ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ແຈ້ງການຫຼີກລ້ຽງການສັນຈອນຊົ່ວຄາວ! ຢູ່ ຖະໜົນລ້ານຊ້າງ ເບື້ອງຂາເຂົ້າ ເຂດໄຟອຳນາດ ໂຮງຮຽນ ມສ ວຽງຈັນ ໄປຫາ ໄຟອຳນາດທະນາຄານລາວ-ຝຣັ່ງ.

ໂດຍ Jenjila
· 2 ເດືອນ ກ່ອນອ່ານ 1 ນາທີ71 ຄັ້ງ
ແຈ້ງການຫຼີກລ້ຽງການສັນຈອນຊົ່ວຄາວ! ຢູ່ ຖະໜົນລ້ານຊ້າງ ເບື້ອງຂາເຂົ້າ ເຂດໄຟອຳນາດ ໂຮງຮຽນ ມສ ວຽງຈັນ ໄປຫາ ໄຟອຳນາດທະນາຄານລາວ-ຝຣັ່ງ.
ADadvertisement
ADadvertisement
ADadvertisement

ວັນທີ 23 ກັນຍາ 2026 ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ, ອອກແຈ້ງການ ຫລີກລ້ຽງການສັນຈອນຊົ່ວຄາວຢູ່ ຖະໜົນລ້ານຊ້າງ ເບື້ອງຂາເຂົ້າ ເຂດ ໄຟອໍານາດ ໂຮງຮຽນ ມສ ວຽງຈັນ ໄປຫາ ໄຟອຳນາດທະນາຄານລາວ-ຝຣັ່ງ.

ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ ແຈ້ງມາຍັງ ຜູ້ນໍາໃຊ້ ລົດໃຊ້ຖະໜົນໃນທົ່ວນະຄອນຫລວງວຽງຈັນ ຊາບວ່າ: ໃນລະຫວ່າງ ວັນເສົາ ແລະ ວັນອາທິດ ທີ 26 – 27 ກັນຍາ 2026, ແມ່ນໃຫ້ບັນດາທ່ານຫລີກລ່ຽງການສັນຈອນ ຊົ່ວຄາວ ຢູ່ຖະໜົນລ້ານຊ້າງ ເບື້ອງຂາເຂົ້າ ເຂດ ແຕ່ໄຟອຳນາດໂຮງຮຽນ ມສ ວຽງຈັນ ໄປຫາ ໄຟອຳນາດທະນາຄານລາວ-ຝຣັ່ງ, ເພື່ອອໍານວຍຄວາມສະດວກ ໃນການກໍ່ສ້າງຂຸດເຈາະໜ້າທາງເພື່ອວາງທໍ່ນໍ້າຂ້າມທາງ ຂອງໂຄງການ ກໍ່ສ້າງລະບົບລ້າງທໍາຄວາມສະອາດ-ລະບາຍຄວາມຮ້ອນຂອງຖະໜົນ ດ້ວຍລະບົບຄວບຄຸມອັດສະລິຍະ (Smart Clean-Cooling Road System (CCRS)) ໃຫ້ສໍາເລັດຕາມແຜນ.

ວັນທີ ແລະ ເວລາປິດການສັນຈອນຊົ່ວຄາວ:

ADadvertisement
ADadvertisement
ADadvertisement

ໃນວັນເສົາ ແລະ ວັນອາທິດ (ວັນທີ 26 – 27 ກັນຍາ 2026ນີ້!)

ຜູ້ໃຊ້ລົດໃຊ້ຖະໜົນທີ່ມາຈາກ ເສັ້ນທາງໜ້າສໍານັກງານນາຍົກລັດຖະມົນຕີ ມີຈຸດປະສົງຈະຜ່ານເສັ້ນທາງ ດັ່ງກ່າວ ສາມາດໃຊ້ເສັ້ນທາງເວັ້ນ ດັ່ງນີ້:

– ລ້ຽວຂວາອ້ອມໄປຕາມກໍາແພງໂຮງຮຽນ ມສ ວຽງຈັນ ໄປຖະໜົນສີສະຫວາດ ແລະ ຖະໜົນສາຍລົມ;

– ລ້ຽວຊ້າຍໄປທາງ ຖະໜົນ ຂ້າງຫ້ອງວ່າການ ນະຄອນຫລວງວຽງຈັນ ໄປຫາ ຖະໜົນໜອງບອນ.

ສໍາລັບຜູ້ທີ່ອາໄສຢູ່ບ້ານ ຫລື ມີສໍານັກງານ ຢູ່ໃນເຂດດັ່ງກ່າວແມ່ນໃຫ້ປະຕິບັດຕາມການແນະນໍາຂອງເຈົ້າໜ້າທີ່ ຕຳຫລວດຈະລາຈອນ ໃນເວລາເຂົ້າ-ອອກ ເສັ້ນທາງດັ່ງກ່າວ.

ແຈ້ງການຫຼີກລ້ຽງການສັນຈອນຊົ່ວຄາວ! ຢູ່ ຖະໜົນລ້ານຊ້າງ ເບື້ອງຂາເຂົ້າ ເຂດໄຟອຳນາດ ໂຮງຮຽນ ມສ ວຽງຈັນ ໄປຫາ ໄຟອຳນາດທະນາຄານລາວ-ຝຣັ່ງ.
ແຈ້ງການຫຼີກລ້ຽງການສັນຈອນຊົ່ວຄາວ! ຢູ່ ຖະໜົນລ້ານຊ້າງ ເບື້ອງຂາເຂົ້າ ເຂດໄຟອຳນາດ ໂຮງຮຽນ ມສ ວຽງຈັນ ໄປຫາ ໄຟອຳນາດທະນາຄານລາວ-ຝຣັ່ງ. · ຮູບທີ 2

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 71 ຄັ້ງ
‹ ກັບໄປໝວດແຈ້ງການ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່