MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ນະຄອນປາກເຊ ເຂັ້ມງວດ! ຄຸ້ມຄອງສັດລ້ຽງ ຫ້າມປ່ອຍສັດລ້ຽງອອກມາຕາມທາງຫລວງ ຫາກລະເມີດ ຈະປັບໃໝ 1 ລ້ານກີບ/ໂຕ

ນະຄອນປາກເຊ ເຂັ້ມງວດ! ຄຸ້ມຄອງສັດລ້ຽງ ຫ້າມປ່ອຍສັດລ້ຽງອອກມາຕາມທາງຫລວງ ຫາກລະເມີດ ຈະປັບໃໝ 1 ລ້ານກີບ/ໂຕ

Jenjila
ເຜີຍແຜ່: 25 ກັນຍາ 2026, 14:39
ປັບປຸງຫຼ້າສຸດ: 25 ກັນຍາ 2026, 15:28
Jen - Mahasan Post (14)

ຄະນະກຳມະການປົກຄອງນະຄອນປາກເຊ ໄດ້ແຈ້ງໃຫ້ບັນດາຫ້ອງການ ທີ່ກ່ຽວຂ້ອງ, ເລຂາຄະນະພັກຮາກຖານ V ກຸ່ມບ້ານ, ນາຍບ້ານ 42 ບ້ານ, ພະນັກງານ​ – ລັດຖະກອນ, ທະຫານ, ຕຳຫຼວດ, ພໍ່ແມ ປະຊາຊົນທີ່ອາໄສ ຢູ່ໃນຂອບເຂດປາກເຊ ເພີ່ມທະວີເອົາໃຈໃສ່ປົກປັກຮັກສາສັດ, ສັດລ້ຽງທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ທີ່ອອກມາຕາມເສັ້ນທາງ ເລກທີ 13 ເໜືອ ແລະ ໃຕ້, ເສັ້ນທາງສາລາຂຽວດົງຈອງ, ເສັ້ນທາງຕ່າງໆ ໃນເທດສະບານ, ສະໜາມກ໋ອບ, ສໍາ ນັກງານອົງການ ແລະ ສະຖານທີ່ ສາທາລະນະໃນນະຄອນປາກເຊ ໂດຍບໍ່ມີຜູ້ຄຸ້ມຄອງດູແລຮັກສາຮັກສາ ຢ່າງເດັດຂາດ ເຊິ່ງຈະກໍ່ໃຫ້ເກີດອຸບັດເຫດ, ຕໍ່ຊິວິດ ແລະ ຊັບສິນ ຂອງລັດ ແລະ ລວມໝູ.​ ຖ້າບຸກຄົນໃດລະເມີດ,​ ຄະນະຮັບຜິດຊອບ ຈະໄດ້ສ້າງເຮັດບົດບັນທຶກສຶກສາອົບຮົມ ແລະ ພ້ອມປັບໃໝເຈົ້າຂອງສັດ ທີ່ປອຍປະສັດລ້ຽງຊະຊາຍ.

ຄັ້ງທີ​ 1 ຕ້ອງໄດ້ເສຍຄ່າຂົນຍ້າຍ, ຄ່າປົກປັກຮັກສາສັດ, ສັດລ້ຽງ,​ ໃນນັ້ນ​ ງົວ, ຄວາຍ, ແບ້, ມ້າ, ປັບໄໝ 1​ ລ​້ານກີບ/ໂຕ/ຄັ້ງ; ການປັບໃໝ

ຄັ້ງທີ​ 2​ ແມ່ນໃຫ້ຄິດໄລ່ຈໍານວນຄູນສອງເທົ່າຕົວຂອງຄັ້ງຜ່ານມາ ແລະ ຖ້າລະເມີດອີກ ຫຼື ກາຍກຳນົດ 7 ວັນ ແມ່ນໃຫ້ຮິບເປັນຂອງລັດ.

​ພາຍຫຼັງທີ່ຈັບສັດລ້ຽງຊະຊາຍໄດ້ ແມ່ນມອບໃຫ້ກອງບັນຊາການທະຫານນະຄອນປາກເຊ ເປັນຜູ້ຮັກສາລ້ຽງດູ; ມອບໃຫ້ ຄະນະກຳມະການທີ່ກ່ຽວຂ້ອງຂອງແຂວງ​ ແລະ​ ນະຄອນ​ ສົມທົບກັນ ເຄື່ອນໄຫວກວດກາການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການລ້ຽງສັດ ແລະ ການສັດຕະວະແພດ ແລະ ກົດໝາຍວ່າດ້ວຍການ ຈາລະຈອນທາງບົກ,​ ລະບຽບການຄຸ້ມຄອງສັດລ້ຽງ ໃຫ້ມີຄວາມເຂັ້ມງວດ.

ຂໍໃຫ້​ບັນດາຫ້ອງການທີ່ກ່ຽວຂ້ອງ, ເລຂາຄະນະພັກຮາກຖານ V ກຸ່ມບ້ານ, ທ່ານນາຍບ້ານ 42 ບ້ານ, ພະນັກງານ​ – ລັດຖະກອນ, ທະຫານ, ຕຳຫຼວດ, ພໍ່ແມ່ປະຊາຊົນທີ່ອາໃສຢູ່ໃນຂອບເຂດປາກເຊ,​ ທຸກພາກສວ່ນຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ຂ່າວ​: ທູນທອງໃຈ

ໂຄສະນາ
Sample ad inarticle
Sample ad inarticle
ແບ່ງປັນ:
‹ ກັບໄປໝວດຂ່າວພາຍໃນ

ຂ່າວທີ່ກ່ຽວຂ້ອງ