MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຄໍາມ່ວນ-ຮ່າຕິ່ງ ສືບຕໍ່ຮ່ວມມືຮອບດ້ານ ເຊື່ອມໂຍງຄົມມະນາຄົມ-ຮັກສາຊາຍແດນ

ຄໍາມ່ວນ-ຮ່າຕິ່ງ ສືບຕໍ່ຮ່ວມມືຮອບດ້ານ ເຊື່ອມໂຍງຄົມມະນາຄົມ-ຮັກສາຊາຍແດນ

kaling
ເຜີຍແຜ່: 28 ກັນຍາ 2026, 14:00
ປັບປຸງຫຼ້າສຸດ: 28 ກັນຍາ 2026, 14:00
Copy of pele - 2026-09-28T135659.563

ແຫລ່ງຂ່າວຈາກ ແຂວງຄໍາມ່ວນ ໃຫ້ຮູ້ວ່າ: ກອງປະຊຸມພົບປະຂັ້ນສູງ ເພື່ອທົບທວນຜົນການຮ່ວມມື ແລະ ກໍານົດທິດທາງສືບຕໍ່ພັດທະນາສາຍພົວພັນສອງແຂວງ ຄໍາມ່ວນ ແລະ ຮ່າຕິ່ງ ໃຫ້ເລິກເຊິ່ງ ແລະ ເປັນຮູບປະທໍາ ຈັດຂຶ້ນໃນວັນທີ 25 ກັນຍາ 2026 ທີ່ຕາແສງແຫ່ງແຊນ ແຂວງຮ່າຕິ່ງ ສສ ຫວຽດນາມ, ໂດຍມີ ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄຳມ່ວນ, ທ່ານ ຫງ້ວຽນ ຢຸຍ ເລີ່ມ ເລຂາພັກແຂວງຮ່າຕິ່ງ ພ້ອມດ້ວຍຜູ້ແທນຈາກບັນດາພະແນກການ, ຂະແໜງການ ແລະ ທ້ອງຖິ່ນຂອງສອງຝ່າຍເຂົ້າຮ່ວມ.

ໃນກອງປະຊຸມ, ສອງຝ່າຍໄດ້ແລກປ່ຽນຂໍ້ມູນສະພາບການພັດທະນາ ເສດຖະກິດ-ສັງຄົມ, ທົບທວນຜົນການປະຕິບັດບົດບັນທຶກກອງປະຊຸມຂັ້ນສູງ ທີ່ລົງນາມຮ່ວມກັນ ໃນວັນທີ 13 ພະຈິກ 2025 ຜ່ານມາ ທີ່ແຂວງຄໍາມ່ວນ ພ້ອມທັງເຫັນດີສືບຕໍ່ເສີມສ້າງມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືຮອບດ້ານລະຫວ່າງສອງແຂວງ. ພ້ອມນີ້, ສອງຝ່າຍຍັງໄດ້ກໍານົດບັນດາທິດທາງຮ່ວມມືສໍາຄັນຄື: ການກໍ່ສ້າງພັກ ແລະ ອົງການປົກຄອງ; ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ການຮັກສາຊາຍແດນ; ການຕ້ານອາຊະຍາກໍາຂ້າມຊາຍແດນ ແລະ ການແລກປ່ຽນຄະນະຜູ້ແທນ, ບົດຮຽນ ແລະ ກິດຈະກໍາມິດຕະພາບ ລະຫວ່າງປະຊາຊົນສອງຝ່າຍ. ສ່ວນດ້ານເສດຖະກິດ, ສອງແຂວງເຫັນດີຊຸກຍູ້ການຄ້າ, ການລົງທຶນ, ການຂົນສົ່ງ ແລະ ການບໍລິການໂລຈິສຕິກ ໂດຍໃຊ້ທ່າແຮງຂອງທ່າເຮືອຫວຸ້ງອ່າງ, ເສັ້ນທາງຫລວງ 12C (ຮ່າຕິ່ງ) ແລະ ຂົວມິດຕະພາບ III ຄໍາມ່ວນ-ນະຄອນພະນົມ ເພື່ອເພີ່ມປະສິດທິພາບ ການເຊື່ອມໂຍງການຄ້າ ແລະ ຂົນສົ່ງຂ້າມແດນ.

ພ້ອມກັນນັ້ນ, ສອງຝ່າຍຈະສືບຕໍ່ປະສານງານ ໃນການລົງທຶນຍົກລະດັບເສັ້ນທາງຫລວງແຫ່ງຊາດເລກທີ 12C ແຕ່ດ່ານຈາລໍ ເຖິງທ່າເຮືອຫວຸ້ງອ່າງ ໃນໄລຍະ 2026-2030, ສຶກສາການກໍ່ສ້າງເສັ້ນທາງດ່ວນເຊື່ອມຕໍ່ດ່ານນາເພົ້າ-ຈາລໍ ກັບທ່າເຮືອຫວຸ້ງອ່າງ ແລະ ເສັ້ນທາງລົດໄຟຫວຸ້ງອ່າງ-ເຕີນເອີບ-ມູ່ຢາ ຕາມແຜນການທີ່ອະນຸມັດ. ສໍາລັບຂົງເຂດສັງຄົມ, ສອງແຂວງເຫັນດີສືບຕໍ່ຮ່ວມມືດ້ານການສຶກສາ, ການຝຶກອົບຮົມ, ການແລກປ່ຽນຄູອາຈານ ແລະ ພັດທະນາບຸກຄະລາກອນ ພ້ອມທັງເສີມສ້າງການຮ່ວມມືດ້ານສາທາລະນະສຸກ, ວິທະຍາສາດ-ເຕັກໂນໂລຊີ, ນະວັດຕະກໍາ, ດີຈິຕອນ ແລະ ກົດໝາຍ-ຍຸຕິທໍາ.

ກອງປະຊຸມຍັງໄດ້ເນັ້ນໃຫ້ສອງຝ່າຍ ສືບຕໍ່ດໍາເນີນຂັ້ນຕອນມອບ-ຮັບ ໂຄງການຊົນລະປະທານໜອງບົກ ແຂວງຄໍາມ່ວນ, ຕາມລະບຽບການດ້ານການເງິນ ແລະ ການຄຸ້ມຄອງທຶນຊ່ວຍເຫລືອລ້າຂອງຫວຽດນາມ ພ້ອມທັງກໍານົດໃຫ້ການຮ່ວມມືດ້ານຊາຍແດນມີຄວາມເຂັ້ມງວດ, ປອດໄພ ແລະ ຍືນຍົງ. ທັງສອງຝ່າຍໄດ້ເຫັນດີສືບຕໍ່ຜັນຂະຫຍາຍເນື້ອໃນບົດບັນທຶກຮ່ວມມື ໂດຍມອບໃຫ້ບັນດາພະແນກການ, ໜ່ວຍງານ ແລະ ທ້ອງຖິ່ນຂອງສອງແຂວງປະສານງານ, ຕິດຕາມ ແລະ ລາຍງານຜົນການປະຕິບັດ. ສໍາລັບກອງປະຊຸມຂັ້ນສູງປະຈໍາປີ 2027 ລະຫວ່າງ ສອງແຂວງ ຈະຈັດຂຶ້ນທີ່ແຂວງຄໍາມ່ວນ.

ໂອກາດດຽວກັນ, ແຂວງຮ່າຕິ່ງ ຍັງໄດ້ມອບເງິນ 300 ລ້ານດົງ ໃຫ້ແຂວງຄຳມ່ວນ ເພື່ອປະກອບສ່ວນຊ່ວຍເຫລືອ ແລະ ຊຸກຍູ້ວຽກງານຮັບມື ແລະ ຟື້ນຟູຈາກໄພພິບັດ.

ຂ່າວ: ມະນີວັນ, ພາບ: ທະວີແສງ

ໂຄສະນາ
Sample ad inarticle
Sample ad inarticle
ແບ່ງປັນ:
‹ ກັບໄປໝວດຂ່າວພາຍໃນ

ຂ່າວທີ່ກ່ຽວຂ້ອງ