສູງຕໍ່ການຈັດງານວາງສະແດງ (CAEXPO) ຢ່າງຕໍ່ເນື່ອງ ແລະ ໄດ້ເນັ້ນວ່າ ການຍົກລະດັບ ເຂດການຄ້າເສລີ ອາຊຽນ-ຈີນ 3.0 ຈະເປັນບາດກ້າວສຳຄັນໃນການສ້າງໂອກາດໃໝ່ໃຫ້ແກ່ການຮ່ວມມື ອາຊຽນ-ຈີນ ໃນຫລາຍຂົງເຂດທີ່ຄວນໃຫ້ຄວາມສຳຄັນ ເຊັ່ນ: ດ້ານການຄ້າ ແລະ ການລົງທຶນ: ໂດຍເນັ້ນການຫັນເປັນທັນສະໄໝດ້ານການຄ້າ, ການສົ່ງເສີມເສດຖະກິດດີຈິຕອນ ແລະ ການພັດທະນາສີຂຽວຢ່າງຍືນຍົງ.

ADadvertisement
ADadvertisement
ADadvertisement
ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ເຂົ້າຮ່ວມພິທີເປີດງານວາງສະແດງສິນຄ້າ ອາຊຽນ-ຈີນ ຄັ້ງທີ 23 · ຮູບທີ 3

ການຮ່ວມມືດ້ານພະລັງງານ: ໂດຍການເພີ່ມທະວີການຮ່ວມມືໃນການຫັນປ່ຽນໄປສູ່ພະລັງງານສະອາດ, ຊຸກຍູ້ການລົງທຶນຮ່ວມໃນຂະແໜງພະລັງງານທົດແທນ, ການພັດທະນາຕົວເມືອງອັດສະລິຍະ ແລະ ໂຄງລ່າງພື້ນຖານທີ່ຍືນຍົງ; ດ້ານການຮ່ວມມືໃນການຄໍ້າປະກັນສະບຽງອາຫານ, ພະລັງງານ ແລະ ຕ່ອງໂສ້ການຜະລິດ ລະຫວ່າງ ອາຊຽນ-ຈີນ, ຜ່ານການອຳນວຍຄວາມສະດວກດ້ານການຄ້າ, ຫລຸດຜ່ອນອຸປະສັກ ແລະ ສິ່ງກີດຂວາງທາງການຄ້າທີ່ບໍ່ແມ່ນພາສີ, ພ້ອມທັງສົ່ງເສີມພາກຈຸນລະວິສາຫະກິດ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງ, ການພັດທະນາເສດຖະກິດດີຈິຕອນ ແລະ ເສດຖະກິດສີຂຽວ.

ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ເຂົ້າຮ່ວມພິທີເປີດງານວາງສະແດງສິນຄ້າ ອາຊຽນ-ຈີນ ຄັ້ງທີ 23 · ຮູບທີ 4
ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ເຂົ້າຮ່ວມພິທີເປີດງານວາງສະແດງສິນຄ້າ ອາຊຽນ-ຈີນ ຄັ້ງທີ 23 · ຮູບທີ 5

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່