MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຝົນຕົກໜັກຕິດຕໍ່ກັນ 3 ວັນ ເຮັດໃຫ້ນ້ຳຖ້ວມທາງພາກເໜືອຂອງອິນເດຍ ຕາຍຢ່າງໜ້ອຍ 62 ສົບ ເຮືອນເສຍຫາຍກວ່າ 1,000 ຫຼັງ

ຝົນຕົກໜັກຕິດຕໍ່ກັນ 3 ວັນ ເຮັດໃຫ້ນ້ຳຖ້ວມທາງພາກເໜືອຂອງອິນເດຍ ຕາຍຢ່າງໜ້ອຍ 62 ສົບ ເຮືອນເສຍຫາຍກວ່າ 1,000 ຫຼັງ

kaling
ເຜີຍແຜ່: 29 ກັນຍາ 2026, 10:35
ປັບປຸງຫຼ້າສຸດ: 29 ກັນຍາ 2026, 10:55
Copy of pele - 2026-09-29T101640.958

ຝົນຕົກໜັກຕິດຕໍ່ກັນ 3 ວັນ ເຮັດໃຫ້ເກີດນ້ຳຖ້ວມໃນຫຼາຍພື້ນທີ່ຢູ່ລັດອຸດຕຣະປະເທດ ຂອງອິນເດຍ ເສຍຊີວິດຢ່າງໜ້ອຍ 62 ສົບ ບາດເຈັບ 46 ລາຍ ເຮືອນຊານຂອງປະຊາຊົນເສຍຫາຍກວ່າ 1,000 ຫຼັງ.

ວັນທີ 28 ກັນຍາ 2026 ສຳນັກຂ່າວຕ່າງປະເທດ ລາຍງານວ່າ ຝົນທີ່ຕົກລົງມາຢ່າງໜັກຕິດຕໍ່ກັນດົນເຖິງ 3 ວັນ ເຮັດໃຫ້ເກີດນ້ຳຖ້ວມໃນລັດອຸດຕຣະປະເທດ ທາງຕອນເໜືອຂອງອິນເດຍ ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 62 ສົບ ແລະ ບາດເຈັບອີກ 46 ຄົນ ສ້າງຄວາມເສຍຫາຍແກ່ເຮືອນຊານຫຼາຍກວ່າ 1,000 ຫຼັງ ໃນຂະນະທີ່ເຈົ້າໜ້າທີ່ໄດ້ເຂົ້າຊ່ວຍເຄື່ອນຍ້າຍປະຊາຊົນຈາກພື້ນທີ່ສ່ຽງໄພໄປຍັງຈຸດທີ່ປອດໄພ ແລະ ສົ່ງທີມສຸກເສີນເຂົ້າຊ່ວຍເຫຼືອ.

ທາງການໄດ້ສັ່ງງົດການຮຽນ-ການສອນໃນຫຼາຍພື້ນທີ່ ລວມທັງນະຄອນຫຼວງລັກເນົາ (Lucknow) ເມືອງເອກຂອງລັດອຸດຕຣະປະເທດ ພ້ອມທັງເຕືອນປະຊາຊົນໃຫ້ຫຼີກເວັ້ນການເດີນທາງທີ່ບໍ່ຈຳເປັນຜ່ານພື້ນທີ່ນ້ຳຖ້ວມ ແລະ ຢູ່ຫ່າງຈາກແມ່ນ້ຳ, ລຳເຊ ແລະ ທໍ່ລະບາຍນ້ຳທີ່ມີກະແສນ້ຳໄຫຼຊ່ຽວ ເພື່ອປ້ອງກັນອັນຕະລາຍ.

ໃນຂະນະດຽວກັນ, ລັດໂອດິຊາ (Odisha) ທາງຕາເວັນອອກຂອງອິນເດຍ ກໍໄດ້ຮັບຜົນກະທົບຈາກນ້ຳຖ້ວມເຊັ່ນກັນ ໂດຍທາງການໄດ້ອົບພະຍົບປະຊາຊົນຫຼາຍກວ່າ 75,000 ຄົນອອກຈາກພື້ນທີ່ສ່ຽງໄພເພື່ອຄວາມປອດໄພ.

ທາງດ້ານກົມອຸຕຸນິຍົມວິທະຍາຂອງອິນເດຍລະບຸວ່າ ປະລິມານຝົນມີທ່າອ່ຽງຫຼຸດລົງ ຫຼັງຈາກລະບົບສະພາບອາກາດທີ່ກໍ່ຕົວຈາກອ່າວເບງກອນເລີ່ມອ່ອນກຳລັງລົງ ຢ່າງໃດກໍຕາມ ພື້ນທີ່ທາງຕາເວັນອອກ ແລະ ຕາເວັນຕົກຂອງລັດຍັງອາດມີຝົນຕົກຄ່ອຍຕິດຕໍ່ກັນ ໂດຍສະຖານະການດັ່ງກ່າວເກີດຂຶ້ນໃນຊ່ວງລະດູມໍລະສຸມຂອງອິນເດຍ ປີ 2026.

ທີ່ມາ: AP

ໂຄສະນາ
Sample ad inarticle
Sample ad inarticle
ແບ່ງປັນ:
‹ ກັບໄປໝວດຂ່າວຕ່າງປະເທດ

ຂ່າວທີ່ກ່ຽວຂ້ອງ