ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຄື້ນຄວາມຮ້ອນທີ່ຮ້ອນເປັນປະຫວັດການ ໄດ້ເຮັດໃຫ້ທານນ້ຳແຂງໃນສະວິດເຊີແລນສູນເສຍປະລິມານໄປຫຼາຍກວ່າ 5%.

ໂດຍ Jenjila
· 2 ເດືອນ ກ່ອນອ່ານ 2 ນາທີ30 ຄັ້ງ
ຄື້ນຄວາມຮ້ອນທີ່ຮ້ອນເປັນປະຫວັດການ ໄດ້ເຮັດໃຫ້ທານນ້ຳແຂງໃນສະວິດເຊີແລນສູນເສຍປະລິມານໄປຫຼາຍກວ່າ 5%.
ADadvertisement
ADadvertisement
ADadvertisement

ບົດລາຍງານປະຈຳປີທີ່ເຜີຍແຜ່ອອກມາເມື່ອບໍ່ດົນມານີ້ ໂດຍເຄືອຂ່າຍເຝົ້າຕິດຕາມທານນ້ຳແຂງ( glacier)ແຫ່ງສະວິດເຊີແລນ (GLAMOS) ແລະ ຄະນະກຳມະການສັງເກດການບັນຍາກາດຂອງນ້ຳແຂງ ແຫ່ງສະຖາບັນວິທະຍາສາດສະວິດ (SCNAT) ໄດ້ເນັ້ນໃຫ້ເຫັນເຖິງອັດຕາການລະລາຍຂອງນ້ຳແຂງທີ່ໜ້າຕົກໃຈ.

ເຫດການນີ້ຖືເປັນການຫຼຸດລົງຂອງປະລິມານນ້ຳແຂງຄັ້ງໃຫຍ່ທີ່ສຸດເປັນອັນດັບ 2 ເທົ່າທີ່ເຄີຍບັນທຶກໄວ້ໃນປະຫວັດການເຝົ້າຕິດຕາມຂອງສະວິດເຊີແລນ. ໃນໄລຍະ 5 ປີຜ່ານມາ ສະວິດເຊີແລນໄດ້ສູນເສຍປະລິມານນ້ຳແຂງໄປເກືອບ 20% ຫຼື ໜຶ່ງໃນຫ້າຂອງປະລິມານນ້ຳແຂງທັງໝົດ.

ຄື້ນຄວາມຮ້ອນທີ່ຮ້ອນເປັນປະຫວັດການ ໄດ້ເຮັດໃຫ້ທານນ້ຳແຂງໃນສະວິດເຊີແລນສູນເສຍປະລິມານໄປຫຼາຍກວ່າ 5%.

ທານນ້ຳແຂງ Aletsch ໃນສະວິດເຊີແລນ — ພາບ: CC/Robert J Heath

ADadvertisement
ADadvertisement
ADadvertisement

ສາເຫດຫຼັກຂອງການຫຼຸດລົງນີ້ ເກີດຈາກການປະສົມກັນຂອງລະດູໜາວປີ 2025–2026 ທີ່ມີຫິມະຕົກຫຼາຍທີ່ສຸດເປັນປະຫວັດການ ແລະ ລະດູຮ້ອນປີ 2026 ທີ່ຮ້ອນຮຸນແຮງແລະຍາວນານ. ສຳນັກງານອຸຕຸນິຍົມ ແລະ ພູມອາກາດແຫ່ງສະຫະພັນສະວິດ ລະບຸວ່າ ເດືອນມິຖຸນາ, ກໍລະກົດ ແລະ ສິງຫາ ປີ 2026 ຈະເປັນເດືອນທີ່ຮ້ອນທີ່ສຸດເທົ່າທີ່ເຄີຍບັນທຶກ ນັບຕັ້ງແຕ່ເລີ່ມເກັບຂໍ້ມູນໃນປີ 1864.

ສິ່ງທີ່ໜ້າສັງເກດຄື ຄື້ນຄວາມຮ້ອນທີ່ຍາວນານເຖິງ 76 ວັນໃນລະດູຮ້ອນປີ 2026 ເຮັດໃຫ້ລະດັບຄວາມສູງທີ່ອຸນຫະພູມ 0°C ຫຼື “ລະດັບເຢືອກແຂງ” ສູງຂຶ້ນເກີນ 4,000 ແມັດ. ຈຳນວນມື້ທີ່ມີອາກາດຮ້ອນຮຸນແຮງໃນລະດັບຄວາມສູງນີ້ ມີຫຼາຍກວ່າ 2 ເທົ່າຂອງຄ່າສະເລ່ຍໃນຫຼາຍປີກ່ອນ. ຮອດເດືອນກັນຍາ ຫິມະໄດ້ລະລາຍໝົດແມ່ນແຕ່ໃນລະດັບຄວາມສູງ 3,500 ແມັດ ເຮັດໃຫ້ທະນານ້ຳແຂງບໍ່ມີຫິມະປົກຄຸມຕາມທຳມະຊາດອີກຕໍ່ໄປ.

ສາດສະດາຈານ ມັດທີອັສ ຮັສ (Matthias Huss) ຫົວໜ້າເຄືອຂ່າຍ GLAMOS ແຫ່ງສະຖາບັນເຕັກໂນໂລຊີສະຫະພັນສະວິດ (ETH Zurich) ໄດ້ປະເມີນສະຖານະການນີ້ ໂດຍເອີ້ນປີ 2026 ວ່າເປັນ “ປີແຫ່ງຫາຍະນະ”. ຂະນະຢູ່ທີ່ທະນານ້ຳແຂງ Scex Rouge ເຊິ່ງຢູ່ສູງເກືອບ 3,000 ແມັດ, ຮັສກ່າວວ່າ: “ນີ້ແມ່ນທະນານ້ຳແຂງທີ່ບໍ່ສາມາດຢູ່ລອດໄດ້ອີກຕໍ່ໄປ. ອາດຈະບໍ່ມີນ້ຳແຂງເຫຼືອຢູ່ພາຍໃນ 10 ຫາ 15 ປີ.”

ການລະລາຍຂອງນ້ຳແຂງຢ່າງວ່ອງໄວສົ່ງຜົນໂດຍກົງຕໍ່ຊັບພະຍາກອນນ້ຳ ແລະ ພະລັງງານ. ສະເພາະໃນໄລຍະເດືອນກໍລະກົດ ຫາ ກັນຍາ ປີ 2026 ທານນ້ຳແຂງໃນສະວິດເຊີແລນໄດ້ປ່ອຍນ້ຳອອກມາປະມານ 2.2 ພັນຕື້ລິດ. ປະລິມານນີ້ຫຼາຍກວ່າປະລິມານການໃຊ້ນ້ຳລວມຕະຫຼອດປີຂອງຄົວເຮືອນໃນສະວິດເຊີແລນເຖິງ 4 ເທົ່າ.

ເຖິງແມ່ນວ່ານ້ຳທີ່ລະລາຍອອກຈາກທານນ້ຳແຂງຈະຊ່ວຍບັນເທົາບັນຫາການຂາດແຄນນ້ຳໃນໄລຍະສັ້ນໃນຊ່ວງລະດູຮ້ອນໄດ້ ແຕ່ມັນກໍເປັນຊັບພະຍາກອນທີ່ກຳລັງຫຼຸດນ້ອຍລົງເລື້ອຍໆ ເນື່ອງຈາກທະນານ້ຳແຂງກຳລັງຫົດຕົວລົງຢ່າງຖາວອນ.

ສະວິດເຊີແລນມັກຖືກເອີ້ນວ່າ “ຫໍຄອຍນ້ຳຂອງເອີຣົບ” ເນື່ອງຈາກເປັນແຫຼ່ງນ້ຳຫຼັກຂອງແມ່ນ້ຳສາຍສຳຄັນ ເຊັ່ນ ແມ່ນ້ຳ Rhine, Rhône, Danube ແລະ Po. ນອກຈາກນັ້ນ ສະວິດເຊີແລນຍັງຜະລິດໄຟຟ້າຫຼາຍກວ່າເຄິ່ງໜຶ່ງຂອງປະເທດຈາກພະລັງງານນ້ຳ.

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່