ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ແຂວງຄຳມ່ວນ ຫາລືເລັ່ງແກ້ໄຂຄວາມທຸກຍາກ 5,022 ຄອບຄົວ ຢູ່ 3 ເມືອງ, 14 ຕາແສງ 36 ບ້ານ

ໂດຍ Jenjila
· 2 ເດືອນ ກ່ອນອ່ານ 2 ນາທີ53 ຄັ້ງ
ແຂວງຄຳມ່ວນ ຫາລືເລັ່ງແກ້ໄຂຄວາມທຸກຍາກ 5,022 ຄອບຄົວ ຢູ່ 3 ເມືອງ, 14 ຕາແສງ 36 ບ້ານ
ADadvertisement
ADadvertisement
ADadvertisement

ໃນວັນທີ 28 ກັນຍາ 2026 ທີ່ຫ້ອງວ່າການແຂວງ. ແຂວງຄຳມ່ວນ ຈັດກອງປະຊຸມປຶກສາຫາລື ແລະ ຄົ້ນຄວ້າ ການຈັດຕັ້ງວາລະແຫ່ງຊາດ ວ່າດ້ວຍວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄລຍະປີ 2027-2030 ເພື່ອກຳນົດແຜນງານ, ໂຄງການ ແລະ ເປົ້າໝາຍໃຫ້ຈະແຈ້ງ ພ້ອມເລັ່ງແກ້ໄຂຄອບຄົວທຸກຍາກ 5.022 ຄອບຄົວ ໃນ 3 ເມືອງ, 14 ຕາແສງ ແລະ 36 ບ້ານເປົ້າໝາຍ. ໂດຍມີ ທ່ານ ປອ. ສົມສະອາດ ອຸ່ນສີດາ ປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ເປັນປະທານ, ມີບັນດາການນຳໃນຄະນະກຳມະການປະຈຳພັກແຂວງ, ກຳມະການພັກແຂວງ, ພະແນກການຂັ້ນແຂວງ, ຄະນະປົກຄອງ 3 ເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ແຂວງຄຳມ່ວນ ຫາລືເລັ່ງແກ້ໄຂຄວາມທຸກຍາກ 5,022 ຄອບຄົວ ຢູ່ 3 ເມືອງ, 14 ຕາແສງ 36 ບ້ານ

ກອງປະຊຸມ ໄດ້ຮັບຟັງ ຂໍ້ຕົກລົງແຕ່ງຕັ້ງຄະນະຊີ້ນຳ ແລະ ກອງເລຂາຊ່ວຍວຽກວາລະແຫ່ງຊາດດ້ານການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງແຂວງຄຳມ່ວນ ໄລຍະ 2027-2030, ພ້ອມທັງລາຍງານກ່ຽວກັບວ່າລະແຫ່ງຊາດ ດ້ານມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ຕາມແຜນງານແຫ່ງຊາດ. ເຊິ່ງແຜນປະຕິບັດງານແຫ່ງຊາດ ກຳນົດທິດທາງ, ຈຸດປະສົງ, ແຜນງານ, ໂຄງການ, ກິດຈະກຳ ແລະ ມາດຕະການ ເພື່ອຫັນຍຸດທະສາດການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໄປສູ່ການປະຕິບັດຈິງ ໂດຍມີເປົ້າໝາຍແກ້ໄຂຄວາມທຸກຍາກຢ່າງຍືນຍົງພາຍໃນປີ 2030.

ສຳລັບແຂວງຄຳມ່ວນ ໄດ້ກຳນົດການແກ້ໄຂຄອບຄົວທຸກຍາກມີ 5.022 ຄອບຄົວ ໃນ 3 ເມືອງທຸກຍາກ ຄື: ເມືອງບົວລະພາ, ນາກາຍ ແລະ ໄຊບົວທອງ, ກວມ 14 ຕາແສງ ແລະ 36 ບ້ານເປົ້າໝາຍ ແລະ ສ້າງເມືອງທຸກຍາກໃຫ້ກາຍເປັນເມືອງພົ້ນທຸກ 1 ເມືອງຄື ເມືອງໄຊບົວທອງ.

ADadvertisement
ADadvertisement
ADadvertisement

ພ້ອມນັ້ນ ກໍານົດ 4 ບ້ານເປັນບ້ານຕົວແບບ ໄດ້ແກ່ ບ້ານໜອງມ້າ ເມືອງບົວລະພາ, ບ້ານໂພນສະຫວັນ ແລະ ບ້ານນາກະດອມ ເມືອງໄຊບົວທອງ ແລະ ບ້ານນາເມີຍ ເມືອງນາກາຍ.

ແຂວງຄຳມ່ວນ ຫາລືເລັ່ງແກ້ໄຂຄວາມທຸກຍາກ 5,022 ຄອບຄົວ ຢູ່ 3 ເມືອງ, 14 ຕາແສງ 36 ບ້ານ · ຮູບທີ 2

ແນວທາງຫຼັກໃນການດຳເນີນງານ ແມ່ນສຸມໃສ່ການສ້າງອາຊີບ ແລະ ແຫຼ່ງລາຍຮັບ, ສົ່ງເສີມການຜະລິດກະສິກຳຕິດພັນກັບການປຸງແຕ່ງ ແລະ ຕະຫຼາດ, ສົ່ງເສີມການຜະລິດສະບຽງອາຫານ-ໂພຊະນາການ, ພັດທະນາການຜະລິດເປັນສິນຄ້າ, ເສີມສ້າງກຸ່ມຜະລິດ ແລະ ສະຫະກອນ, ພ້ອມພັດທະນາໂຄງລ່າງ ແລະ ລະບົບບໍລິການຂັ້ນພື້ນຖານ.

ໃນໂອກາດນີ້ ທ່ານ ປອ. ສົມສະອາດ ອຸ່ນສີດາ ໄດ້ເນັ້ນໃຫ້ບັນດາພະແນກການ, ຂະແໜງການ ແລະ 3 ເມືອງທຸກຍາກ ຮ່ວມກັນກໍານົດບ້ານ ແລະ ຄອບຄົວເປົ້າໝາຍ, ເກັບກໍາຂໍ້ມູນໃຫ້ຄົບຖ້ວນ ແລະ ຈັດທຳແຜນງານ-ໂຄງການໃຫ້ລະອຽດ ພ້ອມບົດອອກແບບ ແລະ ຄິດໄລ່ປະເມີນລາຄາ ເພື່ອບັນຈຸເຂົ້າໃນແຜນງົບປະມານວາລະແຫ່ງຊາດ ໄລຍະ 2027-2030. ສະເພາະແຜນງານປີ 2027 ກໍານົດໃຫ້ຮີບຮ້ອນເຮັດບົດສະເໜີໂຄງການ, ອອກແບບ ແລະ ປະເມີນລາຄາ ໃຫ້ສຳເລັດບໍ່ໃຫ້ກາຍວັນທີ 2 ຕຸລາ 2026 ເພື່ອໃຫ້ກອງເລຂາຂັ້ນແຂວງສັງລວມສະເໜີຕໍ່ສູນກາງ ກ່ອນນຳສະເໜີຕໍ່ກອງປະຊຸມສະພາແຫ່ງຊາດໃນວັນທີ 5 ຕຸລາ 2026 ແລະ ມອບໃຫ້ແຕ່ລະພາກສ່ວນສືບຕໍ່ສຳຫຼວດເກັບກຳຂໍ້ມູນ ແລ້ວສ້າງບົດສະເໜີ ໂຄງການສຳລັບປີ 2028-2030 ໃຫ້ສອດຄ່ອງກັບຈຳນວນ ແລະ ສະພາບຕົວຈິງຂອງແຕ່ລະເປົ້າໝາຍ, ໂດຍສຸມໃສ່ການສ້າງອາຊີບ, ວຽກເຮັດງານທຳ ແລະ ລາຍຮັບທີ່ໝັ້ນຄົງໃຫ້ຄອບຄົວທຸກຍາກ, ໂດຍສະເພາະຊາວໜຸ່ມ ແລະ ຍິງໜຸ່ມ ເພື່ອໃຫ້ການແກ້ໄຂຄວາມທຸກຍາກເກີດຜົນເປັນຮູບປະທຳ ແລະ ຍືນຍົງ.

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 53 ຄັ້ງ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່