ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ພາຍຸໄຕ້ຝຸ່ນ ດູຈວນ ຖະຫລົ່ມຍີ່ປຸ່ນ ເສຍຊີວິດ 4 ຄົນ, ສູນຫາຍອີກ 6 ຄົນ ຈາກເຫດນ້ຳຖ້ວມ ແລະ ດິນເຈື່ອນ

ໂດຍ Jenjila
· 2 ເດືອນ ກ່ອນອ່ານ 1 ນາທີ43 ຄັ້ງ
ພາຍຸໄຕ້ຝຸ່ນ ດູຈວນ ຖະຫລົ່ມຍີ່ປຸ່ນ ເສຍຊີວິດ 4 ຄົນ, ສູນຫາຍອີກ 6 ຄົນ ຈາກເຫດນ້ຳຖ້ວມ ແລະ ດິນເຈື່ອນ
ADadvertisement
ADadvertisement
ADadvertisement

ວັນທີ 23 ກັນຍາ (2026) ສຳນັກຂ່າວ NHK ລາຍງານວ່າ: ພາຍຸໄຕ້ຝຸ່ນຕູ້ເຈວຽນ (Dujuan) ໄດ້ເຄື່ອນຕົວອອກຫ່າງຈາກຍີ່ປຸ່ນແລ້ວ ຫຼັງຈາກພັດຖະຫຼົ່ມພາກຄັນໂຕ ແລະໝູ່ເກາະຕ່າງໆໃນເຂດກຸງໂຕກຽວ ສົ່ງຜົນໃຫ້ເກີດຝົນຕົກໜັກເປັນປະຫວັດການ, ເກີດນ້ຳຖ້ວມ ແລະດິນເຈື່ອນໃນຫຼາຍພື້ນທີ່. ຂະນະດຽວກັນ ເຈົ້າໜ້າທີ່ອຸຕຸນິຍົມວິທະຍາຍັງຄົງເຕືອນປະຊາຊົນໃຫ້ເຝົ້າລະວັງອັນຕະລາຍຢ່າງໃກ້ຊິດ.

ພາຍຸໄຕ້ຝຸ່ນ ດູຈວນ ຖະຫລົ່ມຍີ່ປຸ່ນ ເສຍຊີວິດ 4 ຄົນ, ສູນຫາຍອີກ 6 ຄົນ ຈາກເຫດນ້ຳຖ້ວມ ແລະ ດິນເຈື່ອນ

ໃນຊ່ວງເຊົ້າວັນອັງຄານທີ່ຜ່ານມາ ເກີດນ້ຳຖ້ວມໃນເຂດຊຸມຊົນແຫ່ງໜຶ່ງຂອງເມືອງຊາກຸຣະ ແຂວງຊິບະ. ຂະນະທີ່ເມືອງໂຢໂກສຸກະ ແຂວງຄານາງາວະ ລາຍງານວ່າ ເກີດດິນເຈື່ອນຫຼາຍຈຸດ. ສ່ວນທີ່ເມືອງມິອຸຣະ ແຂວງຄານາງາວະ ມີດິນໂຄນຖະຫຼົ່ມໃສ່ອາຄານອາພາດເມັນ 2 ຊັ້ນ ເຮັດໃຫ້ຍິງອາຍຸ 20 ປີຄົນໜຶ່ງສູນຫາຍ ແລະຍັງບໍ່ຮູ້ຊະຕາກຳ. ສ່ວນເຮືອນອີກຫຼັງໜຶ່ງ ທີ່ຢູ່ຫ່າງຈາກຈຸດເກີດເຫດປະມານ 2 ກິໂລແມັດ ກໍມີລາຍງານວ່າ ຍິງອາຍຸ 30 ປີອີກຄົນໜຶ່ງສູນຫາຍ.

ພາຍຸໄຕ້ຝຸ່ນ ດູຈວນ ຖະຫລົ່ມຍີ່ປຸ່ນ ເສຍຊີວິດ 4 ຄົນ, ສູນຫາຍອີກ 6 ຄົນ ຈາກເຫດນ້ຳຖ້ວມ ແລະ ດິນເຈື່ອນ · ຮູບທີ 2

ຂະນະດຽວກັນ ເຈົ້າໜ້າທີ່ທ້ອງຖິ່ນໃນແຂວງຊິບະ ລາຍງານວ່າ ເກີດດິນເຈື່ອນຫຼາຍຈຸດ ສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວ 5 ຄົນ ແລະສູນຫາຍອີກ 2 ຄົນ. ຄາດວ່າຜູ້ສູນຫາຍອາດຕິດຢູ່ພາຍໃນເຮືອນທີ່ພັງຖະຫຼົ່ມລົງມາ.

ADadvertisement
ADadvertisement
ADadvertisement
ພາຍຸໄຕ້ຝຸ່ນ ດູຈວນ ຖະຫລົ່ມຍີ່ປຸ່ນ ເສຍຊີວິດ 4 ຄົນ, ສູນຫາຍອີກ 6 ຄົນ ຈາກເຫດນ້ຳຖ້ວມ ແລະ ດິນເຈື່ອນ · ຮູບທີ 3

ເມື່ອລວມກັບຜູ້ເສຍຊີວິດຈາກເຫດການໃນພື້ນທີ່ອື່ນໆ ເຮັດໃຫ້ຍອດຜູ້ເສຍຊີວິດຈາກອິດທິພົນຂອງພາຍຸໄຕ້ຝຸ່ນຕູ້ເຈວຽນໃນຍີ່ປຸ່ນເພີ່ມເປັນຢ່າງໜ້ອຍ 6 ຄົນ ແລະມີຜູ້ສູນຫາຍ 6 ຄົນ.

ພາຍຸໄຕ້ຝຸ່ນ ດູຈວນ ຖະຫລົ່ມຍີ່ປຸ່ນ ເສຍຊີວິດ 4 ຄົນ, ສູນຫາຍອີກ 6 ຄົນ ຈາກເຫດນ້ຳຖ້ວມ ແລະ ດິນເຈື່ອນ · ຮູບທີ 4

ທີ່ມາ: NHK

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່