ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຄໍາມ່ວນ ທໍາລາຍຊີນໝູ 28 ໂຕນ ທີ່ລັກລອບນໍ້າເຂົ້າຈາກຕ່າງປະເທດ

ໂດຍ kaling
· 2 ເດືອນ ກ່ອນອ່ານ 1 ນາທີ50 ຄັ້ງ
ຄໍາມ່ວນ ທໍາລາຍຊີນໝູ 28 ໂຕນ ທີ່ລັກລອບນໍ້າເຂົ້າຈາກຕ່າງປະເທດ
ADadvertisement
ADadvertisement
ADadvertisement

ໃນວັນທີ 29 ກັນຍາ 2026 ຢູ່ທີ່ສະໜາມຖິ້ມຂີ້ເຫຍື້ອ ເມືອງທ່າແຂກ ( ບ້ານນາບວບ ) ຂະແໜງລ້ຽງສັດ ແລະ ການປະມົງແຂວງຄໍາມ່ວນຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ຈັດພິທີຝັງທໍາລາຍສິ້ນສ່ວນເຄື່ອງໃນໝູຈໍານວນ 1,400 ແພັກ, ມີນໍ້າໜັກ 28 ໂຕນ ຫຼື ເທົ່າກັບ 28,000 ກິໂລ . ເຊິ່ງການນໍາເອົາສິ້ນສ່ວນເຄື່ອງໃນໝູຈໍານວນ 1,400 ແພັກດັ່ງກ່າວນີ້ມາຝັງທໍາລາຍໃນຄັ້ງນີ້ ເນື່ອງ

ຄໍາມ່ວນ ທໍາລາຍຊີນໝູ 28 ໂຕນ ທີ່ລັກລອບນໍ້າເຂົ້າຈາກຕ່າງປະເທດ

ຈາກວ່າ ໃນວັນທີ 28 ກັນຍາ 2026 ຄະນະສະເພາະກິດແຂວງໄດ້ສົມທົບກັບວິຊາການຂະແໜງລ້ຽງສັດ ແລະ ການປະມົງໄດ້ກວດກາ ລົດບັນທຸກສິນຄ້າທະບຽນ 12 H 02252 ຂັບໂດຍຄົນສັນຊາດຫວຽດນາມ, ເຊິ່ງຂົນສົ່ງສິນຄ້າປະເພດເຄື່ອງໃນໝູ ( ກະເພາະໝູແຊ່ແຂງ ) ເຊິ່ງກວດພົບຢູ່ບໍລິເວນເຂດບ້ານດົງມ່ວງໄຂ ເມືອງທ່າແຂກ ແຂວງຄໍາມ່ວນ, ສິນຄ້າດັ່ງກ່າວໄດ້ຍືດມາໄວ້ທີ່ກອງກວດກາ

ຄໍາມ່ວນ ທໍາລາຍຊີນໝູ 28 ໂຕນ ທີ່ລັກລອບນໍ້າເຂົ້າຈາກຕ່າງປະເທດ · ຮູບທີ 2

ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເພື່ອປະຕິບັດຕາມແຈ້ງການດ່ວນຂອງຫ້ອງວ່າການແຂວງ ສະບັບເລກທີ 814 / ຫວຂ ລົງວັນທີ 11 ກັນຍາ 2026 ແລະ ແຈ້ງການຂອງພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ 3653 / ກສຂ ວ່າດ້ວຍການເພີ້ມທະວີ ກະກຽມຮັບມື ການລະບາດຂອງພະຍາດອະຫິວາໝູ ອາຟຣິກາ ໃນຂອບເຂດທົ່ວແຂວງ ແລະ ເປັນການປ້ອງກັນ, ເຝົ້າລະວັງ

ADadvertisement
ADadvertisement
ADadvertisement
ຄໍາມ່ວນ ທໍາລາຍຊີນໝູ 28 ໂຕນ ທີ່ລັກລອບນໍ້າເຂົ້າຈາກຕ່າງປະເທດ · ຮູບທີ 3

ການລະບາດຂອງພະຍາດອະຫິວາໝູ ອາຟຣິກາ ແລະ ອີງຕາມບັນທຶກການກວດກາຕົວຈິງໃນການຍຶດສິນຄ້າຂອງຄະນະສະເພາະກິດໃນຄັ້ງວັນທີ 28 ກັນຍາ 2026 ທາງຄະນະສະເພາະກິດ, ວິຊາການສັດຕະວະແພດ ຈິ່ງຂໍສະເໜີອະນຸຍາດທໍາລາຍສິນຄ້າດັ່ງກ່າວ , ເຊິ່ງການກວດພົບສິ້ນສ່ວນເຄື່ອງໃນໝູໃນຄັ້ງນີ້ຖືວ່າເປັນລອ໋ດໃຫຍ່ໃນຮອບປີ. ປະຈຸບັນທາງເຈົ້າໜ້າທີ່ກ່ຽວຂ້ອງໄດ້ທໍາການຍືດລົດບັນທຸກສິນຄ້າ ປະເພດເຄື່ອງໃນໝູ ພ້ອມທັງກັກຕົວຄົນຂັບລົດຄົນສັນຊາດຫວຽດນາມໄວ້ເພື່ອທໍາການສອບສວນສືບສວນ ແລະ ດໍາເນີນການຕາມລະບຽບກົດໝາຍຂອງ ສປປ ລາວ .

ຂໍ້ມູນ:Medialaos

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 50 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່