ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສປ ຈີນສົ່ງທ່ານທູດແພນດ້າຍັກ 2 ໂຕ ໄປນະຄອນແອັດແລນຕາ ສະຫະລັດ ເປັນເວລາ 10 ປີ ສືບຕໍ່ “ການທູດແພນດ້າ”.

ໂດຍ Jenjila
· 2 ເດືອນ ກ່ອນອ່ານ 2 ນາທີ38 ຄັ້ງ
ສປ ຈີນສົ່ງທ່ານທູດແພນດ້າຍັກ 2 ໂຕ ໄປນະຄອນແອັດແລນຕາ ສະຫະລັດ ເປັນເວລາ 10 ປີ ສືບຕໍ່ “ການທູດແພນດ້າ”.
ADadvertisement
ADadvertisement
ADadvertisement

ສປ ຈີນ ສົ່ງແພນດ້າຍັກ “Ping Ping” ແລະ “Fu Shuang” ເດີນທາງຈາກເມືອງເສິງຕູ ໄປສະຫະລັດ ເພື່ອໄປອາໄສຢູ່ສວນສັດແອັດແລນຕາ ລັດຈໍເຈຍ ເປັນເວລາ 10 ປີ ຫຼັງຈາກປະທານາທິບໍດີ ສີ ຈິ້ນຜິງ ເດີນທາງໄປວໍຊິງຕັນ.

ຈີນໄດ້ສົ່ງແພນດ້າຍັກ 2 ໂຕ ຄື “Ping Ping” ແພນດ້າເພດຜູ້ ແລະ “Fu Shuang” ແພນດ້າເພດແມ່ ເດີນທາງໄປສະຫະລັດໃນຕອນເຊົ້າວັນອາທິດທີ 27 ກັນຍາ ຕາມລາຍງານຂອງສື່ທາງການຈີນ. ທັງສອງມີກຳນົດຈະອາໄສຢູ່ທີ່ສວນສັດແອັດແລນຕາ ລັດຈໍເຈຍ ເປັນເວລາ 10 ປີ.

ແພນດ້າທັງສອງອອກເດີນທາງຈາກສະໜາມບິນນານາຊາດ Chengdu Shuangliu ດ້ວຍຖ້ຽວບິນເໝົາລຳຂອງສາຍການບິນ FedEx ໃນເວລາປະມານ 03:00 ໂມງຕາມເວລາທ້ອງຖິ່ນ ໂດຍໃຊ້ເວລາບິນປະມານ 15 ຊົ່ວໂມງ.

ADadvertisement
ADadvertisement
ADadvertisement

ສຳລັບອາຫານໃນລະຫວ່າງເດີນທາງ ມີການກຽມ ຊາລາເປົາສາລີນຶ່ງ, ໜໍ່ໄມ້ ແລະແຄຣອດ ໃຫ້ແພນດ້າທັງສອງກິນຕະຫຼອດຖ້ຽວບິນ. ຂະນະດຽວກັນ ເຮືອບິນ Boeing 777 ຂອງ FedEx ທີ່ໃຊ້ຂົນສົ່ງແພນດ້າ ກາຍເປັນຖ້ຽວບິນທີ່ມີຄົນຕິດຕາມຫຼາຍທີ່ສຸດໃນແພລດຟອມ FlightRadar24 ໃນຂະນະທີ່ກຳລັງເຂົ້າໃກ້ລັດອາລາສະກາ ເຊິ່ງຢູ່ປະມານເຄິ່ງທາງຂອງເສັ້ນທາງບິນ.

ການສົ່ງແພນດ້າຄັ້ງນີ້ເປັນສ່ວນໜຶ່ງຂອງ ຄວາມຮ່ວມມື ທີ່ຈີນແລະສະຫະລັດໄດ້ຕົກລົງກັນໄວ້ກ່ອນໜ້ານີ້. ການເດີນທາງຄັ້ງນີ້ຖືກປະກາດໃນຊ່ວງທີ່ປະທານາທິບໍດີ ສີ ຈິ້ນຜິງ ເດີນທາງໄປວໍຊິງຕັນໃນວັນພະຫັດຜ່ານມາ.

ກ່ອນອອກເດີນທາງ ໄດ້ມີການຈັດພິທີອຳລາແພນດ້າທັງສອງຢູ່ສູນວິໄຈແລະເພາະພັນແພນດ້າຍັກເສິງຕູ. ຂະນະທີ່ຝ່າຍສະຫະລັດໄດ້ສົ່ງພະນັກງານຜູ້ດູແລແພນດ້າທີ່ມີປະສົບການຮ່ວມເດີນທາງໄປນຳ ເພື່ອດູແລທັງສອງຕະຫຼອດຖ້ຽວບິນ.

ສປ ຈີນສົ່ງທ່ານທູດແພນດ້າຍັກ 2 ໂຕ ໄປນະຄອນແອັດແລນຕາ ສະຫະລັດ ເປັນເວລາ 10 ປີ ສືບຕໍ່ “ການທູດແພນດ້າ”. · ຮູບທີ 3

ດ້ານສວນສັດແອັດແລນຕາ ໄດ້ປັບປຸງພື້ນທີ່ຈັດສະແດງແພນດ້າ ແລະຈັດຕຽມທີມງານດູແລສັດເພື່ອຮອງຮັບສະມາຊິກໃໝ່. ພ້ອມທັງຈັດຫາແຫຼ່ງໄຜ່ທີ່ມີຄວາມສະໝ່ຳສະເໝີໃນໄລຍະຍາວ ໂດຍໄຜ່ດັ່ງກ່າວປູກຢູ່ໃນພື້ນທີ່ທ້ອງຖິ່ນຂອງແອັດແລນຕາ ເຊິ່ງມີສະພາບອາກາດໃກ້ຄຽງກັບເມືອງເສິງຕູຂອງຈີນ.

ສວນສັດແອັດແລນຕາເຄີຍຮັບແພນດ້າຈາກຈີນມາລ້ຽງເປັນເວລາຍາວນານເຖິງ 25 ປີ ເລີ່ມຕັ້ງແຕ່ປີ 1999 ແຕ່ນັບຕັ້ງແຕ່ປີ 2024 ເປັນຕົ້ນມາ ສວນສັດແຫ່ງນີ້ບໍ່ມີແພນດ້າຢູ່ອີກເລີຍ.

ແພນດ້າທັງສອງໂຕເກີດໃນປີ 2020. ປັດຈຸບັນ Ping Ping ມີອາຍຸ 6 ປີ ສ່ວນ Fu Shuang ຈະມີອາຍຸຄົບ 6 ປີໃນເດືອນໜ້າ. ແພນດ້າທີ່ຢູ່ໃນສະຖານທີ່ລ້ຽງດູມັກມີອາຍຸປະມານ 30 ປີ.

ການສົ່ງແພນດ້າໄປຍັງປະເທດຕ່າງໆທົ່ວໂລກ ເກີດຂຶ້ນມາຫຼາຍທົດສະວັດແລ້ວ ໂດຍຈີນໃຊ້ແພນດ້າເປັນສ່ວນໜຶ່ງຂອງສິ່ງທີ່ເອີ້ນວ່າ “ການທູດແພນດ້າ” (Panda Diplomacy) ເພື່ອສົ່ງເສີມສາຍສຳພັນ ແລະຄວາມຮ່ວມມືກັບຕ່າງປະເທດ.

ສປ ຈີນສົ່ງທ່ານທູດແພນດ້າຍັກ 2 ໂຕ ໄປນະຄອນແອັດແລນຕາ ສະຫະລັດ ເປັນເວລາ 10 ປີ ສືບຕໍ່ “ການທູດແພນດ້າ”. · ຮູບທີ 4

ຍ້ອນກັບໄປໃນປີ 1972 ຈີນເຄີຍມອບແພນດ້າ 1 ຄູ່ໃຫ້ແກ່ສະຫະລັດ ຫຼັງຈາກປະທານາທິບໍດີ Richard Nixon ຂອງສະຫະລັດ ເດີນທາງໄປຢ້ຽມຢາມຈີນ ເຊິ່ງຖືເປັນເຫດການສຳຄັນໃນປະຫວັດສາດສາຍສຳພັນລະຫວ່າງ 2 ປະເທດ.

ດັ່ງນັ້ນ ການເດີນທາງຂອງ Ping Ping ແລະ Fu Shuang ໃນຄັ້ງນີ້ ຈຶ່ງຖືເປັນການກັບຄືນຂອງແພນດ້າຈີນສູ່ສວນສັດແອັດແລນຕາອີກຄັ້ງ ແລະເປັນອີກໜຶ່ງພາບສະທ້ອນເຖິງບົດບາດຂອງແພນດ້າໃນຖານະ ທູດສັນຕິໄມຕີ ທີ່ມີຕໍ່ສາຍສຳພັນລະຫວ່າງຈີນກັບນານາຊາດ.

ທີ່ມາ: Channel NewsAsia

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່