MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເຈົ້າໜ້າທີ່ທໍາລາຍສິນຄ້າລອກຮຽນແບບຈັກປັ່ນໄຟຟ້າ ແລະ ຈັກສີດຢາຂ້າຫຍ້າ ນໍາເຂົ້າບໍ່ຖືກຕ້ອງ ມູນຄ່າ 250 ລ້ານກວ່າກີບ

ເຈົ້າໜ້າທີ່ທໍາລາຍສິນຄ້າລອກຮຽນແບບຈັກປັ່ນໄຟຟ້າ ແລະ ຈັກສີດຢາຂ້າຫຍ້າ ນໍາເຂົ້າບໍ່ຖືກຕ້ອງ ມູນຄ່າ 250 ລ້ານກວ່າກີບ

kaling
ເຜີຍແຜ່: 30 ກັນຍາ 2026, 13:20
ປັບປຸງຫຼ້າສຸດ: 30 ກັນຍາ 2026, 13:20
Copy of pele - 2026-09-30T131714.468

ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 25 ກັນຍາ 2026 ເຈົ້າໜ້າທີ່ ກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງຊຽງຂວາງຮ່ວມກັບ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ແລະ ພາກ ສ່ວນທີ່ກ່ຽວຂ້ອງ ຈັດພິທີທຳລາຍສິນຄ້າ ທີ່ນຳເຂົ້າບໍ່ຖືກຕ້ອງຕາມລະບຽບ.

ສິນຄ້າດັ່ງກ່າວ, ເຈົ້າໜ້າທີ່ໄດ້ເຂົ້າກວດຍຶດ ໃນວັນທີ 11 ມີຖຸນາ 2026 ຢູ່ເຮືອນເຊົ່າແຫ່ງໜຶ່ງ ທີ່ບ້ານໂພນສະຫວັນໃຕ້ ເມືອງແປກ ແຂວງຊຽງຂວາງ ເຊິ່ງເປັນຂອງຄົນຕ່າງປະເທດ ທີ່ລັກລອບດຳເນີນທຸລະກິດ ຄ້າຂາຍສິນຄ້າ ລອກຮຽນແບບ ປະກອບມີ:
• ຈັກປັ່ນໄຟຟ້າ ຈຳນວນ 20 ເຄື່ອງ
• ຈັກສີດຢາຂ້າຫຍ້າ ຈຳນວນ 15 ເຄື່ອງ
• ພ້ອມອຸປະກອນ ແລະ ເຄື່ອງໃຊ້ໄຟຟ້າອື່ນໆ ມີມູນຄ່າລວມທັງໝົດ 250 ລ້ານກວ່າກີບ.
ໂດຍແມ່ນ ນາງ ລຶງ ຄົນສັນຊາດ ຫວຽດນາມ ເປັນຜູ້ນຳເຂົ້າ ແບບບໍ່ຖືກຕ້ອງ, ບໍ່ມີເອກະສານນຳເຂົ້າ ທີ່ຖືກຕ້ອງຕາມລະບຽບກົດໝາຍ ແລະ ສິນຄ້າບາງລາຍການ ມີລັກສະນະ ຮຽນແບບ ບໍ່ໄດ້ມາດຕະ ຖານ. ຮູບການຈຳໜ່າຍແມ່ນ ຜູ້ກ່ຽວ ໄດ້ໂຄສະນາ ຜ່ານທາງສື່ສັງຄົມອອນລາຍ ມີຜູ້ຫລົງເຊື່ອ ເຮັດໃຫ້ມີຜູ້ເສຍຫາຍຈຳນວນຫລວງຫລາຍ.

ການກະທຳດັ່ງກ່າວ ແມ່ນຜິດ ຕໍ່ລະບຽບກົດໝາຍ ຂອງປະມວນກົດໝາຍອາຊະຍາ ມາດຕາ 284 ການນຳເຂົ້າ ຫລື ສົ່ງອອກສິນຄ້າບໍ່ຖືກຕ້ອງຕາມລະບຽບກົດໝາຍ. ເຈົ້າໜ້າທີ່ ຈຶ່ງໄດ້ເຮັດບົດບັນທຶກ ອາຍັດ ແລະ ຍຶດສິນຄ້າຂອງກາງໄວ້ ເພື່ອເປັນຫລັກຖານ ແລະ ດຳເນີນຄະດີຕາມຂັ້ນຕອນ ແລ້ວນໍາເຄື່ອງຂອງກາງມາທໍາລາຍຖິ້ມ.

ໂຄສະນາ
Sample ad inarticle
Sample ad inarticle
ແບ່ງປັນ:
‹ ກັບໄປໝວດຂ່າວພາຍໃນ

ຂ່າວທີ່ກ່ຽວຂ້ອງ