ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເຈົ້າໜ້າທີ່ບຸກມ້າງແກ້ງສະແກມເມີ 5 ຈຸດ ຢູ່ເມືອງສີສັດຕະນາກ ສາມາດກັກຕົວໄດ້ 33 ຄົນ.

ໂດຍ Jenjila
· 2 ເດືອນ ກ່ອນອ່ານ 1 ນາທີ46 ຄັ້ງ
ເຈົ້າໜ້າທີ່ບຸກມ້າງແກ້ງສະແກມເມີ 5 ຈຸດ ຢູ່ເມືອງສີສັດຕະນາກ ສາມາດກັກຕົວໄດ້ 33 ຄົນ.
ADadvertisement
ADadvertisement
ADadvertisement

ເພື່ອເປັນການຈັດຕັ້ງປະຕິບັດວຽກງານປາບປາມ ແລະ ຕ້ານການກໍ່ອາຊະຍາກຳທາງອິນເຕີເນັດ ແລະ ພະນັນອອນລາຍ ແນໃສ່ເຮັດໃຫ້ສັງຄົມ ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ໃນລະຫວ່າງວັນທີ 21-22 ກັນຍາ 2026, ຄະນະສະເພາະກິດ ກະຊວງ ປກສ ໄດ້ສືບຕໍ່ເຂົ້າມ້າງກຸ່ມແກ້ງກໍ່ອາຊະຍາກໍາທາງອິນເຕີເນັດ ແລະ ພະນັນອອນລາຍ ສາມາດກັກຕົວຜູ້ຖືຫາໄດ້ທັງໝົດ 33 ຄົນ ຍິງ 2 ຄົນ.

ເຈົ້າໜ້າທີ່ບຸກມ້າງແກ້ງສະແກມເມີ 5 ຈຸດ ຢູ່ເມືອງສີສັດຕະນາກ ສາມາດກັກຕົວໄດ້ 33 ຄົນ.

ໃນວັນທີ 21 ກັນຍາ 2026, ເຈົ້າໜ້າທີ່ຄະນະສະເພາະກິດ ໄດ້ເຂົ້າກວາດລ້າງກຸ່ມແກ້ງກໍ່ອາຊະຍາກໍາທາງອິນເຕີເນັດ ຢູ່ເຮືອນວິນລ່າພາມິລ່າ 2 ຊັ້ນ ທີ່ບ້ານດົງສະຫວາດ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ສາມາດກັກຕົວຜູ້ຖືກຫາໄດ້ 26 ຄົນ ຍິງ 2 ຄົນ. ໃນນັ້ນ, ເປັນສັນຊາດຈີນ 22 ຄົນ ຍິງ 2 ຄົນ ແລະ ສັນຊາດຈີນ-ໄຕ້ຫວັນ 4 ຄົນ ພ້ອມເຄື່ອງຂອງກາງທີ່ນໍາໃຊ້ເຂົ້າໃນການກໍ່ອາຊະຍາກໍາມີໂທລະສັບ, ຄອມພິມເຕີ ແລະ ອຸປະກອນອື່ນໆຫຼາຍລາຍການ.

ເຈົ້າໜ້າທີ່ບຸກມ້າງແກ້ງສະແກມເມີ 5 ຈຸດ ຢູ່ເມືອງສີສັດຕະນາກ ສາມາດກັກຕົວໄດ້ 33 ຄົນ. · ຮູບທີ 2

ໃນວັນທີ 22 ກັນຍາ 2026, ເຈົ້າໜ້າທີ່ຄະນະສະເພາະກິດ ໄດ້ສືບຕໍ່ເຂົ້າມ້າງກຸ່ມແກ້ງດັ່ງກ່າວຢູ່ 4 ຈຸດ ທີ່ຂຶ້ນກັບເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ຄື: ເຮືອນພັກສາຍລົມເຢັນ, ໂຮງແຮມລັດສະໝີ, ອາພາດເມັ້ນພອນທິບພລາຊ່າ, ອາພາດເມັ້ນທິບບາຍເວັນແດັມ ສາມາດກັກຕົວຜູ້ຖືກຫາໄດ້ 7 ຄົນ ເຊິ່ງທັງໝົດເປັນສັນຊາດຈີນ.

ADadvertisement
ADadvertisement
ADadvertisement
ເຈົ້າໜ້າທີ່ບຸກມ້າງແກ້ງສະແກມເມີ 5 ຈຸດ ຢູ່ເມືອງສີສັດຕະນາກ ສາມາດກັກຕົວໄດ້ 33 ຄົນ. · ຮູບທີ 3

ປັດຈຸບັນ, ຄະນະສະເພາະກິດ ແລະ ເຈົ້າໜ້າທີ່ກ່ຽວຂ້ອງໄດ້ນໍາຕົວຜູ້ຖືກຫາທັງໝົດໄປສືບສວນ-ສືບສວນ ຂະຫຍາຍຜົນຫາຜູ້ຮ່ວມຂະບວນການ ແລະ ດໍາເນີນຄະດີຕາມລະບຽບກົດໝາຍຢ່າງເຂັ້ມງວດ.

ເຈົ້າໜ້າທີ່ບຸກມ້າງແກ້ງສະແກມເມີ 5 ຈຸດ ຢູ່ເມືອງສີສັດຕະນາກ ສາມາດກັກຕົວໄດ້ 33 ຄົນ. · ຮູບທີ 4
ເຈົ້າໜ້າທີ່ບຸກມ້າງແກ້ງສະແກມເມີ 5 ຈຸດ ຢູ່ເມືອງສີສັດຕະນາກ ສາມາດກັກຕົວໄດ້ 33 ຄົນ. · ຮູບທີ 5

ຂ່າວ: ຄວາມສະຫງົບ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່