ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ກິດຈະກຳກວດສຸຂະພາບ ແລະ ແຈກຢາ ເພື່ອເອົາໃຈໃສ່ຕໍ່ສຸຂະພາບ ແລະ ສ້າງສ້າງຄວາມເບີກບານມ່ວນຊື່ນໃຫ້ແກ່ບັນດາຜູ້ສູງອາຍຸ

ໂດຍ Jenjila
· 2 ເດືອນ ກ່ອນອ່ານ 2 ນາທີ58 ຄັ້ງ
ກິດຈະກຳກວດສຸຂະພາບ ແລະ ແຈກຢາ ເພື່ອເອົາໃຈໃສ່ຕໍ່ສຸຂະພາບ ແລະ ສ້າງສ້າງຄວາມເບີກບານມ່ວນຊື່ນໃຫ້ແກ່ບັນດາຜູ້ສູງອາຍຸ
ADadvertisement
ADadvertisement
ADadvertisement

ວັນທີ 1 ຕຸລາ 2026, ທີ່ສະໂມສອນຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ, ໄດ້ຈັດພິທີລະນຶກວັນຄົນພິການແຫ່ງຊາດ ຄົບຮອບ 34 ປີ ແລະ ວັນຜູ້ອາຍຸສູງສາກົນ ຄົບຮອບ 27 ປີ, ໂດຍມີທ່ານ ຄຳປຸ່ນ ນວນສະບັບ, ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ ເປັນປະທານ, ພ້ອມດ້ວຍພະນັກງານອາວຸໂສບຳນານ, ແຂກຖືກເຊີນ ແລະ ບັນດາຜູ້ອາຍຸສູງເຂົ້າຮ່ວມ.

ກິດຈະກຳກວດສຸຂະພາບ ແລະ ແຈກຢາ ເພື່ອເອົາໃຈໃສ່ຕໍ່ສຸຂະພາບ ແລະ ສ້າງສ້າງຄວາມເບີກບານມ່ວນຊື່ນໃຫ້ແກ່ບັນດາຜູ້ສູງອາຍຸ

ໃນໂອກາດດັ່ງກ່າວ, ທ່ານ ຄຳປຸ່ນ ນວນສະບັບ ກ່າວວ່າ, ປັດຈຸບັນທົ່ວໂລກມີຄົນພິການຫຼາຍກວ່າ 1 ຕື້ຄົນ ຫຼື ປະມານ 15% ຂອງປະຊາກອນໂລກ, ຂະນະທີ່ຜູ້ອາຍຸສູງອາຍຸ 60 ປີຂຶ້ນໄປມີຫຼາຍກວ່າ 600 ລ້ານຄົນ. ຈຳນວນປະຊາກອນກຸ່ມນີ້ມີແນວໂນ້ມເພີ່ມຂຶ້ນໃນອະນາຄົດ.

ທ່ານກ່າວຕື່ມວ່າ, ຄົນພິການ ແລະ ຜູ້ອາຍຸສູງຍັງປະເຊີນກັບສິ່ງກີດຂວາງຫຼາຍດ້ານ ທັງຈາກໂຄງສ້າງສັງຄົມ, ການພັດທະນາເສດຖະກິດ, ທັດສະນະຄະຕິ, ໂອກາດການມີສ່ວນຮ່ວມ ແລະ ຄວາມສະເໝີພາບ. ສິ່ງດັ່ງກ່າວສະທ້ອນຜ່ານດ້ານການສຶກສາ, ການປິ່ນປົວ, ການຟື້ນຟູສຸຂະພາບ, ການຝຶກວິຊາຊີບ, ການຈ້າງງານ, ການສະໜັບສະໜູນດ້ານນິຕິກຳ ຕະຫຼອດຮອດການເຊື່ອມໂຍງຄົນພິການ ແລະ ຜູ້ອາຍຸສູງເຂົ້າໃນຂະບວນການພັດທະນາ.

ADadvertisement
ADadvertisement
ADadvertisement
ກິດຈະກຳກວດສຸຂະພາບ ແລະ ແຈກຢາ ເພື່ອເອົາໃຈໃສ່ຕໍ່ສຸຂະພາບ ແລະ ສ້າງສ້າງຄວາມເບີກບານມ່ວນຊື່ນໃຫ້ແກ່ບັນດາຜູ້ສູງອາຍຸ · ຮູບທີ 2

ທ່ານ ຄຳປຸ່ນ ນວນສະບັບ ເນັ້ນວ່າ, ພັກ-ລັດ ໄດ້ໃຫ້ຄວາມສຳຄັນຕໍ່ຊີວິດ ແລະ ຄວາມເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ, ໂດຍສະເພາະຄົນພິການ, ເດັກນ້ອຍ, ແມ່ຍິງ ແລະ ຜູ້ອາຍຸສູງ ມາໂດຍຕະຫຼອດ. ໃນປີ 2013, ລັດຖະບານ ສປປ ລາວ ໄດ້ອອກດຳລັດເລກທີ 323/ລບ, ລົງວັນທີ 6 ກັນຍາ 2013, ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກຳມະການແຫ່ງຊາດເພື່ອຄົນພິການ ແລະ ຜູ້ອາຍຸສູງ ເພື່ອເປັນກົນໄກໃນການຄົ້ນຄວ້າ ແລະ ກຳນົດນະໂຍບາຍ, ລະບຽບກົດໝາຍ ແນໃສ່ປົກປ້ອງ ແລະ ສົ່ງເສີມສິດຂອງຄົນພິການ ແລະ ຜູ້ອາຍຸສູງ.

ນອກຈາກນັ້ນ, ສປປ ລາວ ຍັງໄດ້ໃຫ້ສັດຕະຍາບັນເຂົ້າເປັນພາຄີຂອງສົນທິສັນຍາວ່າດ້ວຍສິດທິຂອງຄົນພິການ ໃນປີ 2009 ແລະ ດຳເນີນແຜນຍຸດທະສາດຕ່າງໆ ໃນລະດັບພາກພື້ນ ແລະ ສາກົນ. ພ້ອມກັນນີ້ ຍັງຍຶດຖືຄຳຂວັນກ່ຽວກັບຄົນພິການທີ່ເນັ້ນ “ການມີສ່ວນຮ່ວມ, ການເຂົ້າເຖິງ ແລະ ການສ້າງຕັ້ງຄວາມເຂັ້ມແຂງໃຫ້ຄົນພິການ” ແລະ ສຳລັບຜູ້ອາຍຸສູງທີ່ວ່າ “ຄົນອາຍຸສູງແມ່ນບັນຫາໜຶ່ງໃນການພັດທະນາ, ຜູ້ອາຍຸສູງທີ່ມີສຸຂະພາບແຂງແຮງແມ່ນຊັບພະຍາກອນຂອງຄອບຄົວ, ຊຸມຊົນ ແລະ ເສດຖະກິດ”.

ກິດຈະກຳກວດສຸຂະພາບ ແລະ ແຈກຢາ ເພື່ອເອົາໃຈໃສ່ຕໍ່ສຸຂະພາບ ແລະ ສ້າງສ້າງຄວາມເບີກບານມ່ວນຊື່ນໃຫ້ແກ່ບັນດາຜູ້ສູງອາຍຸ · ຮູບທີ 3

ພາຍໃນພິທີ ຍັງໄດ້ຈັດກິດຈະກຳກວດສຸຂະພາບ, ແຈກຍາຍຢາ ແລະ ກິດຈະກຳສັນທະນາການອື່ນໆ ເພື່ອສ້າງຄວາມເບີກບານມ່ວນຊື່ນ ແລະ ສົ່ງເສີມສຸຂະພາບພະລານາໄມໃຫ້ແກ່ບັນດາຜູ້ສູງອາຍຸທີ່ເຂົ້າຮ່ວມ.

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 58 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່