ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເຈົ້າໜ້າທີ່ ປກສ ເມືອງເຟືອງ ມອບລົດທີ່ຖືກລັກ ຄືນໃຫ້ເຈົ້າຂອງເດີມ.

ໂດຍ Jenjila
· 2 ເດືອນ ກ່ອນອ່ານ 1 ນາທີ47 ຄັ້ງ
ເຈົ້າໜ້າທີ່ ປກສ ເມືອງເຟືອງ ມອບລົດທີ່ຖືກລັກ ຄືນໃຫ້ເຈົ້າຂອງເດີມ.
ADadvertisement
ADadvertisement
ADadvertisement

ໃນຕອນເຊົ້າ ວັນທີ 30 ກັນຍາ 2026 ນີ້ ເຈົ້າໜ້າທີ່ພະແນກຕໍາຫຼວດ ສືບສວນ-ສອບສວນ ປກສ ເມືອງເຟືອງ ແຂວງວຽງຈັນ ໄດ້ຈັດພິທີມອບ-ຮັບເຄຶ່ອງຂອງກາງປະເພດລົດຈັກ ຈຳນວນ 05 ຄັນທີ່ຖືກຄົນຮ້າຍລັກໄປ ແລະເຈົ້າໜ້າທີ່ ສາມາດຕິດຕາມເກັບກູ້ຄືນມາ ຄືນໃຫ້ເຈົ້າຂອງເດີມ.

ເຈົ້າໜ້າທີ່ ປກສ ເມືອງເຟືອງ ມອບລົດທີ່ຖືກລັກ ຄືນໃຫ້ເຈົ້າຂອງເດີມ.

ທ່ານ ພັຕ ສົມພົດ ພົງສະໄໝ ຫົວໜ້າໜ່ວຍງານ ສຶບສວນ-ສອບສວນ ໃຫ້ຮູ້ວ່າ: ສຳລັບລົດຈັກຈຳນວນ 05 ຄັນ ທີ່ໄດ້ນຳມາມອບໃນຄັ້ງນີ້ແມ່ນ: ນັບຕັ້ງແຕ່ ເດືອນ ກໍລະກົດ-ສິງຫາ 2026 ຜ່ານມາ ທາງເຈົ້າໜ້າທີ່ ວິຊາສະເພາະ ໄດ້ລົງຕິດຕາມກຸ່ມຄົນຮ້າຍທີ່ລັກຊັບຢູ່ພາຍໃນເມືອງເຟືອງ ແລະສາມາດເກັບກູ້ລົດຈຳນວນດັ່ງກ່າວມາໄດ້. ສະນັ້ນໃນໂອກາດນີ້ ທ່ານ ພັທ ບຸນພຽງ ແກ້ວມະນີວົງ ຄະນະພັກຮາກຖານຮັກສາການພະແນກຕຳຫຼວດ ປກສ ເມືອງເຟືອງ ໄດ້ໃຫ້ກຽດມອບເຄື່ອງຂອງກາງປະເພດລົດຄືນໃຫ້ເຈົ້າຂອງເດີມ ໂດຍມີເຈົ້າໜ້າທີ່ ຕຳຫຼວດ ແລະເຈົ້າຂອງງລົດ ໄດ້ພ້ອມກັນເຂົ້າຮ່ວມ, ພ້ອມທັງກ່າວແນະນຳ ໃຫ້ ປະຊາຊົນເພິ່ມຄວາມ ຮອບຄອບໃນການຮັກສາຊັບສິນຕ່າງໆຂອງຕົນ ແລະຖ້າພົບເຫັນພຶດຕິກຳ ຕ້ອງສົງໃສຂອງກຸ່ມຄົນບໍ່ດີ ຕ້ອງແຈ້ງໃຫ້ເຈົ້າໜ້າທີ່ຮັບຮູ້ ເພຶ່ອລົງຕິດຕາມກວດກາໃຫ້ທັນເວລາ.

ເຈົ້າໜ້າທີ່ ປກສ ເມືອງເຟືອງ ມອບລົດທີ່ຖືກລັກ ຄືນໃຫ້ເຈົ້າຂອງເດີມ. · ຮູບທີ 2

ຂ່າວ: ໂຄສະນາ ເມືອງເຟືອງ

ADadvertisement
ADadvertisement
ADadvertisement

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່