ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ອັບເດດດ່ວນ! ສະຖານະການນໍ້າຖ້ວມຢູ່ໄທຫຼ້າສຸດ (1 ຕຸລາ 2026)

ໂດຍ kaling
· 2 ເດືອນ ກ່ອນອ່ານ 2 ນາທີ53 ຄັ້ງ
ອັບເດດດ່ວນ! ສະຖານະການນໍ້າຖ້ວມຢູ່ໄທຫຼ້າສຸດ (1 ຕຸລາ 2026)
ADadvertisement
ADadvertisement
ADadvertisement

ຕອນນີ້ສະຖານະການນໍ້າຖ້ວມຢູ່ປະເທດໄທກໍາລັງຢູ່ໃນຂັ້ນວິກິດ ພາບລວມມີພື້ນທີ່ໄດ້ຮັບຜົນກະທົບແລ້ວເຖິງ 31 ຈັງຫວັດ ລວມທັງບາງກອກ (ກຣຸງເທບ) ມີປະຊາຊົນໄດ້ຮັບຄວາມເດືອດຮ້ອນຫຼາຍກວ່າ 1.04 ລ້ານຄົວເຮືອນ (ກວ່າ 2.6 ລ້ານຄົນ) ທາງການໄທໄດ້ຕັ້ງ War Room ເພື່ອເລັ່ງເຂົ້າຊ່ວຍເຫຼືອຢ່າງຮີບດ່ວນແລ້ວ.
.
📌 ສະຫຼຸບຈຸດວິກິດ ແລະ ພື້ນທີ່ເຝົ້າລະວັງສໍາຄັນ:
.
⚠️ ຈຸດສໍາຄັນລຸ່ມແມ່ນໍ້າເຈົ້າພະຍາ (ເຝົ້າລະວັງ 48 ຊົ່ວໂມງຕໍ່ໜ້າ):
ເຂື່ອນເຈົ້າພະຍາປັບເພີ່ມການລະບາຍນໍ້າສູງສຸດບໍ່ເກີນ 2,200 ແມັດກ້ອນ/ວິນາທີ. ສທນຊ. ປະກາດເຕືອນ 6 ຈັງຫວັດລຸ່ມແມ່ນໍ້າເຈົ້າພະຍາ ກຽມຮັບມືກັບລະດັບນໍ້າທີ່ຈະສູງຂຶ້ນອີກ 20–60 ຊັງຕີແມັດ ມວນນໍ້າເໜືອກໍາລັງໄຫຼເຂົ້າໃກ້ເຂດບາງກອກ ແລະ ປິມົນທົນແລ້ວ!
.
📍 ບາງກອກ ແລະ ປິມົນທົນ:

  • ບາງກອກ (ກຣຸງເທບ): ຖະໜົນສາຍຫຼັກເລີ່ມດີຂຶ້ນ ແຕ່ຍັງມີນໍ້າຖ້ວມຂັງໃນບາງຊຸມຊົນແຄມຄອງ ແລະ ພື້ນທີ່ລຸ່ມຕໍ່າອີກກວ່າ 40 ຈຸດ.
  • ສະໝຸດປຣາການ: ວິກິດໜັກ! ມີນໍ້າຖ້ວມຂັງສູງຢູ່ຖະໜົນ ບາງນາ-ຕຣາດ ຊ່ວງບາງບໍ່ (ກມ. 29 ຝັ່ງຂາອອກ).
  • ປະທຸມທານີ: ແຍກລໍາລູກກາ ແລະ ອານຸສອນສະຖານ ນໍ້າເລີ່ມຫຼຸດລົງເລັກນ້ອຍ ແຕ່ຊຸມຊົນແຄມນໍ້າຍັງຖ້ວມສູງ.
    .
    📍 ພາກກາງ & ພາກຕາເວັນຕົກ:
  • ອະຍຸດທະຍາ: ຖ້ວມແລ້ວ 7 ອໍາເພີ ຈາກການປັບລະບາຍນໍ້າຂອງເຂື່ອນເຈົ້າພະຍາ.
  • ສະໝຸດສົງຄາມ: ສັ່ງອົບພະຍົບກຸ່ມປ່ຽງບາງໃນ ອໍາເພີ ບາງຄົນທີ ແລະ ອໍາເພີ ອໍາພະວາ ຫຼັງນໍ້າຈາກແມ່ນໍ້າແມ່ກອງໄຫຼທະລັກເຂົ້າຖ້ວມ.
    .
    📍 ພາກຕາເວັນອອກ:
  • ສະແກ້ວ: ສະຖານະການຮຸນແຮງ ບາງພື້ນທີ່ຖືກຕັດຂາດ ເຈົ້າໜ້າທີ່ຕ້ອງໄດ້ໃຊ້ໂດຣນບິນສົ່ງອາຫານ.
  • ປຣາຈີນບູຣີ: ອໍາເພີ ບ້ານສ້າງ ລະດັບນໍ້າເພີ່ມສູງຂຶ້ນອີກ 50 ຊັງຕີແມັດ ທາງການປະກາດໃຫ້ຍົກເຄື່ອງຂອງຂຶ້ນບ່ອນສູງທັນທີ.
    .
    ຂໍໃຫ້ພີ່ນ້ອງປະຊາຊົນໃນພື້ນທີ່ສ່ຽງຕິດຕາມຂ່າວສານຢ່າງໃກ້ຊິດ, ຍົກເຄື່ອງຂອງຂຶ້ນບ່ອນສູງ ແລະ ກຽມພ້ອມຮັບມືເດີ້. ຂໍສົ່ງກໍາລັງໃຈໃຫ້ຜູ້ປະສົບໄພ ແລະ ເຈົ້າໜ້າທີ່ອາສາທຸກໆທ່ານຜ່ານພົ້ນວິກິດນີ້ໄປໄດ້ດ້ວຍດີ. ✌️📦
    .
    #ນໍ້າຖ້ວມ2026 #ຂ່າວນໍ້າຖ້ວມ #ອັບເດດນໍ້າຖ້ວມ #ແຈ້ງເຕືອນໄພ

ADadvertisement
ADadvertisement
ADadvertisement
ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 53 ຄັ້ງ
‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່