ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມພິທີໄຂກອງປະຊຸມ ສະມັດຊາໃຫຍ່ ອົງການ ສະຫະປະຊາຊາດ ສະໄໝທີ 81

ໂດຍ Jenjila
· 2 ເດືອນ ກ່ອນອ່ານ 3 ນາທີ32 ຄັ້ງ
ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມພິທີໄຂກອງປະຊຸມ ສະມັດຊາໃຫຍ່ ອົງການ ສະຫະປະຊາຊາດ ສະໄໝທີ 81
ADadvertisement
ADadvertisement
ADadvertisement

ຂປລ ໃນວັນທີ 22 ກັນຍາ 2026, ທີ່ນະຄອນນິວຢອກ, ສ ອາເມລິກາ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ເເທນຂັ້ນສູງຂອງ ສປປ ລາວ ເຂົ້າຮ່ວມພິທີໄຂກອງປະຊຸມ ສະມັດຊາໃຫຍ່ອົງການສະຫະປະຊາຊາດ ສະໄໝທີ 81 ພາຍໃຕ້ຫົວຂໍ້: “ຟື້ນຟູຄວາມເຊື່ອໝັ້ນ, ບໍລິຫານການຫັນປ່ຽນໃຫ້ກາຍເປັນ ອົງການສະຫະປະຊາຊາດ ທີ່ໃຫ້ຜົນປະໂຫຍດແກ່ທຸກຄົນ”. ພ້ອມທັງເຂົ້າຮ່ວມກອງປະຊຸມພາກອະພິປາຍທົ່ວໄປ, ບັນດາກອງປະຊຸມປິ່ນອ້ອມ ແລະ ກິດຈະກໍາຕ່າງໆ ໃນໄລຍະກອງປະຊຸມດັ່ງກ່າວ.

ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມພິທີໄຂກອງປະຊຸມ ສະມັດຊາໃຫຍ່ ອົງການ ສະຫະປະຊາຊາດ ສະໄໝທີ 81

ໃນພາກເປີດກອງປະຊຸມປະກອບມີບັນດາປະມຸກລັດ, ຫົວໜ້າລັດຖະບານ ແລະ ຜູ້ຕາງໜ້າລະດັບສູງຂອງປະເທດຕ່າງໆໃນທົ່ວໂລກ ເຂົ້າຮ່ວມ. ໃນນັ້ນ, ທ່ານ ອັນໂຕນີໂອ ກູເຕເຣັສ ເລຂາທິການໃຫຍ່ອົງການ ສປຊ ໄດ້ກ່າວປາໄສໂດຍໄດ້ຕີລາຄາສະພາບການໂລກ ແລະ ເນັ້ນໜັກໃຫ້ເຫັນ 4 ບົດທົດສອບອໍານາດຂອງໂລກ ຄື: ບົດທົດສອບດ້ານສັນຕິພາບແລະຄວາມປອດໄພ ໂດຍຮຽກຮ້ອງໃຫ້ບັນ ດາປະເທດເຄົາລົບກົດບັດ ສປຊ, ກົດໝາຍສາກົນ, ປົກປ້ອງພົນລະເຮືອນ ແລະ ຮັບປະກັນການຊ່ວຍ ເຫລືອດ້ານມະນຸດສະທຳ; ດ້ານຄວາມບໍ່ສະເໝີພາບ ໄດ້ເນັ້ນຍໍ້າເຖິງການແກ້ໄຂບັນຫາໂຄງສ້າງການເງິນສາກົນ, ສະໜັບສະໜູນການຜ່ອນຜັນໜີ້ສິນ ແລະ ເສີມສ້າງໂອກາດທີ່ເທົ່າທຽມ ໂດຍສະເພາະໃຫ້ແກ່ແມ່ຍິງ; ດ້ານວິກິດການ ການປ່ຽນແປງດິນຟ້າອາກາດ ໄດ້ຮຽກຮ້ອງໃຫ້ເລັ່ງລັດການຫັນປ່ຽນອອກຈາກການນໍາໃຊ້ເຊື້ອໄຟຟອດຊິນ, ເພີ່ມການສະໜອງທາງການເງິນ ເພື່ອການປັບຕົວຕໍ່ສະພາບດິນຟ້າອາກາດຢ່າງເປັນທໍາ; ດ້ານ AI ໄດ້ຍົກໃຫ້ເຫັນວ່າ ເປັນອໍານາດຮູບແບບໃໝ່ທີ່ມີການພັດທະນາຢ່າງວ່ອງໄວ ແລະ ອາດສ້າງຄວາມສ່ຽງຖ້າຫາກຂາດການຄຸ້ມຄອງທີ່ດີ ແລະ ຂາດຄວາມໂປ່ງໃສ. ສະນັ້ນ,ຈຶ່ງຮຽກຮ້ອງໃຫ້ວົງຄະນາຍາດສາກົນ ຮ່ວມກັນສ້າງແຜນການຄຸ້ມຄອງຄວາມສ່ຽງດ້ານ AI ແລະ ຮັບ ປະກັນໃຫ້ AI ສາມາດຮັບໃຊ້ມວນມະນຸດ ເພື່ອສ້າງອະນາຄົດໃຫ້ມີສັນຕິພາບ, ຄວາມຍຸຕິທຳ ແລະ ເປັນປະໂຫຍດແກ່ທຸກຄົນ.

ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມພິທີໄຂກອງປະຊຸມ ສະມັດຊາໃຫຍ່ ອົງການ ສະຫະປະຊາຊາດ ສະໄໝທີ 81 · ຮູບທີ 2

ໃນໂອກາດດຽວກັນ, ທ່ານ ຄາລີເລີ ຣາມານ (Khalilur Rahman) ປະທານກອງປະຊຸມສະມັດຊາໃຫຍ່ອົງການ ສປຊ ສະໄໝທີ 81 ກໍໄດ້ເນັ້ນໃສ່ 7 ເນື້ອໃນສໍາຄັນຄື: ການຟື້ນຟູຄວາມເຊື່ອໝັ້ນຕໍ່ອົງການ ສປຊ; ການຮັກສາສັນຕິພາບ ແລະ ຄວາມປອດໄພ; ການປະຕິຮູບສະພາຄວາມໝັ້ນຄົງ ສປຊ; ເລັ່ງລັດການພັດທະນາ; ສິດທິມະນຸດ ແລະ AI; ການປັບປຸງການດຳເນີນງານຂອງສປຊ; ການສົ່ງເສີມຄວາມຮ່ວມມືແບບຮອບດ້ານ ໂດຍການມີສ່ວນຮ່ວມຈາກຫລາຍພາກສ່ວນ.

ADadvertisement
ADadvertisement
ADadvertisement
ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມພິທີໄຂກອງປະຊຸມ ສະມັດຊາໃຫຍ່ ອົງການ ສະຫະປະຊາຊາດ ສະໄໝທີ 81 · ຮູບທີ 3

ພ້ອມນັ້ນ, ທ່ານຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ຍັງໄດ້ເຄື່ອນໄຫວພົບປະນອກຮອບ ກັບບັນດາຄູ່ຮ່ວມຕໍາແໜ່ງ ກໍຄື ລັດຖະມົນຕີຕ່າງປະເທດຣູມານີ, ອິນໂດເນເຊຍ, ຕີມໍເລັດສະເຕ, ມົງໂກລີ ແລະ ກຽກກິດສະຖານ ຊຶ່ງການພົບປະດັ່ງກ່າວ, ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະ ພາບ ແລະ ປຶກສາຫາລືກ່ຽວກັບທິດທາງແຜນການຮ່ວມມືໃນຕໍ່ໜ້າ.

ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມພິທີໄຂກອງປະຊຸມ ສະມັດຊາໃຫຍ່ ອົງການ ສະຫະປະຊາຊາດ ສະໄໝທີ 81 · ຮູບທີ 4

ໃນວັນດຽວກັນ, ຕາມການມອບໝາຍຂອງ ທ່ານຮອງນາຍົກລັດຖະມົນຕີ, ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງ ປະເທດ ອາຊຽນ-ພັນທະມິດພາກພື້ນປາຊີຟິກ(ASEAN-Pacific Alliance Foreign Minister Meeting) ຄັ້ງທໍາອິດ, ຖືເປັນບາດກ້າວສໍາຄັນປະຫວັດສາດ ໃນການຊຸກຍູ້ການຮ່ວມມືລະຫວ່າງສອງອົງການຈັດຕັ້ງພາກພື້ນ. ກອງປະຊຸມໄດ້ຕົກລົງເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆ ເຊັ່ນ: ການພັດ ທະນາແບບຍືນຍົງ, ການເຊື່ອມຈອດ, ເສດຖະກິດດີຈິຕອນ ແລະ ວັດທະນະທຳ. ພ້ອມດຽວກັນ, ການເຂົ້າຮ່ວມຂອງຄະນະຜູ້ແທນ ສປປ ລາວ ໃນຄັ້ງນີ້ ຍັງໄດ້ສະແດງເຖິງການປະຕິບັດຕາມບົດບາດຢ່າງຕັ້ງໜ້າ ແລະ ການປະກອບສ່ວນສຳຄັນ ເຂົ້າໃນການເພີ່ມທະວີສາຍພົວພັນຮ່ວມມື ອາຊຽນ-ພັນທະມິດພາກພື້ນປາຊີຟິກ.

ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມພິທີໄຂກອງປະຊຸມ ສະມັດຊາໃຫຍ່ ອົງການ ສະຫະປະຊາຊາດ ສະໄໝທີ 81 · ຮູບທີ 5

ສຳລັບ ສປປ ລາວ, ທ່ານ ຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ມີແຜນຈະຂຶ້ນກ່າວປາໄສໃນກອງປະຊຸມພາກອະພິປາຍທົ່ວໄປຂອງ ສະມັດຊາໃຫຍ່ ອົງການ ສປຊ ສະໄໝທີ 81 ໃນວັນທີ 26 ກັນຍາ 2026. ກອງປະຊຸມດັ່ງກ່າວ, ຈະສືບຕໍ່ດຳເນີນໄປຈົນຮອດວັນທີ 28 ກັນຍາ 2026.

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່