ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ກັກຕົວໄວລຸ້ນຫລວງພະບາງ 3 ແກ້ງ ຂັບຂີ່ລົດແຂ່ງກັນ ດັດແປງສະພາບເຕັກນິກລົດ, ບໍ່ມີໃບຂັບຂີ່ ຈຳນວນ 24 ຄົນ ມາເຮັດບົດບັນທຶກສຶກສາອົບຮົມ

ໂດຍ Jenjila
· 2 ເດືອນ ກ່ອນອ່ານ 2 ນາທີ66 ຄັ້ງ
ກັກຕົວໄວລຸ້ນຫລວງພະບາງ 3 ແກ້ງ ຂັບຂີ່ລົດແຂ່ງກັນ ດັດແປງສະພາບເຕັກນິກລົດ, ບໍ່ມີໃບຂັບຂີ່ ຈຳນວນ 24 ຄົນ ມາເຮັດບົດບັນທຶກສຶກສາອົບຮົມ
ADadvertisement
ADadvertisement
ADadvertisement

ວາລະສານ ປກສ ແຂວງຫລວງພະບາງ ລາຍງານວ່າ: ວັນທີ 24 ກັນຍາ 2026 ກອງບັນຊາການ ປກສ ນະຄອນ-ຫລວງພະບາງ ໄດ້ນຳຕົວກຸ່ມແກ້ງດັດແປງສະພາບເຕັກນິດລົດ ມາເຮັດບົດບັນທຶກສຶກສາອົບຮົມ, ໂດຍການເຂົ້້າຮ່ວມຂອງທ່ານ ພັນໂທ ໄວຍະສັກ ຄຳພິຈິດ ຮອງຫົວໜ້າກອງບັນຊາການ ປກສ ນະຄອນຫລວງພະບາງ, ທ່ານນາງ ຄຳຂາວ ແສງອາຄົມ ເລຂາຄະນະບໍລິຫານງານຊາວໜຸ່ມ ນະຄອນ-ຫລວງພະບາງ, ມີບັນດາຄະນະຮັບຜິດຊອບ ສຶກສາອົບຮົມ, ຜູ້ລະເມີດກົດລະບຽບການສັນຈອນ ແລະ ພໍ່ແມ່ຜູ້ປົກຄອງເຂົ້າຮ່ວມ.

ກັກຕົວໄວລຸ້ນຫລວງພະບາງ 3 ແກ້ງ ຂັບຂີ່ລົດແຂ່ງກັນ ດັດແປງສະພາບເຕັກນິກລົດ, ບໍ່ມີໃບຂັບຂີ່ ຈຳນວນ 24 ຄົນ ມາເຮັດບົດບັນທຶກສຶກສາອົບຮົມ

ກຸ່ມແກັງດັ່ງກ່າວ, ເຈົ້້າໜ້າທີ່ ໄດ້ມີການຈັດຕັ້ງວາງກໍາລັງ ເຄື່ອນໄຫວຕິດຕາມ ກວດກາການສັນຈອນຂອງບັນດາຜູ້ໃຊ້ລົດໃຊ້ຖະໜົນ ແລະ ສະກັດກັ້ນ ບັນດາກຸ່ມແກ້ງ ດັດແປງສະພາບເຕັກນິກລົດ, ໃຊ້ສຽງດັງເກີນຂອບເຂດ ແລະ ມີການຂັບຂີ່ລົດແຂ່ງກັນຕາມເສັ້ນທາງຫລວງ ເຮັດໃຫ້ການສັນຈອນພົບຄວາມຫຍຸ້ງຍາກຕິດຄັດ.

ຜ່ານການຕິດຕາມກວດກາ ຂອງເຈົ້າໜ້າທີ່ ສາມາດສະກັດຈັບ ລົດຈັກທີ່ດັດແປງສະພາບເຕັກນິກ ແລະ ກຸ່ມແກ້ງຂີ່ລົດແຂ່ງກັນໄດ້ 3 ກຸ່ມແກ້ງ, ກັກລົດໄດ້ 12 ຄັນ, ຖານການລະເມີດມີຄື: ລົດດັດແປງໃສ່ທໍ່ອາຍສຽງດັງ 32 ຄັນ, ລົດດັດແປງໃສ່ຢາງນ້ອຍໜ້າ-ຫລັງ ມີ 15 ຄັນ, ດັດແປງ ປາດເບາະນັ່ງ 23 ຄັນ, ບໍ່ໃສ່ແວ່ນສ່ອງຂ້າງ ຫລັງ ສ່ອງຫລັງ 37 ຄັນ, ລົດບໍ່ມີເອກະສານ 7 ຄັນ, ກັກຕົວເດັກອາຍຸບໍ່ເຖິງກະສຽນ ຕໍ່າກວ່າ 15 ປີ ຈໍານວນ 10 ຄົນ ແລະ ບໍ່ມີໃບຂັບຂີ່ ຈຳນວນ 24 ຄົນ.

ADadvertisement
ADadvertisement
ADadvertisement
ກັກຕົວໄວລຸ້ນຫລວງພະບາງ 3 ແກ້ງ ຂັບຂີ່ລົດແຂ່ງກັນ ດັດແປງສະພາບເຕັກນິກລົດ, ບໍ່ມີໃບຂັບຂີ່ ຈຳນວນ 24 ຄົນ ມາເຮັດບົດບັນທຶກສຶກສາອົບຮົມ · ຮູບທີ 2

ໃນໂອກາດນີ້ ເຈົ້າໜ້າທີ່ ໄດ້ເຜີຍແຜ່ ກົດລະບຽບການສັນຈອນ ບາງມາດຕາ ເພື່ອໃຫ້ນັກຂັບຂີ່ ຜູ້ທີ່ລະເມີດລະບຽບການສັນຈອນ ໄດ້ທົບທວນຄືນ ເຖິງຄວາມຜິດພາດຂອງຕົນເອງ ທີ່ລະເມີດກົດລະບຽບການສັນຈອນ ສ້າງຄວາມວຸ້ນວາຍແກ່ສັງຄົມໃນໄລຍະຜ່ານມາ, ພ້ອມນີ້ ຍັງເປັນການເຮັດໃຫ້ບັນດາ ພໍ່ແມ່ຜູ້ປົກຄອງ ມີຄວາມຮັບຮູ້ ບັນດາລະບຽບກົດໝາຍຈະລາຈອນທາງບົກຢ່າງເລິກເຊີ່ງ ນຳໄປສຶກສາອົບຮົມລູກຫຼານຂອງຕົນ ທີ່ຮູ້ເທົ່າບໍ່ເຖິງການ ໃຫ້ມີສະຕິຕື່ນຕົວເຄົາລົບລະບຽບການສັນຈອນຢ່າງເຂັ້ມງວດ.

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 66 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່