ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ທ່ານ ສີຈິ້ນຜິງ ເດີນທາງໄປຮອດນະຄອນຫຼວງວໍຊິງຕັນ ເລີ່ມຢ້ຽມຢາມອາເມຣິກາທາງລັດຖະກິດ ແລະ ກ່າວຄຳປາໄສທາງລາຍລັກອັກສອນ

ໂດຍ Jenjila
· 2 ເດືອນ ກ່ອນອ່ານ 2 ນາທີ49 ຄັ້ງ
ທ່ານ ສີຈິ້ນຜິງ ເດີນທາງໄປຮອດນະຄອນຫຼວງວໍຊິງຕັນ ເລີ່ມຢ້ຽມຢາມອາເມຣິກາທາງລັດຖະກິດ ແລະ ກ່າວຄຳປາໄສທາງລາຍລັກອັກສອນ
ADadvertisement
ADadvertisement
ADadvertisement

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນຕອນບ່າຍວັນທີ 23 ກັນຍານີ້ ຕາມເວລາທ້ອງຖິ່ນ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ເດີນທາງໄປຮອດນະຄອນຫຼວງວໍຊິງຕັນປະເທດອາເມຣິກາດ້ວຍເຮືອບິນພິເສດ ແລະ ຢ້ຽມຢາມອາເມຣິກາທາງລັດຖະກິດຕາມຄຳເຊີນຂອງທ່ານ ໂດໂນ ທຣຳ ປະທານາທິບໍດີອາເມຣິກາ.

ທ່ານ ສີຈິ້ນຜິງ ເດີນທາງໄປຮອດນະຄອນຫຼວງວໍຊິງຕັນ ເລີ່ມຢ້ຽມຢາມອາເມຣິກາທາງລັດຖະກິດ ແລະ ກ່າວຄຳປາໄສທາງລາຍລັກອັກສອນ

ເນື້ອໃນບົດປາໄສຂອງທ່ານ ສີຈິ້ນຜິງ ລະບຸວ່າ, ຈີນ ແລະ ອາເມຣິກາ ລ້ວນແຕ່ເປັນປະເທດທີ່ຍິ່ງໃຫຍ່, ປະຊາຊົນສອງຊາດລ້ວນແຕ່ແມ່ນປະຊາຊົນທີ່ຍິ່ງໃຫຍ່, ຜົນປະໂຫຍດຂອງສອງຝ່າຍເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງ, ຄວນກາຍເປັນຄູ່ຮ່ວມງານ ແຕ່ບໍ່ແມ່ນຄູ່ແຂ່ງ, ການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນກັບການເຮັດໃຫ້ອາເມຣິກາຍິ່ງໃຫຍ່ອີກຄັ້ງສາມາດດຳເນີນໄປຄຽງຄູ່ກັນໄດ້, ຫາກບໍ່ແມ່ນການຂັດແຍ້ງກັນ, ຊ່ວຍຊູຍູ້ໜູນກັນເພື່ອສ້າງຜົນສຳເລັດ ແລະ ນຳເອົາຄວາມສຸກມາໃຫ້ຊາວໂລກ. ຈີນ ແລະ ອາເມຣິກາ ຄວນກ້າວໄປສູ່ທິດທາງດຽວກັນ, ຊຸກຍູ້ການສ້າງສາຍພົວພັນທີ່ໝັ້ນຄົງ ໂດຍຖືເອົາການຮ່ວມມືເປັນຫຼັກ ແຂ່ງຂັນກັນຢ່າງສົມເຫດສົມຜົນ, ສາມາດຄວບຄຸມຄວາມຂັດແຍ້ງຢູ່ໄດ້ ແລະ ການຢູ່ຮ່ວມກັນໂດຍສັນຕິແມ່ນສາມາດຄອງຄອຍໄດ້, ບຸກເບີກເສັ້ນທາງທີ່ຖືກຕ້ອງສຳລັບປະເທດໃຫຍ່ທີ່ຈະຢູ່ຮ່ວມກັນໃນຍຸກໃໝ່.

ທ່ານ ສີຈິ້ນຜິງ ເດີນທາງໄປຮອດນະຄອນຫຼວງວໍຊິງຕັນ ເລີ່ມຢ້ຽມຢາມອາເມຣິກາທາງລັດຖະກິດ ແລະ ກ່າວຄຳປາໄສທາງລາຍລັກອັກສອນ · ຮູບທີ 2

ທ່ານ ສີຈິ້ນຜິງ ເນັ້ນໜັກວ່າ, ຕັກກະດ້ານປະຫວັດສາດຂອງການຢູ່ຮ່ວມກັນໂດຍສັນຕິລະຫວາງຈີນ ແລະ ອາເມຣິກາ, ຄວາມປາຖະໜາອັນດີງາມຂອງປະຊາຊົນສອງຊາດທີ່ຢາກໄປມາຫາສູ່ກັນຢ່າງມີໄມຕີຈິດມິດຕະພາບ ແລະ ຄວາມຄາດຫວັງທົ່ວໄປຂອງປະຊາຄົມໂລກທີ່ມີຕໍ່ຈີນ ແລະ ອາເມຣິກາບໍ່ມີການປ່ຽນແປງ. ທ່ານຄອງຄອຍຈະໄດ້ແລກປ່ຽນຄວາມຄິດຄວາມເຫັນຢ່າງເລິກເຊິ່ງກັບທ່ານປະທານາທິບໍດີ ໂດໂນ ທຣຳ, ເສີມຂະຫຍາຍເນື້ອໃນຂອງສາຍພົວພັນທີ່ໝັ້ນຄົງທາງຍຸດທະສາດທີ່ສ້າງສັນລະຫວ່າງຈີນ-ອາເມຣິກາໃຫ້ອຸດົມສົມບູນຂຶ້ນ, ເປີດກວ້າງການແລກປ່ຽນ ແລະ ການຮ່ວມມືໃນຂົງເຂດຕ່າງໆ, ຕິດຕໍ່ພົວພັນກັບບຸກຄົນໃນວົງການຕ່າງໆຂອງອາເມຣິກາຢ່າງກວ້າງຂວາງ, ພ້ອມນີ້ ທ່ານປະທານ ສີຈິ້ນຜິງ ສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມອາເມຣິກາທາງລັດຖະກິດຄັ້ງນີ້ຈະໄດ້ຮັບໝາກຜົນຢ່າງຈົບງາມ ຊຶ່ງຈະເພີ່ມພູນຄູນສ້າງຄວາມສຸກຂອງປະຊາຊົນສອງຊາດ ແລະ ເພີ່ມຄວາມຫວັງໃຫ້ແກ່ສັນຕິພາບຂອງໂລກ.

ADadvertisement
ADadvertisement
ADadvertisement
ທ່ານ ສີຈິ້ນຜິງ ເດີນທາງໄປຮອດນະຄອນຫຼວງວໍຊິງຕັນ ເລີ່ມຢ້ຽມຢາມອາເມຣິກາທາງລັດຖະກິດ ແລະ ກ່າວຄຳປາໄສທາງລາຍລັກອັກສອນ · ຮູບທີ 3

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່