MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ທ່ານ ແສງອາລຸນ ແສງອາພອນ ເປັນແບບຢ່າງໃຫ້ກັບພະນັກງານ-ລັດຖະກອນ ນໍາເອົາອາວຸດປືນ ມອບໃຫ້ ປກສ ເມືອງ ປາກຊັນ ເປັນຜູ້ຄຸ້ມຄອງ.

ທ່ານ ແສງອາລຸນ ແສງອາພອນ ເປັນແບບຢ່າງໃຫ້ກັບພະນັກງານ-ລັດຖະກອນ ນໍາເອົາອາວຸດປືນ ມອບໃຫ້ ປກສ ເມືອງ ປາກຊັນ ເປັນຜູ້ຄຸ້ມຄອງ.

kaling
ເຜີຍແຜ່: 29 ກັນຍາ 2026, 13:37
ປັບປຸງຫຼ້າສຸດ: 29 ກັນຍາ 2026, 13:37
Copy of pele - 2026-09-29T133529.962

ໂດຍປະຕິບັດຕາມແຈ້ງການຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 311/ປກສ, ລົງວັນທີ 16 ກໍລະກົດ 2026 ກ່ຽວກັບການຈັດຕັ້ງປະຕິບັດຄໍາສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການຄຸ້ມຄອງອາວຸດປືນ ແລະ ວັດຖຸລະເບີດ, ດັ່ງນັ້ນ ໃນຕອນເຊົ້າວັນທີ 28 ກັນຍາ 2026 ນີ້ ຢູ່ທີ່ຫ້ອງວ່າການປົກຄອງເມືອງ ປາກຊັນ ແຂວງ ບໍລິຄໍາໄຊ, ທ່ານ ແສງອາລຸນ ແສງອາພອນ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ປາກຊັນ ໄດ້ນໍາເອົາອາວຸດປືນ ຈໍານວນ 02 ກະບອກທີ່ຢູ່ໃນການຄຸ້ມຄອງ ແລະ ນໍາໃຊ້ຂອງທ່ານ ມາມອບໃຫ້ກອງບັນຊາການ ປກສ ເມືອງ ປາກຊັນ ກ່າວຮັບໂດຍ ທ່ານ ພັທ ກິ່ງແກ້ວ ແກ້ວວິເສດ ຫົວໜ້າພະແນກຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ເມືອງ ປາກຊັນ, ມີນາຍຕໍາຫຼວດທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.
ທ່ານ ແສງອາລຸນ ແສງອາພອນ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ປາກຊັນ ເປັນບຸກຄົນທີ່ສໍາຄັນໃນການຈັດຕັ້ງພັກ-ລັດ ທີ່ມີຄວາມຕື່ນຕົວ ສະໝັກໃຈ ແລະ ເປັນແບບຢ່າງທີ່ດີໃຫ້ແກ່ພະນັກງານ-ລັດຖະກອນ ທີ່ໄດ້ນໍາເອົາອາວຸດປືນສ່ວນຕົວມາມອບໃຫ້ ປກສ ເມືອງ ປາກຊັນ ຕາມແຈ້ງການຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 311/ປກສ, ລົງວັນທີ 16 ກໍລະກົດ 2026ກ່ຽວກັບການຈັດຕັ້ງປະຕິບັດຄໍາສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການຄຸ້ມຄອງອາວຸດປືນ ແລະ ວັດຖຸລະເບີດ, ເຊິ່ງອາວຸດປືນທີ່ທ່ານນໍາມາມອບ ປະກອບມີ ປືນກາລະບິ່ນ 01 ກະບອກ, ປືນສັ້ນວິແຢັດ 01 ກະບອກ ພ້ອມດ້ວຍລູກປືນ ຈໍານວນ 126 ລູກ ເພື່ອໃຫ້ ປກສ ເມືອງປາກຊັນ ນໍາໄປມອບຕໍ່ພາກສ່ວນທີ່ກ່ຽວຂ້ອງຄຸ້ມຄອງຮັກສາຕາມລະບຽບກົດໝາຍ, ໃນໂອກາດດັ່ງກ່າວ ທ່ານ ແສງອາລຸນ ແສງອາພອນ ຍັງໄດ້ເຊີນຊວນ ແລະ ຮຽກຮ້ອງມາຍັງບັນດາພະນັກງານ-ລັດຖະກອນ ກໍ່ຄືພໍ່ແມ່ປະຊາຊົນຜູ້ທີ່ມີອາວຸດໄວ້ໃນຄອບຄອງ ຈົ່ງພ້ອມກັນຕື່ນຕົວ, ສະມັກໃຈ ນໍາເອົາອາວຸດປືນ ແລະ ວັດຖຸລະເບີດ ທີ່ຕົນມີ ມາມອບໃຫ້ເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງປົກປັກຮັກສາຄຸ້ມຄອງຕາມລະບຽບກົດໝາຍ ເພື່ອແນ່ໃສ່ເຮັດໃຫ້ສັງຄົມມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍດີຂື້ນເລື້ອຍໆ.

ໃນວັນດຽວກັນ ນັກທຸລະກິດຊາວຈີນ ຈໍານວນ 02 ທ່ານຄື: ທ່ານ ລູທ່າວ ເຈົ້າຂອງຮ້ານຂາຍໂທລະສັບ ຢູ່ບ້ານໂພນໄຊເໜືອ ແລະ ທ່ານ ສີຜິງ ເຈົ້າຂອງຮ້ານຂາຍລົດຈັກ ຢູ່ບ້ານສີວິໄລ ເມືອງ ປາກຊັນ ແຂວງ ບໍລິຄໍາໄຊ ກໍ່ໄດ້ນໍາເອົາອາວຸດປືນສັ້ນ ຈໍານວນ 02 ກະບອກ ພ້ອມດ້ວຍລູກປືນ ຈໍານວນ 94 ລູກ ມາມອບໃຫ້ເຈົ້າໜ້າທີ່ ປກສ ເມືອງປາກຊັນ ເຊັ່ນດຽວກັນ, ກ່າວຮັບໂດຍ ທ່ານ ພັທ ບົວສອນ ກຽດຕະວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງ ປາກຊັນ ມີນາຍຕໍາຫຼວດທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.

ໂຄສະນາ
Sample ad inarticle
Sample ad inarticle
ແບ່ງປັນ:
‹ ກັບໄປໝວດຂ່າວພາຍໃນ

ຂ່າວທີ່ກ່ຽວຂ້ອງ