ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຄະນະສະເພາະກິດ ກະຊວງ ປກສ ມອບຕົວຜູ້ຖືກຫາຄົນໄທ 25 ຄົນ ທີ່ກໍ່ອາຊະຍາກໍາທາງອິນເຕີເນັດ ແລະ ການພະນັນອອນລາຍ ໃຫ້ເຈົ້າໜ້າທີ່ຕໍາຫຼວດໄທ

ໂດຍ kaling
· 2 ເດືອນ ກ່ອນອ່ານ 1 ນາທີ42 ຄັ້ງ
ຄະນະສະເພາະກິດ ກະຊວງ ປກສ ມອບຕົວຜູ້ຖືກຫາຄົນໄທ 25 ຄົນ ທີ່ກໍ່ອາຊະຍາກໍາທາງອິນເຕີເນັດ ແລະ ການພະນັນອອນລາຍ ໃຫ້ເຈົ້າໜ້າທີ່ຕໍາຫຼວດໄທ
ADadvertisement
ADadvertisement
ADadvertisement

ໃນວັນທີ 30 ກັນຍາ 2026 ທີ່ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ນະຄອນຫຼວງວຽງຈັນ-ໜອງຄາຍ, ຄະນະສະເພາະກິດ ກະຊວງປ້ອງກັນຄວາມສະຫງົບ ລາວ ໄດ້ມອບຜູ້ຖືກຫາຄົນສັນຊາດໄທ ທີ່ກໍ່ອາຊະຍາກຳທາງດ້ານອິນເຕີເນັດ ແລະ ການພະນັນອອນລາຍ ຈໍານວນ 25 ຄົນ, ຍິງ 11 ຄົນ ໃຫ້ເຈົ້າໜ້າທີ່ຕໍາຫຼວດໄທ ສືບຕໍ່ດໍາເນີນຄະດີຕາມລະບຽບກົດໝາຍ ເຊິ່ງຜູ້ຖືກຫາຈໍານວນດັ່ງກ່າວ ແມ່ນຖືກເຈົ້າໜ້າທີ່ສະເພາະກິດ ກະຊວງປ້ອງກັນຄວາມສະຫງົບ ກັກຕົວໄດ້ໃນລະຫວ່າງການເຂົ້າກວາດລ້າງກຸ່ມແກ້ງກໍ່ອາຊະຍາກຳທາງອິນເຕີເນັດ ແລະ ການພະນັນອອນລາຍ ຢູ່ ໂຮງແຮມ ອິດສທີນ (Eastin), ໂຮງແຮມ ອິນທັດ (Inthad), ໂຮງແຮມ ມິນຕາ (Minta), ໂຮງແຮມ ລາແຊນ (La Sen) ໃນວັນທີ 16 ເດືອນກັນຍາ 2026 ທີ່ຜ່ານມາ

ຄະນະສະເພາະກິດ ກະຊວງ ປກສ ມອບຕົວຜູ້ຖືກຫາຄົນໄທ 25 ຄົນ ທີ່ກໍ່ອາຊະຍາກໍາທາງອິນເຕີເນັດ ແລະ ການພະນັນອອນລາຍ ໃຫ້ເຈົ້າໜ້າທີ່ຕໍາຫຼວດໄທ

ຕາງໜ້າເຈົ້າໜ້າທີ່ຝ່າຍລາວ ເຊັນບົດບັນທຶກມອບໂດຍ ພັຕ ສາຍຄໍາ ສົມສີ ຄະນະດ່ານຕໍາຫຼວດກວດຄົນເຂົ້າ-ອອກເມືອງດ່ານສາກົນຂົວມິດຕະພາບລາວ-ໄທແຫ່ງທີ 1 ແລະ ເຈົ້າໜ້າທີ່ຝ່າຍໄທ ເຊັນຮັບໂດຍ ພັທ ທິຍາຊະພັດ ຣັງສິພຣາມະນາກຸນ ຮອງຜູ້ກຳກັບການກວດຄົນເຂົ້າ-ອອກເມືອງ ແຂວງໜອງຄາຍ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ຄະນະສະເພາະກິດ ກະຊວງ ປກສ ມອບຕົວຜູ້ຖືກຫາຄົນໄທ 25 ຄົນ ທີ່ກໍ່ອາຊະຍາກໍາທາງອິນເຕີເນັດ ແລະ ການພະນັນອອນລາຍ ໃຫ້ເຈົ້າໜ້າທີ່ຕໍາຫຼວດໄທ · ຮູບທີ 2

ເຊິ່ງການມອບຕົວຜູ້ຖືກຫາຄົນສັນຊາດໄທ ຈໍານວນ 25 ຄົນໃນຄັ້ງນີ້, ແມ່ນອີງຕາມກົດໝາຍ ວ່າດ້ວຍການເຂົ້າ-ອອກເມືອງ ແລະ ຄຸ້ມຄອງຄົນຕ່າງປະເທດ ແຫ່ງ ສປປ ລາວ ສະບັບ ເລກທີ: 59/ສພຊ, ລົງວັນທີ: 26 ທັນວາ 2014 ແລະ ອີງຕາມການຕົກລົງເຫັນດີ ຂອງທາງການ ສປປ ລາວແລະ ທາງການ ຣາຊະອານາຈັກໄທ.

ADadvertisement
ADadvertisement
ADadvertisement
ຄະນະສະເພາະກິດ ກະຊວງ ປກສ ມອບຕົວຜູ້ຖືກຫາຄົນໄທ 25 ຄົນ ທີ່ກໍ່ອາຊະຍາກໍາທາງອິນເຕີເນັດ ແລະ ການພະນັນອອນລາຍ ໃຫ້ເຈົ້າໜ້າທີ່ຕໍາຫຼວດໄທ · ຮູບທີ 3

(ຂ່າວ-ພາບ: ກົມສື່ມວນຊົນ ປກສ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່