
ພົບໝູຕາຍຫຼາຍກວ່າ 14.000 ໂຕຈາກພະຍາດອະຫິວາໝູອາຟຣິກາ
K
ໂດຍ kaling
· 2 ເດືອນ ກ່ອນອ່ານ 1 ນາທີ41 ຄັ້ງ
ຟັງຂ່າວນີ້1 ນາທີ · ສຽງ AI ຜູ້ຍິງ
0:00 / 1:01

ປະເທດລາວພົບໝູຕາຍຫຼາຍກວ່າ 14.002 ໂຕຈາກພະຍາດອະຫິວາໝູອາຟຣິກາທີ່ໄດ້ແຜ່ລະບາດຢູ່ 6 ແຂວງ ແລະ ນະຄອນຫຼວງວຽງຈັນ ລວມເກີດຢູ່ 91 ເມືອງໃນຂອບເຂດທົ່ວປະເທດ.
6 ແຂວງດັ່ງກ່າວລວມມີແຂວງຜົ້ງສາລີ, ໄຊຍະບູລີ, ໄຊສົມບູນ, ຫົວພັນ, ອຸດົມໄຊ ແລະ ແຂວງຫຼວງພະບາງ.
ໝູທີ່ຕາຍຈໍານວນ 14.002 ໂຕ (ໝູທີ່ລ້ຽງແບບຄອບຄົວ 11.086 ໂຕ, ກວມ 79,2% ແລະ ໝູທີ່ລ້ຽງແບບເປັນຟາມ 2.916 ໂຕ, ກວມ 20,8%), ໃນນັ້ນ ໝູຕິດພະຍາດແລ້ວຕາຍເອງ ຈໍານວນ 10.041 ໂຕ, ຂ້າທໍາລາຍຕາມຫຼັກວິຊາການ ເພື່ອຕັດວົງຈອນພະຍາດ ຈໍານວນ 3.961 ໂຕ, ມູນຄ່າເສຍຫາຍເບື້ອງຕົ້ນ ຫຼາຍກວ່າ 58 ຕື້ກວ່າກີບ.
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ແບ່ງປັນແລ້ວ 0 ຄັ້ງຖືກໃຈ 0 ຄັ້ງ
mahaxan.com/17321
‹ ກັບໄປໝວດຂ່າວພາຍໃນ
ອ່ານຕໍ່













