MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສັ່ງໂຈະແລ້ວ! ມີແຈ້ງການຍົກເລີກສູນປະຕິບັດທຳ ຫຼັກ 38 ຢູ່ບ້ານສ້າງໃສ ເມືອງປາກງື່ມ ແລະ ໂຈະການເຄື່ອນໄຫວທັງໝົດ

ສັ່ງໂຈະແລ້ວ! ມີແຈ້ງການຍົກເລີກສູນປະຕິບັດທຳ ຫຼັກ 38 ຢູ່ບ້ານສ້າງໃສ ເມືອງປາກງື່ມ ແລະ ໂຈະການເຄື່ອນໄຫວທັງໝົດ

Jenjila
ເຜີຍແຜ່: 25 ກັນຍາ 2026, 10:53
ປັບປຸງຫຼ້າສຸດ: 25 ກັນຍາ 2026, 11:28
Jen - Mahasan Post (6)

ອີງຕາມ ມາດຕາ 19, 20, ໝວດທີ 4 ຂອງກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບເລກທີ 78/ສພຊ, ລົງວັນທີ 20 ມີນາ 2025 ວ່າດ້ວຍພາລະບົດບາດ, ສິດ ແລະ ໜ້າທີ່ ຂອງປະທານຄະນະ ກຳມະການປົກຄອງ ນະຄອນຫຼວງ, ແຂວງ;

ອີງຕາມ ດຳລັດ ຂອງລັດຖະບານ ວ່າດ້ວຍການຄຸ້ມຄອງ ແລະ ປົກປ້ອງ ການເຄື່ອນໄຫວສາສະໜາ ຢູ່ ສປປ ລາວ ສະບັບເລກທີ 315/ລບ, ລົງວັນທີ 16 ສິງຫາ 2016;

ອີງຕາມ ຂໍ້ຕົກລົງ ຂອງເຈົ້າຄອງນະຄອນຫຼວງວຽງຈັນ ວ່າດ້ວຍການສ້າງຕັ້ງສູນປະຕິບັດທຳ ຫຼັກ 38 ບ້ານສ້າງໃສ, ເມືອງປາກງື່ມ ນະຄອນຫຼວງວຽງຈັນ ສະບັບເລກທີ 310/ຈນວ, ລົງວັນທີ 07 ເມສາ 2010;

ອີງຕາມ ແຈ້ງການ ຂອງສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ກ່ຽວກັບ ການບໍ່ຮັບຮູ້ ແລະ ບໍ່ຮັບຮອງ ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ແລະ ບຸກຄົນໃດບຸກຄົນໜຶ່ງ ທີ່ມີການແອບອ້າງ ແລະ ປະກາດຕົນ ເປັນພຣະສີອະຣິຍະເມດໄຕ ແລະ ປະກາດຕົນເປັນຜູ້ລະເສດໃດໆ ສະບັບເລກທີ 178/ອພສ, ລົງວັນທີ 11 ກັນຍາ 2026;

ອີງຕາມ ບົດບັນທຶກກອງປະຊຸມ ຢູ່ສູນກາງແນວລາວສ້າງຊາດ ກ່ຽວກັບສູນປະຕິບັດທຳ ຫຼັກ 38, ຢູ່ບ້ານ ສ້າງໃສ, ເມືອງປາກງື່ມ ນະຄອນຫຼວງວຽງຈັນ ຄັ້ງວັນທີ 16 ກັນຍາ 2026;

ອີງຕາມ ບົດລາຍງານ ຂອງອົງການແນວລາວສ້າງຊາດ ນະຄອນຫຼວງວຽງຈັນ ສະບັບເລກທີ 424/ນຊ.ນວ, ລົງວັນທີ 14 ກັນຍາ 2026;

ອີງຕາມ ຜົນກອງປະຊຸມຄົ້ນຄ້ວາ ມາດຕະການ ແລະ ວິທີການແກ້ໄຂບັນຫາ ຢູ່ສູນປະຕິບັດທຳ ຫຼັກ 38, ບ້ານສ້າງໃສ, ເມືອງປາກງື່ມ ນະຄອນຫຼວງວຽງຈັນ ຄັ້ງວັນທີ 22 ກັນຍາ 2026.

ປະທານ ຄະນະກຳມະການປົກຄອງ ນະຄອນຫຼວງວຽງຈັນ ອອກຂໍ້ຕົກລົງ:

ມາດຕາ 1 ຍົກເລີກສູນປະຕິບັດທຳ ຫຼັກ 38 ຢູ່ບ້ານສ້າງໃສ, ເມືອງປາກງື່ມ ແລະ ໂຈະການເຄື່ອນໄຫວທັງໝົດ ບັນດາ ກິດຈະການ, ກິດຈະກຳຕ່າງໆ ຢູ່ບໍລິເວນສູນດັ່ງກ່າວ ໂດຍທັນທີ.

ມາດຕາ 2 ມອບໃຫ້ເມືອງປາກງື່ມ, ຕາແສງສິນໄຊ, ບ້ານສ້າງໃສ ເຂົ້າໄປຄຸ້ມຄອງສະຖານທີ່ດັ່ງກ່າວ ເພື່ອຮັກສາຄວາມ ສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ.

ມາດຕາ 3 ຫ້ອງວ່າການ, ແນວລາວສ້າງຊາດ, ກອງບັນຊາການປ້ອງກັນຄວາມສະຫງົບ, ກອງບັນຊາການທະຫານ, ເມືອງປາກງື່ມ, ຕາແສງສິນໄຊ, ບ້ານສ້າງໃສ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງຮັບຮູ້ ໃຫ້ຄວາມຮ່ວມມື ແລະ ປະຕິບັດຕາມຂໍ້ຕົກລົງສະບັບນີ້ ຢ່າງເຂັ້ມງວດ ແລະ ໃຫ້ໄດ້ຮັບຜົນສໍາເລັດເປັນຢ່າງດີ.

ມາດຕາ 4 ຂໍ້ຕົກລົງສະບັບນີ້ ລົບລ້າງ ຂໍ້ຕົກລົງ ຂອງເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 310/ຈນວ, ລົງວັນທີ ລົງວັນທີ 7 ເມສາ 2010 ແລະ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

ໂຄສະນາ
Sample ad inarticle
Sample ad inarticle
ແບ່ງປັນ:
‹ ກັບໄປໝວດແຈ້ງການ

ຂ່າວທີ່ກ່ຽວຂ້ອງ