MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຕະຫລາດໂນນຄໍ້ ເຂັ້ມງວດມາດຕະການກວດກາຊີ້ນໝູ ເພື່ອຄວາມປອດໄພຂອງຜູ້ບໍລິໂພກ

ຕະຫລາດໂນນຄໍ້ ເຂັ້ມງວດມາດຕະການກວດກາຊີ້ນໝູ ເພື່ອຄວາມປອດໄພຂອງຜູ້ບໍລິໂພກ

Jenjila
ເຜີຍແຜ່: 29 ກັນຍາ 2026, 13:48
ປັບປຸງຫຼ້າສຸດ: 29 ກັນຍາ 2026, 13:48
Jen - Mahasan Post (7)

ຂປລ. ພາຍຫລັງມີການລະບາດຂອງພະຍາດອະຫິວາໝູອາຟຣິກາ, ລັດ ຖະບານໄດ້ອອກແຈ້ງການປິດການເຄື່ອຍຍ້າຍໝູ ແລະ ຊີ້ນໝູລະ ຫວ່າງ ແຂວງສູ່ ແຂວງ, ເມືອງ ສູ່ ເມືອງ ລວມເຖິງການ ຫ້າມນໍາເຂົ້າປະ ເພດໝູ ແລະ ຊີ້ນໝູ ຈາກຕ່າງປະເທດ ໃນໄລຍະທີ່ມີການລະບາດຂອງ ພະຍາດອະຫິ ວາໝູອາຟຣິກາ ໂດຍເດັດຂາດ ເພື່ອສະກັດກັ້ນພະຍາດ. ຈາກມາດຕະ ການດັ່ງກ່າວ, ຕະຫລາດຫລາຍແຫ່ງໃນນະ ຄອນຫລວງວຽງຈັນ ໄດ້ຢຸດຈຳໜ່າຍຊີ້ນໝູຊົ່ວຄາວ. ຫລ້າສຸດພາຍຫລັງສະຖານະການດີຂຶ້ນຕະຫລາດແຫ່ງຕ່າງໆ ໃນນະ ຄອນຫລວງວຽງຈັນ ໄດ້ກັບຄືນມາຈຳໜ່າຍຊີ້ນໝູປົກກະຕິ ເຮັດໃຫ້ບັນ ຍາກາດການ ຊື້-ຂາຍ ກັບມາຄຶກຄື້ນຫລາຍຂຶ້ນ ໂດຍສະເພາະແມ່ນຕະ ຫລາດໂນນຄໍ້ ກໍເປັນອີກຕະຫລາດໜຶ່ງທີ່ ສ້າງຄວາມເຊື່ອໝັ້ນໃຫ້ປະຊາຊົນ ໂດຍໝູທຸກໂຕຕ້ອງຜ່ານການກວດກາ ຈາກສັດຕະວະແພດຢ່າງເຂັ້ມງວດ ກ່ອນນໍາເຂົ້າມາຂາຍຢູ່ໃນຕະຫລາດ ເພື່ອສ້າງຄວາມເຊື່ອໝັ້ນແກ່ຜູ້ບໍລິ ໂພກ.

ທ່ານ ນາງ ແສງແກ້ວ ວົງພະຈັນ ເຈົ້າຂອງຕະຫລາດໂນນຄໍ້ໃຫ້ຮູ້ວ່າ: ພາຍ ຫລັງທີ່ມີການລະບາດຂອງພະຍາດອະຫິວາໝູອາຟຣິກາ ຕະຫລາດໂນນຄໍ້ ກໍໄດ້ເອົາໃຈໃສ່ປະຕິບັດຕາມຄໍາສັ່ງທີ່ລັດຖະບານວາງອອກ ເພື່ອບໍ່ໃຫ້ ພະຍາດດັ່ງກ່າວແຜ່ກະຈາຍເປັນວົງກວ້າງ ແລະ ສົ່ງຜົນກະທົບຕໍ່ຊີ ວິດການເປັນຢູ່ຂອງປະຊາຊົນລາວ. ແຕ່ພາຍຫລັງທີ່ສະຖານະການດີຂຶ້ນ ຕະຫລາດໂນນຄໍ້ ໄດ້ກັບມາຂາຍຊີ້ນໝູຄືນແລ້ວ. ສະນັ້ນ, ຈຶ່ງຢາກເຊີນ ຊວນປະຊາຊົນ ທີ່ໄດ້ກາຍໄປ,ກາຍມາສາມາດເຂົ້າມາແວ່ຊື້ຊີ້ນໝູທີ່ສົດ ໃໝ່ຢູ່ຕະຫລາດຂອງພວກເຮົາໄດ້, ຮັບຮອງວ່າປອດໄພ ເພາະກ່ອນນໍາເອົາ ຊີ້ນໝູເຂົ້າມາຂາຍ ຕ້ອງຜ່ານການກວດກາຈາກສັດຕະວະແພດຢ່າງ ເຂັ້ນ ງວດ ແລະ ຊາວຄ້າຂາຍກໍຕ້ອງມີໃບຢັ້ງຢືນ ກ່ອນນໍາເອົາຊີ້ນໝູເຂົ້າມາຂາຍ.

ທ່ານ ວຽງຄຳ ລໍວັນໄຊ ຫົວໜ້າຈັດສັນຕະລາດ ໂນນຄໍ້ ໃຫ້ສຳພາດວ່າ : ພາຍຫລັງທີ່ມີການຕິດຕາມ ແລະ ເຝົ້າລະວັງການລະບາດຂອງພະຍາດອະ ຫິວາໝູ (African Swine Fever) ໃນຫລາຍແຂວງທົ່ວປະເທດ, ໂດຍສະເພາະ 7 ແຂວງທາງພາກເໜືອ ເປັນຕົ້ນແມ່ນ ແຂວງໄຊຍະບູລີ ກະຊວງ ສາທາ ລະນະສຸກ ຮ່ວມກັບ ກະຊວງກະສິກຳ ແລະ ປ່າໄມ້, ກົມອາຫານ ແລະ ຢາ ໄດ້ມີຄຳສັ່ງບໍ່ໃຫ້ມີການເຄື່ອນຍ້າຍ ແລະ ຂາຍໝູຊົ່ວຄາວ ເພື່ອຕິດຕາມ ແລະ ເຝົ້າລະວັງຢ່າງເຂັ້ມງວດ ຈົນຮອດວັນທີ 26 ເຫັນວ່າ ບໍ່ພົບໝູທີ່ ເປັນໄຂ້ ຫລື ຕິດເຊື້ອເພີ່ມອີກ. ບັນດາບໍລິສັດ ແລະ ຜູ້ປະກອບການລ້ຽງ ໝູຂະໜາດໃຫຍ່ ເຊັ່ນ: CP, 3F, ນາຍຮ້ອຍເລ່ ແລະ ຜູ້ສະໜອງອື່ນໆ ໄດ້ຜ່ານການກວດກາ ແລະ ຢັ້ງຢືນວ່າໝູມີສຸຂະພາບແຂງແຮງດີ, ບໍ່ມີພະ ຍາດ, ຈຶ່ງໄດ້ຮັບອະນຸຍາດໃຫ້ນຳໝູ ສົ່ງມາຈຳໜ່າຍຢູ່ຕະຫລາດ ຕາມປົກກະ ຕິ. ພ້ອມດຽວກັນນີ້, ຄະນະຈັດສັນຕະຫລາດ ໄດ້ສົມທົບກັບພາກສ່ວນສັດ ຕະວະແພດ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເພື່ອສະກັດກັ້ນ ແລະ ປ້ອງກັນຢ່າງເຂັ້ມງວດ. ສະນັ້ນ, ຈຶ່ງຂໍເຊີນຊວນ ປະຊາຊົນຊາວນະຄອນ ຫລວງວຽງຈັນ ເຊື່ອໝັ້ນ ແລະ ເຂົ້າມາເລືອກຊື້ຊີ້ນສົດ, ອາຫານທີ່ມີມາດຕະ ຖານ, ປອດໄພ ຢູ່ຕະຫລາດໂນນຄໍ້ຢ່າງສະບາຍໃຈ. ສໍາລັບ ລາຄາຊື້ຂາຍ ຊີ້ນໝູ ແລະ ປະເພດຜັກຕ່າງໆແມ່ນປົກກະຕິບໍ່ມີການເໜັງ ຕີງຫລາຍ, ສ່ວນລາຄາຊີ້ນງົວແມ່ນມີການປັບລົງ.

ນາງແດງ ແມ່ຄ້າຂາຍຊີ້ນໝູ ເວົ້າວ່າ: ພາຍຫລັງກັບມາເປີດຂາຍຄືນ, ເຫັນວ່າບັນຍາກາດການຊື້-ຂາຍ ມີຄວາມຄຶກຄື້ນດີ ແລະ ລູກຄ້າກໍມາອຸດ ໜູນເປັນຈຳນວນຫລາຍ ທຳອິດຄິດວ່າບັນຍາກາດຈະງຽບເຫງົາ, ແຕ່ຜົນ ຕອບຮັບແມ່ນດີກວ່າທີ່ຄິດ, ລູກຄ້າປະຈຳ ແລະ ປະຊາຊົນທົ່ວໄປມາຊື້ຫລາຍ ເຮັດໃຫ້ຂາຍດີ. ສຳລັບລາຄາຈຳໜ່າຍໃນປັດຈຸບັນແມ່ນປົກກະຕິ 80.000 ກີບ/ກິໂລ, ຂາຕັ້ງ ລາຄາປະມານ 75.000 ກີບ/ກິໂລ, ເຄື່ອງໃນ ລາຄາປະມານ 60.000 – 65.000 ກີບ/ກິໂລ. ສະນັ້ນ,ຈຶ່ງຢາກເຊີນຊວນ ພໍ່ແມ່ພີ່ນ້ອງ ແລະ ປະຊາຊົນທັງຫລາຍ ເຂົ້າມາເລືອກຊື້ຊີ້ນໝູຢູ່ຕະຫລາດໂນນຄໍ້ ຮັບຮອງ ວ່າປອດໄພ ເພາະຜ່ານການກວດກາຢ່າງຮຽບຮ້ອຍ ແລະ ເຂັ້ມງວດຈາກ ເຈົ້າໜ້າທີ່, ຮັບປະກັນຄວາມສະອາດ, ຄວາມປອດໄພ ແລະ ຊີ້ນໝູສົດ ໃໝ່ທຸກມື້.

ໂດຍ:ມາລີດາ

ໂຄສະນາ
Sample ad inarticle
Sample ad inarticle
ແບ່ງປັນ:

ຂ່າວທີ່ກ່ຽວຂ້ອງ