ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປກສ ເມືອງຮ້ຽມ ຈັດພິທີມອບ-ຮັບ ອາວຸດລ່າເນື້ອຈຳນວນ 320 ກະບອກ ແລະ ຈັກສະຕິນ 5 ເຄື່ອງ ທີ່ປະຊາຊົນຕື່ນຕົວເອົາມາມອບໃຫ້ເຈົ້າໜ້າທີ່.

ໂດຍ Jenjila
· 2 ເດືອນ ກ່ອນອ່ານ 1 ນາທີ35 ຄັ້ງ
ປກສ ເມືອງຮ້ຽມ ຈັດພິທີມອບ-ຮັບ ອາວຸດລ່າເນື້ອຈຳນວນ 320 ກະບອກ ແລະ ຈັກສະຕິນ 5 ເຄື່ອງ ທີ່ປະຊາຊົນຕື່ນຕົວເອົາມາມອບໃຫ້ເຈົ້າໜ້າທີ່.
ADadvertisement
ADadvertisement
ADadvertisement

ວັນທີ 23 ກັນຍາ 2026 ກອງບັນຊາການ ປກສ ເມືອງຮ້ຽມ ແຂວງຫົວພັນ, ໄດ້ຈັດພິທີມອບອາວຸດລ່າເນື້ອທີ່ເຈົ້າໜ້າທີ່ລົງກໍ່ສ້າງຮາກຖານການເມືອງໄດ້ ລົງເຜີຍແຜ່ ດໍາລັດ ວ່າດ້ວຍການຄຸ້ມຄອງ ອາວຸດ ແລະ ວັດຖຸລະເບີດ ໃຫ້ແກ່ພໍ່ແມ່ປະຊາຊົນ.

ປກສ ເມືອງຮ້ຽມ ຈັດພິທີມອບ-ຮັບ ອາວຸດລ່າເນື້ອຈຳນວນ 320 ກະບອກ ແລະ ຈັກສະຕິນ 5 ເຄື່ອງ ທີ່ປະຊາຊົນຕື່ນຕົວເອົາມາມອບໃຫ້ເຈົ້າໜ້າທີ່.

ຜ່ານການລົງເຄື່ອນໄຫວໂຄສະນາ ແລະ ສຶກສາອົບຮົມ, ເຮັດໃຫ້ພໍ່ແມ່ປະຊາຊົນພາຍໃນເມືອງຮ້ຽມ ມີຄວາມຕື່ນຕົວ ແລະ ຮັບຮູ້ເຂົ້າໃຈເຖິງ ຜົນຮ້າຍ, ໄພອັນຕະລາຍ ແລະ ຄວາມບໍ່ຖືກຕ້ອງທາງດ້ານກົດໝາຍ ໃນການຄອບຄອງອາວຸດ ເຊີ່ງສາມາດເກັບກູ້ ແລະ ຮັບມອບອາວຸດ ປະເພດຕ່າງໆ ຈາກປະຊາຊົນ ທີ່ຈີງໃຈມາມອບໃຫ້ເຈົ້າໜ້າທີ່ໃນນັ້ນມີອາວຸດລ່າເນື້ອຈຳນວນ 320 ກະບອກ ແລະ ຈັກສະຕິນ 5 ເຄື່ອງ ມອບໃຫ້ຫ້ອງຄຸ້ມຄອງສຳມະໂນຄົວ ແລະກໍ່ສ້າງຮາກຖານ ປກສ ແຂວງຫົວພັນ.

ໃນພິທີ, ກ່າວມອບໂດຍທ່ານພັທ ເຄນທອງ ບຸນທຳມີ ຫົວໜ້າກອງບັນຊາການ ປກສ ເມືອງຮ້ຽມ ແລະ ກ່າວຮັບໂດຍທ່ານ ພັທ ສ້າງສຸຊັນ ຫວັງຊືກື້ ຫົວໜ້າຫ້ອງ ຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໂດຍການເຂົ້າຮ່ວມຂອງທ່ານ ພົຈວ ເພັດສອນ ອິນສຸພັນ ຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ADadvertisement
ADadvertisement
ADadvertisement

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່