ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເປີດກອງປະຊຸມຄົບຄະນະວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII

ໂດຍ Jenjila
· 2 ເດືອນ ກ່ອນອ່ານ 3 ນາທີ43 ຄັ້ງ
ເປີດກອງປະຊຸມຄົບຄະນະວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII
ADadvertisement
ADadvertisement
ADadvertisement

ໃນຕອນເຊົ້າວັນທີ 28 ກັນຍານີ້, ກອງປະຊຸມຄົບຄະນະວິສາມັນຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ໄດ້ເປີດຂຶ້ນຢ່າງເປັນທາງການທີ່ສໍານັກງານສູນກາງພັກ ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ.

ເປີດກອງປະຊຸມຄົບຄະນະວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII

ກອງປະຊຸມວິສາມັນຄັ້ງນີ້ເປີດຂຶ້ນໃນຈຸດເວລາທີ່ສະພາບແວດລ້ອມສາກົນຍັງສືບຕໍ່ບໍ່ມີຄວາມແນ່ ນອນ, ບັນຫາໄພທໍາມະຊາດ ທີ່ນັບມື້ນັບຮຸນແຮງຂຶ້ນ, ສະພາບຄວາມເຄັ່ງຕຶງ, ຈຸດເຄັ່ງຮ້ອນ ຢູ່ຫຼາຍພາກພື້ນຂອງໂລກສືບຕໍ່ເປັນສິ່ງທ້າທາຍ ແລະ ກະທົບຕໍ່ສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ເສດຖະກິດຂອງໂລກ. ຢູ່ພາຍໃນປະເທດ, ພວກເຮົາກຳລັງປະເຊີນໜ້າກັບສິ່ງທ້າທາຍ ແລະ ທົດສອບຫຼາຍປະການ ໃຫ້ແກ່ການນໍາພາຊີ້ນໍາຂອງສູນກາງພັກ ກໍຄືການຄຸ້ມຄອງ-ບໍລິຫານຂອງລັດ ເພື່ອການແກ້ໄຂບັນຫາຕ່າງໆ ເປັນຕົ້ນບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ໄພນໍ້າຖ້ວມ ຢູ່ຫຼາຍທ້ອງຖິ່ນ ໄດ້ສົ່ງຜົນກະທົບຮ້າຍແຮງຕໍ່ຊີວິດ ແລະ ຊັບສິນ ຂອງປະຊາຊົນ, ສ້າງຄວາມເສຍຫາຍຕໍ່ພື້ນຖານເສດຖະກິດ, ການແຜ່ລະບາດ ຂອງພະຍາດອະຫິວາໝູອາຟຣິກາ… ຊຶ່ງໄດ້ສົ່ງຜົນກະທົບ ຕໍ່ການພັດທະນາ, ການຜະລິດ-ທຸລະກິດ ໃນວົງກວ້າງ. ການບຸກລຸກ ແລະ ລັກລອບຂຸດຄົ້ນຊັບພະຍາ ກອນທໍາມະຊາດ, ກຸ່ມແກ້ງສໍ້ໂກງທາງໂທລະຄົມມະນາຄົມ (ສະແກັມເມີ, ຄໍເຊັນເຕີ)… ບັນຫາອາວຸດເຖື່ອນ, ລົດເຖື່ອນ, ຢາເສບຕິດ, ການກໍ່ອາຊະຍາກໍາ ແລະ ປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ກໍຍັງແຜ່ລາມ ແລະ ຍັງບໍ່ສາມາດແກ້ໄຂໄດ້ໃຫ້ຂາດຕົວເທື່ອ. ທັງໝົດນັ້ນ ໄດ້ສົ່ງຜົນກະທົບ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ, ພະນັກງານ, ທະຫານ, ຕໍາຫຼວດ ມີຄວາມຫຍຸ້ງຍາກ-ຝືດເຄືອງ ຫຼາຍສົມຄວນ.

ເປີດກອງປະຊຸມຄົບຄະນະວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII · ຮູບທີ 2

ກອງປະຊຸມດັ່ງກ່າວ ຈະໄດ້ດຳເນີນໃນລະຫວ່າງວັນທີ 28 ກັນຍາ ຫາ 2 ຕຸລາ 2026 ຊຶ່ງຈະໄດ້ຮັບຟັງການລາຍງານ, ຄົ້ນຄວ້າ, ປຶກສາຫາລື ແລະ ໃຫ້ທິດຊີ້ນຳ ຕໍ່ເນື້ອໃນເອກະສານສຳຄັນຈຳນວນໜຶ່ງ ເພື່ອເປັນການຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ເປັນຕົ້ນແມ່ນການປັບປຸງ ແລະ ພັດທະນາບັນດາພາກສ່ວນເສດຖະກິດ ຕາມທິດສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ; ການຍົກສູງຄຸນະພາບ ຂອງຊັບພະຍາກອນມະນຸດຕອບສະໜອງໃຫ້ແກ່ການພັດທະ ນາໃນເງື່ອນໄຂໃໝ່ ແລະ ນະໂຍບາຍນໍາໃຊ້ປັນຍາຊົນໃນເງື່ອນໄຂໃໝ່. ນອກນັ້ນ, ຍັງຈະໄດ້ຮັບຟັງລັດຖະບານ ລາຍງານຄວາມຄືບໜ້າ ການແກ້ໄຂບັນຫາລົດເຖື່ອນ ແລະ ການລັກລອບຂຸດຄົ້ນຊັບພະ ຍາກອນທໍາມະຊາດ (ແຮ່ທາດ) ໃນຂອບເຂດທົ່ວປະເທດ ແລະ ປຶກສາຫາລືວຽກງານສຳຄັນຈຳນວນໜຶ່ງ.

ADadvertisement
ADadvertisement
ADadvertisement
ເປີດກອງປະຊຸມຄົບຄະນະວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII · ຮູບທີ 3

ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ມີຄຳເຫັນ ແລະ ຮຽກຮ້ອງມາຍັງບັນດາສະຫາຍກໍາມະການສູນກາງພັກຈົ່ງຍົກສູງຄວາມຮັບຜິດຊອບການເມືອງ, ສຸມສະຕິປັນຍາ ເຂົ້າໃນການຄົ້ນຄວ້າ, ວິເຄາະ, ວິໄຈ ແຕ່ລະບັນຫາໃຫ້ເລິກເຊິ່ງ, ເສີມຂະຫຍາຍປະຊາທິປະໄຕ ປະກອບຄໍາເຫັນ ຢ່າງພາວະວິໄສ ເພື່ອໃຫ້ທິດຊີ້ນໍາຖືກເປົ້າໝາຍ; ສະເໜີວິທີການ ແລະ ມາດຕະການແກ້ໄຂບັນຫາໃຫ້ຖືກຕ້ອງ-ຈະແຈ້ງ ແລະ ເຊື່ອໝັ້ນວ່າກອງປະຊຸມສູນກາງຄົບຄະນະວິສາມັນຄັ້ງນີ້ຈະເປັນກອງປະຊຸມແຫ່ງການເສີມຂະຫຍາຍປະຊາທິປະໄຕພາຍໃນພັກ, ການສະຫຼຸບທິດສະດີ-ພຶດຕິກໍາ, ການບຸກເບີກ-ປະດິດສ້າງໃໝ່ ໃນການນໍາພາ ຂອງພັກ, ການບຸກທະລຸ ສ້າງການຫັນປ່ຽນທີ່ແຂງແຮງ ແລະ ຕັ້ງໜ້າ ໃນການນໍາພາຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກເຮົາ ໃຫ້ປະກົດຜົນເປັນຈິງ.

(ຂ່າວ: ສຳນານ)

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່