ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

8 ແຂວງພາກເໜືອ ຫາລືແກ້ໄຂບັນຫາການລັກລອບຕັດໄມ້ ອາຊະຍາກຳສັດປ່າຂ້າມຊາດ

ໂດຍ kaling
· 2 ເດືອນ ກ່ອນອ່ານ 2 ນາທີ43 ຄັ້ງ
8 ແຂວງພາກເໜືອ ຫາລືແກ້ໄຂບັນຫາການລັກລອບຕັດໄມ້ ອາຊະຍາກຳສັດປ່າຂ້າມຊາດ
ADadvertisement
ADadvertisement
ADadvertisement

ວັນທີ 1 ຕຸລາ 2026 ກົມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ , ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຈັດກອງປະຊຸມປຶກສາຫາລືວຽກງານກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຮ່ວມກັບ ກອງກວດກາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ອຸດົມໄຊ , ພະແນກກະສິກຳ ແລະ ສິ່ງແວດລ້ອມ 8 ແຂວງພາກເໜືອ ຢ່າງເປັນທາງການ. ໂດຍການເປັນປະທານຮ່ວມຂອງ ທ່ານ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີ ກສ ແລະ ປອ ວົງສະຫວັນ ໄຊຍະວົງ ປະທານຄະນະກຳມະການປົກຄອງແຂວງອຸດົມໄຊ ແລະ ພາກສ່ວນກ່ຽວຂ້ອງ ຈາກ 8 ແຂວງພາກເໜືອ (ຜົ້ງສາລີ, ຫລວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ, ໄຊຍະບູລີ, ຊຽງຂວາງ ແລະ ແຂວງວຽງຈັນ) ເຂົ້າຮ່ວມ.

8 ແຂວງພາກເໜືອ ຫາລືແກ້ໄຂບັນຫາການລັກລອບຕັດໄມ້ ອາຊະຍາກຳສັດປ່າຂ້າມຊາດ

ທ່ານ ບຸນເດດ ສຸດທະວິໄລ ຫົວໜ້າ ກກຊສ ລາຍງານໃຫ້ຮູ້ວ່າ: ບັນຫາການລັກລອບຕັດໄມ້ ແລະ ບຸກລຸກທີ່ດິນປ່າໄມ້ໃນ 3 ປະເພດປ່າ, ອາຊະຍາກຳສັດປ່າຂ້າມຊາດ ແລະ ການລັກລອບຄ້າຂາຍສັດປ່າຜິດກົດໝາຍໄດ້ມີການຫັນປ່ຽນໄປໃຊ້ລະບົບອອນລາຍ. ນອກຈາກນີ້, ຍັງມີບັນຫາຜົນກະທົບຕໍ່ສິ່ງແວດລ້ອມຈາກໂຄງການລົງທຶນຂຸດຄົ້ນແຮ່ທາດ ແລະ ອຸດສາຫະກຳຂະໜາດໃຫຍ່, ບັນຫາການເຊົ່າ-ສຳປະທານທີ່ດິນລັດ ແລະ ຜົນກະທົບອື່ນໆ.

ທ່ານ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີ ໄດ້ເນັ້ນໜັກໃຫ້ທຸກພາກສ່ວນ ສຸມໃສ່ວຽກງານໂຄສະນາເຜີຍແຜ່ກົດໝາຍໃຫ້ກວ້າງຂວາງ ແລະ ເລິກເຊິ່ງ, ເພີ່ມທະວີການປະສານສົມທົບຢ່າງກົມກຽວລະຫວ່າງສູນກາງ ແລະ ທ້ອງຖິ່ນ ໂດຍຜ່ານເຄືອຂ່າຍ L-WEN ແລະ P-WEN, ພ້ອມທັງຮຽກຮ້ອງໃຫ້ມີການບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດ ແລະ ເດັດຂາດ.

ADadvertisement
ADadvertisement
ADadvertisement

ນອກນີ້ ຍັງໄດ້ລົງນາມເຊັນບົດບັນທຶກມອບ-ຮັບ ວຽກງານຈຸດສຸມ ແລະ ຄາດໝາຍສູ້ຊົນ ລະຫວ່າງ ກກຊສ ແລະ ພກສ 8 ແຂວງພາກເໜືອ. ການເຊັນບົດບັນທຶກດັ່ງກ່າວ ຖືເປັນບາດກ້າວສຳຄັນໃນການນຳພາຈັດຕັ້ງປະຕິບັດວຽກງານຕົວຈິງ ໃຫ້ມີຄວາມສັກສິດ ແລະ ເຂັ້ມງວດຂຶ້ນໃນໄລຍະ 3 ເດືອນທ້າຍປີ (ແຕ່ນີ້ຫາທ້າຍປີ 2026), ກ່ອນທີ່ຈະມີການປະເມີນຜົນຄືນຮ່ວມກັນ ໃນກອງປະຊຸມສະຫຼຸບປະຈຳປີ ທີ່ຈະຈັດຂຶ້ນໃນເດືອນມັງກອນ 2027 ທີ່ຈະມາເຖິງນີ້.

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່