ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ມອບຕົວຜູ້ຖືຫາສັນຊາດໄທ 129 ຄົນ ທີ່ກໍ່ອາຊະຍາກໍາທາງອິນເຕີເນັດ-ການພະນັນອອນລາຍ

ໂດຍ Jenjila
· 2 ເດືອນ ກ່ອນອ່ານ 1 ນາທີ39 ຄັ້ງ
ມອບຕົວຜູ້ຖືຫາສັນຊາດໄທ 129 ຄົນ ທີ່ກໍ່ອາຊະຍາກໍາທາງອິນເຕີເນັດ-ການພະນັນອອນລາຍ
ADadvertisement
ADadvertisement
ADadvertisement

ອີງຕາມກົດໝາຍວ່າດ້ວຍການເຂົ້າ-ອອກເມືອງ ແລະ ຄຸ້ມຄອງຄົນຕ່າງປະເທດແຫ່ງ ສປປ ລາວ, ສະບັບ ເລກທີ: 59/ສພຊ, ລົງວັນທີ: 26 ທັນວາ 2014 ແລະ ອີງຕາມ ການຕົກລົງເຫັນດີ ຂອງທາງການ ສປປ ລາວ ແລະ ທາງການ ຣາຊະອານາຈັກໄທ.

ມອບຕົວຜູ້ຖືຫາສັນຊາດໄທ 129 ຄົນ ທີ່ກໍ່ອາຊະຍາກໍາທາງອິນເຕີເນັດ-ການພະນັນອອນລາຍ

ໃນວັນທີ 17 ກັນຍາ 2026 ທີ່ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ນະຄອນຫຼວງວຽງຈັນ-ໜອງຄາຍ, ຄະນະສະເພາະກິດ ກະຊວງປ້ອງກັນຄວາມສະຫງົບລາວ ໄດ້ມອບຜູ້ຖືກຫາສັນຊາດໄທ ທີ່ກໍ່ອາຊະຍາກຳທາງດ້ານອິນເຕີເນັດ ແລະ ການພະນັນອອນລາຍ ຈໍານວນ 129 ຄົນ ຍິງ 57 ຄົນ ໃຫ້ເຈົ້າໜ້າທີ່ທາງການໄທ ສືບຕໍ່ດໍາເນີນຄະດີຕາມລະບຽບກົດໝາຍ ເຊິ່ງຜູ້ຖືກຫາຈໍານວນດັ່ງກ່າວ ແມ່ນຖືກເຈົ້າໜ້າທີ່ສະເພາະກິດກະຊວງປ້ອງກັນຄວາມສະຫງົບ ກັກຕົວໄດ້ໃນລະຫວ່າງການເຂົ້າກວາດລ້າງກຸ່ມແກ້ງກໍ່ອາຊະຍາກຳທາງອິນເຕີເນັດ ແລະ ການພະນັນອອນລາຍ ຢູ່ ໂຮງແຮມ ແມັງ ໂກຣຟ ແລະ ອາພາດເມັ້ນ ກໍລໍລີ່ ຕັ້ງຢູ່ບ້ານຝາຍ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ ໃນວັນທີ 28 ສິງຫາ 2026.

ມອບຕົວຜູ້ຖືຫາສັນຊາດໄທ 129 ຄົນ ທີ່ກໍ່ອາຊະຍາກໍາທາງອິນເຕີເນັດ-ການພະນັນອອນລາຍ · ຮູບທີ 2

ຕາງໜ້າເຈົ້າໜ້າທີ່ຝ່າຍລາວ ເຊັນບົດບັນທຶກມອບໂດຍ ພັທ ແກ່ນຄໍາ ແກ່ນທະວົງ ຫົວໜ້າຕໍາຫຼວດກວດຄົນເຂົ້າ- ອອກເມືອງ ດ່ານສາກົນຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ແລະ ເຈົ້າໜ້າທີ່ຝ່າຍໄທ ເຊັນຮັບໂດຍ ພັທ ທິຍາຊະພັດ ຣັງສິພຣາມະນາກຸນ ຮອງຜູ້ກຳກັບການກວດຄົນເຂົ້າ-ອອກເມືອງ ຈັງຫວັດໜອງຄາຍ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ADadvertisement
ADadvertisement
ADadvertisement
ມອບຕົວຜູ້ຖືຫາສັນຊາດໄທ 129 ຄົນ ທີ່ກໍ່ອາຊະຍາກໍາທາງອິນເຕີເນັດ-ການພະນັນອອນລາຍ · ຮູບທີ 3

ຕໍ່ກັບບັນຫາດັ່ງກ່າວ ຖ້າຫາກທ່ານໃດພົບເຫັນການເຄື່ອນໄຫວຂອງກຸ່ມຄົນ ຫຼື ບຸກຄົນ ທີ່ອາດເປັນກຸ່ມແກ້ງກໍ່ອາຊະຍາກຳທາງອິນເຕີເນັດ ແລະ ພະນັນອອນລາຍ ສາມາດແຈ້ງໄປຍັງເຈົ້າໜ້າທີ່ ທີເບີສາຍດ່ວນ 1533 ໄດ້ຕະຫຼອດ 24 ຊົ່ວໂມງ.

ມອບຕົວຜູ້ຖືຫາສັນຊາດໄທ 129 ຄົນ ທີ່ກໍ່ອາຊະຍາກໍາທາງອິນເຕີເນັດ-ການພະນັນອອນລາຍ · ຮູບທີ 4
ມອບຕົວຜູ້ຖືຫາສັນຊາດໄທ 129 ຄົນ ທີ່ກໍ່ອາຊະຍາກໍາທາງອິນເຕີເນັດ-ການພະນັນອອນລາຍ · ຮູບທີ 5

ຂ່າວ:ຄໍາໂຖ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່