MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສປປ ລາວ ຢືນຢັນຄວາມໝາຍໝັ້ນອອກຈາກສະຖານະປະເທດດ້ອຍພັດທະນາ ໃນປີ 2026 ຢ່າງເປັນທາງການ

ສປປ ລາວ ຢືນຢັນຄວາມໝາຍໝັ້ນອອກຈາກສະຖານະປະເທດດ້ອຍພັດທະນາ ໃນປີ 2026 ຢ່າງເປັນທາງການ

Jenjila
ເຜີຍແຜ່: 28 ກັນຍາ 2026, 10:17
ປັບປຸງຫຼ້າສຸດ: 28 ກັນຍາ 2026, 10:17
Jen - Mahasan Post (4)

ນິວຢອກ, 25 ກັນຍາ 2026, ໃນໄລຍະການດຳເນີນກອງປະຊຸມປິ່ນອ້ອມລະດັບສູງຂອງ ສະມັດຊາໃຫຍ່ ອົງການສະຫະປະຊາຊາດ (ສປຊ) ສະໄໝທີ 81 ທີ່ ນິວຢອກ, ສະຫະລັດ ອາເມຣິກາ, ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນຂັ້ນສູງ ສປປ ລາວ ຊຸກຍູ້ວາລະດ້ານການພັດທະນາແຫ່ງຊາດ ແລະ ເສີມສ້າງການຮ່ວມມືຫຼາຍຝ່າຍກັບບັນດາຜູ້ນຳສາກົນຢ່າງຕັ້ງໜ້າ.

ເສີມສ້າງການຮ່ວມມືໃຕ້-ໃຕ້ ແລະ ຂໍ້ລິເລີ່ມການພັດທະນາສາກົນ

ດ້ານການຮ່ວມມືຫຼາຍຝ່າຍ, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມ ແລະ ກ່າວຄໍາເຫັນໃນ ກອງປະຊຸມປະຈຳປີລັດຖະມົນຕີຕ່າງປະເທດ ກຸ່ມ G77 ຄັ້ງທີ 50, ພ້ອມທັງກ່າວຄຳເຫັນໃນ ກອງປະຊຸມລະດັບສູງ ຂໍ້ລິເລີ່ມວ່າດ້ວຍການພັດທະນາສາກົນ (GDI) ຄົບຮອບ 5 ປີ, ເຊິ່ງຈັດຂຶ້ນໂດຍການເປັນປະທານຮ່ວມຂອງ ທ່ານ Han Zheng, ຮອງປະທານປະເທດ ແຫ່ງ ສປ ຈີນ ແລະ ທ່ານ ນ. Amina J. Mohammed, ຮອງເລຂາທິການໃຫຍ່ ສປຊ.

ທ່ານ ຮອງນາຍົກລັດຖະມົນຕີ ໄດ້ສະເໜີ 3 ຫຼັກການທິດທາງສຳຄັນ:

1. ການຮ່ວມມືຕ້ອງສອດຄ່ອງກັບບູລິມະສິດ ແລະ ຄວາມຕ້ອງການທີ່ແທ້ຈິງຂອງແຕ່ລະປະເທດ;

2. ສືບຕໍ່ຍົກສູງການຮ່ວມມືໃຕ້-ໃຕ້ (South-South Cooperation);

3. ເລັ່ງສ້າງຂີດຄວາມສາມາດໃຫ້ກັບບຸກຄະລາກອນຂອງບັນດາປະເທດກຳລັງພັດທະນາໃນໄລຍະຍາວ.

ທ່ານ ໄດ້ຢືນຢັນວ່າ ສປປ ລາວ ຈະສືບຕໍ່ຈັດຕັ້ງປະຕິບັດໂຄງການພາຍໃຕ້ຂອບ GDI ຄ່ຽງຄູ່ກັບການບັນລຸວາລະ SDGs 2030 ເພື່ອການພັດທະນາທີ່ກວມລວມ.

ເລັ່ງໃສ່ການຂ້າມຜ່ານ LDC ຢ່າງມີຄຸນນະພາບ ແລະ ຍືນຍົງ:

ໜຶ່ງໃນບັນດາຈຸດສຳຄັນຂອງການເຄື່ອນໄຫວຄັ້ງນີ້ ແມ່ນການພົບປະສອງຝ່າຍລະຫວ່າງ ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ນາງ Rabab Fatima, ຮອງເລຂາທິການໃຫຍ່ ສປຊ ທັງເປັນຜູ້ຕາງໜ້າລະດັບສູງ ສປຊ ສຳລັບປະເທດດ້ອຍພັດທະນາ, ປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ ແລະ ປະເທດເກາະດອນນ້ອຍກຳລັງພັດທະນາ (UN-OHRLLS). ໃນການພົບປະ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ຢືນຢັນຄວາມໝາຍໝັ້ນທາງການເມືອງອັນໜັກແໜ້ນວ່າ ສປປ ລາວ ພ້ອມແລ້ວທີ່ຈະຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ຢ່າງເປັນທາງການ ໃນທ້າຍປີ 2026. ເພື່ອຮັບປະກັນໃຫ້ການຂ້າມຜ່ານເປັນໄປຢ່າງໂລ່ງລຽນ, ສປປ ລາວ ໄດ້ເຊື່ອມສານ ແຜນຍຸດທະສາດການຂ້າມຜ່ານ (STS) ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 10 (2026–2030). ພ້ອມກັນນີ້, ສປປ ລາວ ໄດ້ຮຽກຮ້ອງໃຫ້ ສປຊ ແລະ ຄູ່ຮ່ວມພັດທະນາ ສືບຕໍ່ສະໜັບສະໜູນຜ່ານກົນໄກ iGRAD (Sustainable Graduation Support Facility) ເພື່ອຊ່ວຍຂະຫຍາຍຂີດຄວາມສາມາດດ້ານການຄ້າ, ການເຂົ້າເຖິງແຫຼ່ງທຶນ ແລະ ການສ້າງຄວາມທົນທານທາງເສດຖະກິດ.

ໃນວາລະດຽວກັນ, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຍັງໄດ້ພົບປະກັບ ທ່ານ ນາງ Catherine Russell, ຜູ້ອຳນວຍການໃຫຍ່ອົງການ UNICEF, ໂດຍສອງຝ່າຍໄດ້ຮ່ວມກັນ ຕີລາຄາສູງຕໍ່ການຮ່ວມມືຜ່ານມາ ໂດຍສະເພາະຕໍ່ການຮັບຮອງ ເອກະສານແຜນງານການຮ່ວມມື (Country Programme Document – CPD) ສໍາລັບປີ 2027-2031. ທ່ານ ຮອງນາຍົກລັດຖະມົນຕີ ເນັ້ນຕື່ມວ່າ ການສະໜັບສະໜູນຢ່າງຕໍ່ເນື່ອງຂອງ UNICEF ຈະເປັນກຳລັງຂັບເຄື່ອນສຳຄັນໃນການຮັກສາ ແລະ ສືບຕໍ່ຍົກລະດັບດັດຊະນີການພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ, ໂດຍສະເພາະວຽກງານສຸຂະພາບ, ການສຶກສາ ແລະ ໂພຊະນາການຂອງແມ່ຍິງ ແລະ ເດັກນ້ອຍ ໃນໄລຍະຂ້າມຜ່ານຈາກສະຖານະພາບ LDC.

ພ້ອມດຽວກັນ, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ກໍຍັງໄດ້ພົບປະກັບທ່ານ ນາງ Iruthisham Adam, ລັດຖະມົນຕີ ສາທາລະນະລັດ ມານດິບ ເພື່ອເພີ່ມທະວີສາຍພົວພັນການທູດພາຍຫລັງທີ່ໄດ້ລົງນາມສ້າງຕັ້ງສານພົວພັນການທູດໃນປີ 2012 ໃຫ້ເປັນຮູບປະທຳຫລາຍຂຶ້ນ.

ເພີ່ມທະວີການທູດສອງຝ່າຍ ແລະ ຄວາມໝັ້ນຄົງດ້ານສາທາລະນະສຸກ:

ໃນວັນດຽວກັນ, ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ພົບປະສອງຝ່າຍກັບຄູ່ຮ່ວມຕໍາແໜ່ງ ຈາກ ສປປ ເກົາຫຼີ. ແຕ່ລະຝ່າຍໄດ້ເຫັນດີຊຸກຍູ້ການແລກປ່ຽນຄະນະຜູ້ແທນ, ເປີດກວ້າງການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ, ພ້ອມທັງໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.

ນອກຈາກນີ້, ທ່ານ ດຣ. ໄພວັນ ແກ້ວປະເສີດ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຕາງໜ້າຄະນະເຂົ້າຮ່ວມ ກອງປະຊຸມລະດັບສູງວ່າດ້ວຍ ການປ້ອງກັນ, ການກະກຽມ ແລະ ການຕອບໂຕ້ຕໍ່ການລະບາດຂອງພະຍາດ (PPPR). ສປປ ລາວ ໄດ້ຍົກເຖິງຄວາມຈຳເປັນໃນການເຂົ້າເຖິງວັກຊີນຢ່າງເທົ່າທຽມ, ການແບ່ງປັນຂໍ້ມູນຂ່າວສານ ແລະ ການຍົກລະດັບຂີດຄວາມສາມາດໃນການເຝົ້າລະວັງພະຍາດລະບາດຂ້າມແດນ ເພື່ອປົກປ້ອງຄວາມໝັ້ນຄົງດ້ານສາທາລະນະສຸກຂອງພາກພື້ນ ແລະ ສາກົນ.

ການເຄື່ອນໄຫວຢ່າງຕັ້ງໜ້າຂອງຄະນະຜູ້ແທນ ສປປ ລາວ ໃນຄັ້ງນີ້ ບໍ່ພຽງແຕ່ເປັນການປົກປ້ອງຜົນປະໂຫຍດແຫ່ງຊາດໃນໄລຍະຫັນປ່ຽນສຳຄັນເທົ່ານັ້ນ, ແຕ່ຍັງເປັນການຍົກສູງບົດບາດຂອງ ສປປ ລາວ ໃນຖານະສະມາຊິກທີ່ຍຶດໝັ້ນ ແລະ ມີຄວາມຮັບຜິດຊອບ ຂອງລະບົບການພົວພັນສາກົນແບບຫຼາຍຝ່າຍ.

ໂຄສະນາ
Sample ad inarticle
Sample ad inarticle
ແບ່ງປັນ:
‹ ກັບໄປໝວດຂ່າວພາຍໃນ

ຂ່າວທີ່ກ່ຽວຂ້ອງ