ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ທໍາລາຍຜະລິດຕະພັນສັດ ແລະ ການປະມົງ ທີ່ນໍາເຂົ້າບໍ່ຖືກຕ້ອງ ລວມນໍ້າໜັກ 440 ກິໂລກຣາມ

ໂດຍ Jenjila
· 2 ເດືອນ ກ່ອນອ່ານ 1 ນາທີ26 ຄັ້ງ
ທໍາລາຍຜະລິດຕະພັນສັດ ແລະ ການປະມົງ ທີ່ນໍາເຂົ້າບໍ່ຖືກຕ້ອງ ລວມນໍ້າໜັກ 440 ກິໂລກຣາມ
ADadvertisement
ADadvertisement
ADadvertisement
ທໍາລາຍຜະລິດຕະພັນສັດ ແລະ ການປະມົງ ທີ່ນໍາເຂົ້າບໍ່ຖືກຕ້ອງ ລວມນໍ້າໜັກ 440 ກິໂລກຣາມ

ວັນທີ 22 ກັນຍາ 2026 ນີ້ ພະແນກກະສິກໍາ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ຈັດພິທີທໍາລາຍຜະລິດຕະພັນສິນຄ້າສັດ ແລະ ການປະມົງ ທີ່ນໍາເຂົ້າບໍ່ຖືກຕ້ອງຕາມລະບຽບກົດໝາຍຢູ່ທີ່ ດ່ານກັກກັນສັດດົງໂພສີ. ເຂົ້າຮ່ວມພິທີມີ ທ່ານ ແສງເພັດ ຈັນທະເສນ ຫົວໜ້າຂະແຫນງລ້ຽງສັດ ແລະ ການປະມົງ ພະແນກກະສິກໍາ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທໍາລາຍຜະລິດຕະພັນສັດ ແລະ ການປະມົງ ທີ່ນໍາເຂົ້າບໍ່ຖືກຕ້ອງ ລວມນໍ້າໜັກ 440 ກິໂລກຣາມ · ຮູບທີ 2

ສໍາລັບຜະລິດຕະພັນດັ່ງກ່າວ ແມ່ນເຈົ້າໜ້າທີ່ສັດຕະວະແພດ ຮ່ວມກັບ ເຈົ້າໜ້າທີ່ພາສີ ແລະ ຕໍາຫຼວດກວດກາຄົນເຂົ້າ-ອອກເມືອງ ປະຈຳດ່ານສາກົນຂົວມິດຕະພາບລາວ-ໄທ 1 ກວດກາພົບເຫັນຢູ່ເທີງລົດຕູ້ໝາຍເລກທະບຽນ ກຮ 0663 ນະຄອນຫຼວງວຽງຈັນ. ໃນວັນທີ 21 ກັນຍາ 2026. ຜ່ານການກວດກາຕົວຈິງພົບເຫັນປະເພດ:

• ເຄື່ອງໃນໄກ່: ຈໍານວນ 240 ກິໂລກຣາມ.

ADadvertisement
ADadvertisement
ADadvertisement

• ໄສ້ກອກໝູສົ້ມ: ຈໍານວນ 100 ກິໂລກຣາມ.

• ຍໍ່ຂາວງົວ-ຄວາຍ: ຈຳນວນ 80 ກິໂລກຣາມ.

• ຊີ້ນໄກ່ບົດ: ຈຳນວນ 20 ກິໂລກຣາມ.

ລວມນໍ້າໜັກທັງໝົດ: 440 ກິໂລກຣາມ.

ທໍາລາຍຜະລິດຕະພັນສັດ ແລະ ການປະມົງ ທີ່ນໍາເຂົ້າບໍ່ຖືກຕ້ອງ ລວມນໍ້າໜັກ 440 ກິໂລກຣາມ · ຮູບທີ 3
ທໍາລາຍຜະລິດຕະພັນສັດ ແລະ ການປະມົງ ທີ່ນໍາເຂົ້າບໍ່ຖືກຕ້ອງ ລວມນໍ້າໜັກ 440 ກິໂລກຣາມ · ຮູບທີ 4
ທໍາລາຍຜະລິດຕະພັນສັດ ແລະ ການປະມົງ ທີ່ນໍາເຂົ້າບໍ່ຖືກຕ້ອງ ລວມນໍ້າໜັກ 440 ກິໂລກຣາມ · ຮູບທີ 5

ຜ່ານການກວດກາເອກະສານຕົວຈິງເຫັນວ່າ ເອກະສານນໍາເຂົ້າບໍ່ຖືກຕ້ອງ ແລະ ຄົບຖ້ວນ ສະນັ້ນ ເຈົ້າໜ້າທີ່ສັດຕະວະແພດ ຈຶ່ງໄດ້ຍຶດໄວ້ ແລະ ນຳມາຈັດພິທີທໍາລາຍຖິ້ມໃນຄັ້ງນີ້.

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່